ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ຈັດກອງປະຊຸມ ປຶກສາຫາລື ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານພາຫະນະທາງບົກ ໃນວັນທີ 14 ພະຈິກຜ່ານມາ ໂດຍການເປັນປະທານຂອງ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ, ມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມພາສີ ກະຊວງການເງິນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ດໍາເນີນກິດຈະການ ໂຮງງານປະກອບລົດຈັກ 15 ແຫ່ງໃນທົ່ວປະເທດ ເຂົ້າຮ່ວມ.
ທ່ານ ບົວວັນ ວິລະວົງ ໄດ້ມີຄຳເຫັນວ່າ: ເພື່ອທົບທວນການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ສະບັບເລກທີ 470/ລບ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານ ພາຫະນະທາງບົກ ສະບັບເລກທີ 0221/ອຄ.ກອຫ ແລະ ປຶກສາຫາລືແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດດໍາລັດ ແລະ ຂໍ້ຕົກລົງດັ່ງກ່າວ ໂດຍສະເພາະສະພາບການນໍາເຂົ້າ, ການຜະລິດ, ການປະກອບລົດ ແລະ ການຈໍາໜ່າຍ ໃນສະພາບປັດຈຸບັນ. ໃນໄລຍະຜ່ານມາ ພັກ ແລະ ລັດ ໄດ້ວາງທິດທາງ ແລະ ນະໂຍບາຍສົ່ງເສີມການຜະລິດ, ການປະກອບໃຫ້ໄດ້ມາດຕະຖານ, ຍົກລະດັບສະມັດຖະພາບການຜະລິດ, ສ້າງມູນຄ່າເພີ່ມ, ເຮັດໃຫ້ຜະລິດຕະພັນມີຄຸນນະພາບ ແລະ ມີຄວາມປອດໄພ, ໃນຂະນະທີ່ສະພາບລວມຂອງທຸລະກິດຕ່າງໆ ມີການແຂ່ງຂັນໃນຫຼາຍດ້ານ ເປັນຕົ້ນການພັດທະນາຜະລິດຕະພັນ, ມາດຕະຖານການຜະລິດກ້າວໄປສູ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ການແຂ່ງຂັນດ້ານການບໍລິການທາງການຄ້າ ແລະ ອື່ນໆ. ໃນສະພາບເສດຖະກິດມີຄວາມຫຍຸ້ງຍາກ ນັບແຕ່ການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ປະກອບໃສ່ສະພາບເສດຖະກິດຝືດເຄືອງຈາກຄວາມຂັດແຍ່ງຂອງໂລກ, ບັນຫາເງິນເຟີ້, ນໍ້າມັນແພງ, ອັດ ຕາການນໍາເຂົ້າຫຼຸດລົງ ຈຶ່ງເຮັດໃຫ້ການຜະລິດ, ການປະກອບ ແລະ ການຈໍາໜ່າຍຫຼຸດລົງ, ຄາດວ່າປະມານ 60% ຂອງການຜະລິດໃນທົ່ວປະເທດ ທຽບໃສ່ໄລຍະກ່ອນການແຜ່ລະບາດພະຍາດໂຄວິດ-19.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີ ດໍາລັດວ່າດ້ວຍ ການຄຸ້ມຄອງຍານພາຫະ ນະທາງບົກ ເລກທີ 470/ລບ, ລົງວັນທີ 27 ທັນວາ 2019, ການກໍານົດມາດຕະຖານເຕັກນິກຄວາມປອດໄພ ຂອງຍານພາຫະນະທາງບົກ ຂອງ ສປປ ລາວ ແລະ ສະພາບການຜະລິດ ແລະ ການປະກອບລົດ. ຂະນະດຽວກັນ, ກໍໄດ້ເປີດເວທີປະກອບຄໍາຄິດເຫັນແລກປ່ຽນບົດຮຽນຢ່າງກົງໄປ-ກົງມາ ດ້ວຍຄວາມຮັບຜິດ ຊອບສູງ ເພື່ອໃຫ້ການຈັດຕັ້ງປະຕິບັດມີຜົນສໍາເລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດປະກົດຜົນເປັນຈິງ.
(ຂ່າວ-ພາບ: ໄພວັນ ໂຄດວັນທາ ຂ່າວສານ ອຄ)