ວັນທີ 15 ພະຈິກ ນີ້, ແຂວງຄໍາມ່ວນໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງອອກຜະລິດຕະພັນສິນຄ້າແຮ່ທາດ ຂອງບັນດາບໍລິສັດ ລະຫວ່າງ ຄະນະນໍາຂອງແຂວງຄໍາມ່ວນ ຮ່ວມກັບ ບັນດາທ່ານຫົວໜ້າກົມ, ຮອງກົມຈາກກະຊວງກ່ຽວຂ້ອງຄື: ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທະນາຄານ ໂດຍການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານຮອງເຈົ້າແຂວງ, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມສະອາດ ອຸ່ນສີດາ ໄດ້ລາຍງານກ່ຽວກັບການສະເໜີເຈດຈໍານົງຂອງບັນດາບໍລິສັດ ພາຍຫຼັງລົງເກັບກໍາສະພາບການຈັດຕັ້ງປະຕິບັດຕົວຈິງຢູ່ ບໍລິສັດ ຊີໂນ-ອາກຣີ ໂປຣຕາສ ຈໍາກັດ ທີ່ບ້ານດົງໃຕ້ ເມືອງທ່າແຂກ ແລະ  ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ທີ່ບ້ານລໍາມະລາດ ເມືອງທ່າແຂກ ໂດຍສະເພາະບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ທີ່ທາງບໍລິສັດໄດ້ຍົກຂຶ້ນຊຶ່ງມີໄລຍະສະເພາະໜ້າ ແລະ ໄລຍະຍາວລວມເຖິງບັນຫາການດຶງດູດການລົງທຶນ, ບັນຫາທີ່ຕິດພັນກັບນະໂຍບາຍໃນການສົ່ງອອກສິນຄ້າ, ອັດຕາພາສີ,ຄ່າຊັບພະຍາກອນທີ່ມີການທັບຊ້ອນກັນ ແລະ ການສົ່ງເສີມການລົງທຶນໃນເຂດນິຄົມອຸດສາຫະກຳໝູນວຽນອັດສະລິຍະຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ເພື່ອໃຫ້ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາຄິດເຫັນຕາມຫົວຂໍ້ຕ່າງໆ ທີ່ໄດ້ຍົກຂຶ້ນໃນກອງປະຊຸມ ໂດຍສະເພາະບັນຫາທີ່ບາງດ້ານບໍ່ສອດຄ່ອງຕໍ່ການປະຕິບັດນະໂຍບາຍຂອງລັດຖະບານວາງອອກໃໝ່, ເພື່ອສັງລວມຂໍ້ມູນໃຫ້ລະອຽດຊັດເຈນນໍາໄປສະເໜີອົງການຈັດຕັ້ງທີ່ກ່ຽວຂ້ອງກໍຄືລັດຖະບານເພື່ອເປັນບ່ອນອີງໃນການດັດປັບຊ່ວຍພິຈາລະນາແກ້ໄຂປັບປຸງບາງນະໂຍບາຍໃຫ້ມີຄວາມສອດຄ່ອງ, ອໍານວຍຄວາມສະດວກ ແລະ ເປັນນະໂຍບາຍທີ່ສາມາດດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ກໍຄືການປະກອບສ່ວນໃນການພັດທະນາແຂວງຄໍາມ່ວນ.
ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ມີຄໍາເຫັນສະເໜີມາຍັງບັນດາຂະແໜງການໃຫ້ນໍາເອົາບັນຫາຕ່າງໆ ໂດຍສະເພາະການນໍາສະເໜີຂອງ 2 ບໍລິສັດຢ່າງລະອຽດຈະແຈ້ງ ເພື່ອໃຫ້ຂັ້ນເທິງພິຈາລະນາໂດຍໄວ ເພື່ອສົ່ງເສີມຜູ້ຜະລິດ, ກ່ຽວກັບການຄຸ້ມຄອງເງິນຕາຢາກໃຫ້ເບິ່ງຄືນສິ່ງໃດທີ່ທ້ອງຖິ່ນສາມາດຊ່ວຍໄດ້, ດ້ານກົນໄກການປະສານງານ ຫຼື ລະບຽບການເພື່ອເຮັດໜ້າທີ່ໃນການຄຸ້ມຄອງ,  ກ່ຽວກັບການທົດລອງໃນການຂຸດຄົ້ນບໍ່ແຮ່ ໂດຍສະເພາະບໍລິມາດທີ່ສົ່ງອອກພາກສ່ວນກ່ຽວຂ້ອງຄວນມີນິຕິກໍາໃດໜຶ່ງເພື່ອເປັນບ່ອນອີງໃຫ້ເຂົາເຈົ້າໃນການປະຕິບັດ ແລະ ບັນຫາການຂົນສົ່ງສິນຄ້າທີ່ນໍ້າໜັກເກີນຂະໜາດເຮັດໃຫ້ເສັ້ນທາງເປ່ເພ ຈະພ້ອມພາກັນແກ້ໄຂຄືແນວໃດ.
ຂ່າວ-ພາບ: ມະນີວັນ