ໃນລະຫວ່າງວັນທີ 14-15 ພະຈິກນີ້ ອົງການກາແດງແຫ່ງຊາດລາວ,ສະພາກາແດງຍີ່ປຸ່ນ, ບໍລິສັດ ອອນວອດ ONWARDແລະອົງການກາແດງແຂວງອຸດົມໄຊ ໄດ້ນຳເອົາຜ້າຫົ່ມ ຈຳນວນ 1.000 ຜືນ; ມູນຄ່າ 697.000.000 ກີບໄປຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊທີ່ທຸກຍາກຂາດເຂີນໃນເຂດຫ່າງໄກທີ່ເປັນເປົ້າາໝາຍຂອງແຂວງທີ່ກຳນົດຈຳນວນ 12ບ້ານ,12ໂຮງຮຽນ ພາຍໃນ 4 ເມືອງຄື: ເມືອງຫຼາ,ເມືອງໄຊ,ເມືອງປາກແບງແລະເມືອງນາໝໍ້.
ສຳລັບການລົງເຄື່ອນໄຫວລົງແຈກຢາຍຜ້າຮົ່ມໃນຄັ້ງນີ້ແມ່ນໄດ້ມອບໃຫ້ແກ່ນັກຮຽນໂຮງຮຽນມັດທະຍົມສຶກສາສົມບູນບ້ານນາຮ້ວງ ເມືອງໄຊ; ມັດທະຍົມສຶກສາສົມບູນບ້ານອາໂນ ແລະ ພໍ່ແມ່ປະຊາຊົນບ້ານຫ້ວຍຊັງ ເມືອງຫຼາ ແຂວງອຸດົມໄຊ ຈຳນວນ 157 ຄົນຍິງ 49 ຄົນ,ກ່າວມອບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໂດຍຊ້ອງໜ້າອຳນາດນາດການປົກຄອງ,ພໍ່ແມ່ປະຊາຊົນ ແລະ ນັກຮຽນທີ່ໄດ້ຮັບການຊ່ວຍເຫຼືອ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ອອນວອດ ONWARD ຂອງປະເທດຍີ່ປຸ່ນ ໂດຍຜ່ານອົງການກາແດງຍີ່ປຸ່ນ ເພື່ອເປັນການຫ້າງຫາກະກຽມຮັບມືກັບລະດູໜາວທີ່ຈະມາເຖິງນີ້; ນອກຈາກນັ້ນ,ທາງອົງການກາແດງແຂວງອຸດົມໄຊຍັງຈະໄດ້ສືບຕໍ່ລົງແຈກຢາຍຜ້າຫົ່ມໃຫ້ແກ່ປະຊາຊົນເມືອງປາກແບງ ແລະ ເມືອງນາໝໍ້.                   ຂ່າວ-ພາບ:ອົງການກາແດງ