ສູນກິລາສະເຕດ້ຽມສະປອດ ຮ່ວມກັບ ອະດີດນັກຮຽນ ອຸດົມຟ້າງຸ່ມ ຍຸກປີ 1980-1983 ນຳເອົາເຄື່ອງນຸ່ງກິລາ ໂດຍສະເພາະຊຸດວອມກັນໜາວ, ອຸປະກອນກິລາ ແລະ ອຸປະກອນການສຶກສາ ລວມມູນຄ່າຫຼາຍກວ່າ 70 ລ້ານກີບ ມອບໃຫ້ນັກຮຽນໂຮງຮຽນປະຖົມສຶກສາສົມບູນຖໍ້າລໍ້ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ທີ່ແຂວງໄຊສົມບູນ ເພື່ອສົ່ງເສີມໃຫ້ນັກຮຽນໃນເຂດທ້ອງຖິ່ນດັ່ງກ່າວ ໄດ້ມີໂອກາດນຳໃຊ້ເຄື່ອງດີໆ ເສີມສ້າງໃຫ້ມີກຳລັງໃຈເຂົ້າໃນການຮໍ່າຮຽນ ພັດທະນາຕົນເອງໃນກິລາຕ່າງໆ ກາຍເປັນຄົນເກັ່ງ ເພື່ອກ້າວເປັນກຳລັງສຳຄັນໃຫ້ເມືອງ ກໍຄືແຂວງໃນການເຂົ້າຮ່ວມແຂ່ງຂັນກິລາຕ່າງໆເວທີລະດັບຊາດໃນອະນາຄົດ.
ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 14 ພະຈິກ ຜ່ານມາ ທີ່ສອງໂຮງຮຽນດັ່ງກ່າວ.ກ່າວມອບໂດຍທ່ານ ວຽງສະຫວັນ ແສງຈັນ ຜູ້ອຳນວຍການສູນກິລາສະເຕດ້ຽມສະປອດ ຕົວແທນຈຳໜ່າຍເຄື່ອງກິລາ ເອັບບີທີ ພຽງຜູ້ດຽວໃນ ລາວ ແລະ ຈຳໜ່າຍເຄື່ອງກິລາຄົບວົງຈອນ ແລະ ກ່າວຮັບໂດຍທ່ານລີປາວ ໄຊຍະຊ່າງ ຮອງຫົວໜ້າພະແນກສຶກສາທິການແລະກິລາແຂວງໄຊສົມບູນ ມີບັນດາຄະນະອຳນວຍການໂຮງຮຽນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. 
ທ່ານ ວຽງສະຫວັນ ແສງຈັນ ກ່າວວ່າ: ການນຳເອົາເຄື່ອງຕ່າງໆມາມອບໃຫ້ນັກຮຽນຂອງສອງໂຮງຮຽນດັ່ງກ່າວ ທາງພວກເຮົາໄດ້ມີຈຸດປະສົງໃຫ້ນັກຮຽນ ກໍຄື ລູກຫຼານ ໄດ້ມີໂອກາດນຳໃຊ້ເຄື່ອງນຸ່ງດີໆ ງາມໆ ເສີມສ້າງໃຫ້ມີກຳລັງໃຈເຂົ້າໃນການຮໍ່າຮຽນທີ່ດີກາຍເປັນນັກຮຽນເກັ່ງ ນັກຮຽນດີໄປຄ່ຽງຄູ່ກັບການພັດທະນາຕົນເອງໃນການຫຼິ້ນກິລາຕ່າງໆ ກາຍເປັນຄົນເກັ່ງ ເພື່ອກ້າວເປັນກຳລັງສຳຄັນໃຫ້ແກ່ເມືອງ ກໍຄືແຂວງໃນການເຂົ້າຮ່ວມແຂ່ງຂັນກິລາຕ່າງໆເວທີລະດັບຊາດໃນອະນາຄົດ.ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີເສື້ອຄໍມົນ ຈຳນວນ 200 ຜືນ, ເສື້ອວອມ 200 ຜືນ, ປື້ມ 200 ຫົວ, ສໍ 200 ກ້ານ ແລະ ບິກ 200 ກ້ານ ລວມມູນຄ່າຫຼາຍກວ່າ 60 ລ້ານກີບ ມາມອບໃຫ້. ນອກຈາກນັ້ນ, ກໍຍັງອະດີດນັກຮຽນອຸດົມຟ້າງຸ່ມ ກໍໄດ້ນຳເອົາ ປຶ້ມຈຳນວນ 1 ພັນຫົວ ພ້ອມດ້ວຍສໍ, ບິກ, ຂະໜົມ ແລະ ອື່ນໆ ລວມມູນຄ່າຫຼາຍກວ່າ 10 ລ້ານກີບ ມາມອບໃຫ້ເຊັ່ນກັນລວມມູນຄ່າຫຼາຍກວ່າ 70 ລ້ານກີບ. 
ຂ່າວ-ພາບ: ສົງການ ພັນແພງດີ