ສປປ ລາວ ມີຄວາມກ້າວໜ້າໃນວຽກສຸຂາພິບານທີ່ມຸ່ງການບັນລຸສະຖານະພາບຢຸດຕິການຖ່າຍຊະຊາຍພາຍໃນປີ 2025. ດັ່ງນັ້ນ, ສປປລາວ ມີຜົນສຳເລັດອັນພົ້ນເດັ່ນທີ່ບັນລຸໄດ້ໃນໄລຍະ 2 ທົດສະວັດຜ່ານມາ ຊຶ່ງເຫັນວ່າໃນທົ່ວປະເທດໄດ້ເພີ່ມການເຂົ້າເຖິງວິດຖ່າຍໂດຍພື້ນຖານຈາກ 26% ເປັນ 80% ແລະ ໄດ້ເຮັດໃຫ້ອັດຕາການຖ່າຍຊະຊາຍຫຼຸດລົງຈາກ 62% ເປັນ 16% ໃນໄລຍະປີ2000-2020.
    ສປປ ລາວ ໄດ້ປະກາດໃຫ້ສາມແຂວງເປັນແຂວງຢຸດຕິການຖ່າຍຊະຊາຍຄື: ບໍລິຄຳໄຊ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໂດຍມີການເຄື່ອນໄຫວທີ່ດີໃນຫຼາຍແຂວງຊຶ່ງສາມາດບັນລຸເປົ້າໝາຍສຸຂາພິບານໄດ້ ເພື່ອເລັ່ງການປ່ຽນແປງພຶດຕິກຳດ້ານສຸຂາພິບານ, ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກອົງການ ອຸຍນີເຊັບໄດ້ສ້າງແຜນປະຕິບັດເພື່ອບັນລຸສະຖານະຢຸດຕິການຖ່າຍຊະຊາຍແຫ່ງຊາດໃນປີ 2025 ໂດຍເນັ້ນໃສ່ຄອບຄົວທີ່ຍັງເຫຼືອສຸດທ້າຍ.
    ໃນໂອກາດເຜີຍແຜ່ແຜນປະຕິບັດເພື່ອຢຸດຕິການຖ່າຍຊະຊາຍ ຊຶ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 1 ພະຈິກຜ່ານມາ, ທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກໄດ້ມີຄໍາເຫັນວ່າ: “ພວກເຮົາສາມາດຈັດຕັ້ງປະຕິບັດວິທີການຊຸມຊົນເປັນເຈົ້າການດ້ານສຸຂານາໄມໃນ ສປປ ລາວເຮັດໃຫ້ເກີດມີຜົນປະໂຫຍດດ້ານສຸຂາພິບານຢ່າງຫຼວງຫຼາຍໃນທົ່ວປະເທດ. 
    ທ່ານກ່າວຕື່ມວ່າ: "ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ເຫັນບັນດາຜົນງານທີ່ບັນລຸໄດ້ໃນ 3 ແຂວງ, 75 ເມືອງ ແລະ 7.248 ບ້ານແຕ່ພວກເຮົາຍັງຕ້ອງໄດ້ສືບຕໍ່ລະດົມຊຸມຊົນ ແລະ ຮັບປະກັນໃຫ້ທຸກຄອບຄົວ ໂດຍສະເພາະຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດສາມາດເຂົ້າເຖິງວິດຖ່າຍໄດ້”.ການຂາດສຸຂາພິບານທີ່ດີເຮັດໃຫ້ເດັກນ້ອຍມີຄວາມສ່ຽງຕໍ່ການເປັນພະຍາດໃນໄວເດັກ ແລະການຂາດສານອາຫານ ທີ່ສາມາດສົ່ງຜົນກະທົບຕໍ່ການພັດທະນາໂດຍລວມຂອງເຂົາເຈົ້າ, ດ້ານການຮຽນຮູ້ ແລະໂອກາດທາງເສດຖະກິດໃນອະນາຄົດ. ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງຢຸດຕິການຖ່າຍຊະຊາຍ ຊຶ່ງເປັນບາດກ້າວທຳອິດເພື່ອບັນລຸດ້ານສຸຂານາໄມ, ຄວບຄຸມການແຜ່ລະບາດຂອງພະຍາດ ແລະ ເພີ່ມທະວີການຮັກສາກຽດສັກສີ, ຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງແມ່ຍິງ ແລະ ເດັກຍິງ.ໃນແຕ່ລະປີເດັກນ້ອຍລາວອາຍຸຕ່ຳກວ່າ 5 ປີປະມານ 700 ຄົນເສຍຊີວິດ ຍ້ອນພະຍາດຖອກທ້ອງ ແລະ ເດັກນ້ອຍ 1 ໃນ 3 ໃນປະເທດຂາດສານອາຫານຊໍ້າເຮື້ອເຮັດໃຫ້ເດັກເຕ້ຍ. ວຽກສຸຂາພິບານ, ການອະນາໄມ ແລະ ນໍ້າດື່ມທີ່ປອດໄພຈະຊ່ວຍຫຼຸດຜ່ອນການຂາດສານອາຫານ ແລະ ເດັກເຕ້ຍ ໂດຍການປ້ອງກັນຈາກພະຍາດທີ່ພົວພັນກັບນໍ້າ ແລະ ຜົນກະທົບຕໍ່ພັດທະນາການຂອງລໍາໄສ້ ເພື່ອໃຫ້ເດັກສາມາດຢູ່ລອດ ແລະ ຈະເລີນເຕີບໂຕ.
    ທ່ານເພຍ ຣີເບໂລ ບຣິດໂຕ ກ່າວວ່າ: "ການລົງທຶນຢ່າງຕໍ່ເນື່ອງໃນການບໍລິການສຸຂາພິບານໂດຍຄົວເຮືອນ, ຊຸມຊົນແລະລັດຖະບານແມ່ນມີຄວາມຈໍາເປັນເພື່ອປ່ຽນແປງພຶດຕິກໍາຂອງຊຸມຊົນໃຫ້ "ທຸກຄົນນໍາໃຊ້ວິດຖ່າຍ" ກາຍເປັນມາດຕະຖານໃໝ່ຂອງສັງຄົມ. 
    ທ່ານກ່າວຕື່ມວ່າ:"ເນື່ອງໃນໂອກາດ ສະເຫຼີມສະຫຼອງການຮ່ວມມືກັບລັດຖະບານລາວອົງການອຸຍນີເຊັບມີຄວາມມຸ່ງໝັ້ນສະໜັບສະໜູນລັດຖະບານໃຫ້ບັນລຸສະຖານະພາບຢຸດຕິການຖ່າຍຊະຊາຍໃນປີ 2025 ເພື່ອໃຫ້ເດັກນ້ອຍທຸກໆຄົນໄດ້ຮັບຜົນປະໂຫຍດ.ພວກເຮົາຈຶ່ງຮຽກຮ້ອງໃຫ້ຄູ່ຮ່ວມງານທັງໝົດເລັ່ງຄວາມພະຍາຍາມເພື່ອບັນລຸເປົ້າໝາຍສຸຂາພິບານໃຫ້ໄດ້".
ຂ່າວ-ພາບ: ສາທາ