ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ໄດ້ເປີດເຜີຍຂໍ້ມູນເມື່ອຕອນບ່າຍວັນທີ 16 ພະຈິກນີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2023 ບັນລຸໄດ້ ປະມານ 985 ລ້ານໂດລາ; ໃນນີ້, ມູນຄ່າການສົ່ງອອກ ປະມານ 361 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 625 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 264 ລ້ານໂດລາ. ນີ້ເປັນອີກໜຶ່ງເດືອນ ທີ່ ສປປ ລາວ ຂາດດຸນການຄ້າໃນປີນີ້ ຊຶ່ງເປັນການຂາດດຸນການຄ້າເດືອນທີ 7 ຕິດຕໍ່ກັນ, ໂຕເລກມູນຄ່າການຄ້ານີ້ ຍັງບໍ່ທັນໄດ້ລວມມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ.
    ການຄ້າຕ່າງປະເທດຂອງລາວໃນປີນີ້, ເລີ່ມຕົ້ນໃນເດືອນທໍາອິດຂອງປີ ບໍ່ດີປານໃດ ສືບຕໍ່ຂາດດຸນມາແຕ່ເດືອນທັນວາປີ 2022 ຊຶ່ງເດືອນມັງກອນຂາດດຸນການຄ້າ 13 ລ້ານໂດລາ, ກ່ອນຈະມາເກີນດຸນການຄ້າໃນເດືອນທີສອງ ແລະ ທີສາມຂອງປີ ດ້ວຍມູນຄ່າເກີນດຸນ 48 ລ້ານໂດລາ ໃນເດືອນກຸມພາ ແລະ 25 ລ້ານໂດລາ ໃນເດືອນມີນາ. ຈາກນັ້ນນັບແຕ່ເດືອນເມສາເປັນຕົ້ນມາ, ສປປ ລາວ ກໍຂາດດຸນການຄ້າຕິດຕໍ່ກັນມາເປັນເວລາ 7 ເດືອນ ຊຶ່ງໂດຍລວມແລ້ວໃນ 7 ເດືອນຕິດຕໍ່ກັນນີ້ ເຮົາຂາດດຸນໄປແລ້ວປະມານ 926 ລ້ານໂດລາ ແລະ ຖ້າລວມເດືອນມັງກອນ ເປັນ 8 ເດືອນ ໃນ 10 ເດືອນປີນີ້ ທີ່ປະເທດເຮົາຂາດດຸນການຄ້າ ແມ່ນມີປະມານ 939 ລ້ານໂດລາ.
    ສະເພາະເດືອນຕຸລາຜ່ານມາ, ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 5 ອັນດັບ ໄດ້ແກ່ ໄທ ປະມານ 273 ລ້ານໂດລາ, ຈີນ ປະມານ 224 ລ້ານໂດລາ, ຫວຽດນາມ ປະມານ 23 ລ້ານໂດລາ, ສະຫະລັດອາເມຣິກາ ປະມານ 23 ລ້ານໂດລາ ແລະ ອົສຕຣາລີ ປະມານ 16 ລ້ານໂດລາ. ຂະນະທີ່, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນໍ້າມັນກາຊວນ ປະມານ 83 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ປະມານ 61 ລ້ານໂດລາ, ພາຫະນະທາງບົກ ປະມານ 56 ລ້ານໂດລາ, ອຸປະກອນກົນຈັກ ປະມານ 52  ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ ປະມານ 31 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 26 ລ້ານໂດລາ, ເຫຍື້ອໄມ້ ແລະ ເສດເຈ້ຍ ປະມານ 20 ລ້ານໂດລາ, ນໍ້າມັນແອັດຊັງ ປະມານ 19 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 18 ລ້ານໂດລາ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) ປະມານ 17 ລ້ານໂດລາ.
    ສ່ວນປະເທດສົ່ງອອກຕົ້ນຕໍ 5 ອັນດັບ ທີ່ ສປປ ລາວ ສົ່ງອອກຫຼາຍທີ່ສຸດໄດ້ແກ່ຈີນ ປະມານ 154 ລ້ານໂດລາ, ຫວຽດນາມ ປະມານ 71 ລ້ານໂດລາ, ໄທ ປະມານ 39 ລ້ານໂດລາ, ອົສຕາລີ ປະມານ 36 ລ້ານໂດລາແລະ ສະວິດເຊີແລນ ປະມານ 11 ລ້ານໂດລາ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່ຄໍາປະສົມ, ຄຳແທ່ງ ປະມານ 61 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 41 ລ້ານໂດລາ, ແຮ່ທອງ ປະມານ 38 ລ້ານໂດລາ, ຢາງພາລາປະມານ 29 ລ້ານໂດລາ, ເຫຍື້ອໄມ້ ແລະ ເສດເຈ້ຍ ປະມານ 24 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ເຄື່ອງດື່ມຊູກໍາລັງ...) ປະມານ 22 ລ້ານໂດລາ, ໝາກກ້ວຍ ປະມານ 16 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 16 ລ້ານໂດລາ, ນໍ້າຕານ ປະມານ 14 ລ້ານໂດລາ ແລະ ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ ປະມານ 9 ລ້ານໂດລາ.
(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກ: LTP)