ກະຊວງສາທາລະນະສຸກ ແລະ ອົງການອຸຍນີເຊັບ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ອຸຍນີເຊັບ ຂຶ້ນທີ່ໂຮງໝໍມະໂຫສົດນະຄອນຫຼວງວຽງຈັນໃນວັນທີ 14 ພະຈິກ ຜ່ານມາ.
ພາຍໃຕ້ຫົວຂໍ້ ການປັບປຸງສຸຂະພາບແມ່  ແລະ ເດັກ ຜ່ານການສົ່ງເສີມໂພຊະນາການທີ່ດີ. ເປັນປະທານໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ  ແລະ ທ່ານ ນາງ ເປຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າຈາກ ອົງການອຸຍນີເຊັບ ປະຈຳ ສປປ ລາວ. ນອກນັ້ນ, ຍັງມີຄູ່ຮ່ວມພັດທະນາ ຈາກ ສະຫະພາບເອີຣົບ, ອົງການ USAID, ລັດຖະບານ ການາດາ,  ຝຣັ່ງ,  ລຸກຊໍາບວກ, ອົງການ ອາຫານໂລກ, ອົງການ ອະນາໄມໂລກ ແລະ ຕົວແທນຈາກ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.
ທ່ານບຸນແຝງ ພູມມະໄລສິດໄດ້ກ່າວວ່າ:  ກະຊວງສາທາລະນະສຸກ ແລະ ອົງການອຸຍນີເຊັບ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ຄຽງຄູ່ກັບຄູ່ຮ່ວມພັດທະນາຕ່າງໆ ເພື່ອປັບປຸງສະພາບ ແລະ ໂພຊະນາການຂອງເດັກນ້ອຍ ແລະ ຊຸມຊົນທົ່ວປະເທດ ຢ່າງບໍ່ຮູ້ອິດເມື່ອຍ.
  ສຳລັບໃນຄັ້ງນີ້ ພວກເຮົາໄດ້ເປັນພະຍານເຖິງບົດບາດອັນສໍາຄັນຂອງບັນດາ ແພດ, ໝໍ ແລະ ພະຍາບານ, ເຊັ່ນດຽວກັນກັບບັນດາພໍ່, ແມ່ ແລະ ເປັນຜູ້ປົກຄອງ, ໃນການຮັບປະກັນວ່າ ເດັກນ້ອຍສາມາດເຂົ້າເຖິງການບໍລິການດ້ານໂພຊະນາການທີ່ມີຄຸນນະພາບ ເພື່ອປ້ອງກັນ ແລະ ປິ່ນປົວການຂາດສານອາຫານແລະ ຄວາມສໍາຄັນຂອງການສະໜັບສະໜູນ ແລະ ໃຫ້ຄວາມຮູ້ແກ່ຊຸມຊົນຂອງພວກເຮົາ ກ່ຽວກັບໂພຊະນາການ ເພື່ອສົ່ງເສີມການເຕີບໂຕ ແລະ ພັດທະນາຂອງເດັກນ້ອຍ, ຊຸມຊົນ ແລະ ປະເທດຊາດຢ່າງກວ້າງຂວາງ.
ໃນປີ 1973ຊຶ່ງເປັນປີທີ່ ອົງການອຸຍນີເຊັບ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານໃນ ສປປ ລາວ, ເດັກນ້ອຍປະມານ 80-85% ໃນປະເທດ ແມ່ນຖືກປະເມີນວ່າຂາດສານອາຫານ ແລະ ມີນໍ້າໜັກທີ່ຕໍ່າກວ່າມາດຕະຖານ ເມື່ອທຽບກັບຄວາມສູງຂອງພວກເຂົາ, ແຕ່ຍ້ອນການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການຕ່າງໆຈົນມາຮອດປັດຈຸບັນ, ເຫັນໄດ້ວ່າອັດຕາການຂາດສານອາຫານໃນເດັກໄດ້ຫຼຸດລົງຢ່າງຫຼວງຫຼາຍ ແຕ່ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍດ້ານໂພຊະນາການອື່ນໆກໍຍັງຄົງມີຢູ່. 
ທ່ານ ນາງ  ເປຍ ເຣເບລໂລ ບຣິດໂຕຜູ້ຕາງໜ້າຈາກອົງການອຸຍນີເຊັບ ປະຈຳ ສປປ ລາວໄດ້ກ່າວວ່າ: ຕະຫຼອດໄລຍະ 50 ປີຜ່ານມານີ້, ພວກເຮົາໄດ້ປະສົບຜົນສໍາເລັດກ່ຽວກັບໂພຊະນາການເດັກ ຫຼາຍດ້ານ  ແລະ ແນ່ນອນວ່າຜົນສຳເລັດດັ່ງກ່າວ ແມ່ນບໍ່ສາມາດບັນລຸໄດ້ ຖ້າປາສະຈາກການຮ່ວມມືອັນກວ້າງຂວາງ ລະຫວ່າງ ອົງການອຸຍນີເຊັບ ແລະ ລັດຖະບານ ແຫ່ງ ສປປ ລາວ ລວມທັງ ບັນດາຄູ່ຮ່ວມພັດທະນາ, ບັນດາແພດ, ໝໍ ແລະ ພະຍາບານທີ່ຢູ່ແຖວໜ້າ. 
ຈາກຜົນສໍາເລັດ ໃນໄລຍະຜ່ານມານັ້ນ,   ພວກເຮົາກໍຕ້ອງໄດ້ເອົາໃຈໃສ່ຕໍ່ກັບສິ່ງທ້າທາຍ ທີ່ກຳລັງປະເຊີນໃນປັດຈຸບັນເຊັ່ນກັນ. ພວກເຮົາໄດ້ເດີນທາງມາຮອດຈຸດສຳຄັນ ແລະ ເຖິງເວລາແລ້ວທີ່ຈະຕ້ອງເພີ່ມຄວາມພະຍາຍາມ ແລະ ການລົງທຶນໃສ່ວຽກງານໂພຊະນາການ ເພື່ອປູເສັ້ນທາງໄປສູ່ໂພຊະນາການທີ່ດີກ່ວາເກົ່າ ສໍາລັບອະນາຄົດອັນສົດໃສຂອງເດັກນ້ອຍທຸກຄົນ ໃນ ສປປ ລາວ ແລະ ເພື່ອພັດທະນາຊັບພະຍາກອນມະນຸດອັນລໍ້າຄ່າຂອງ ສປປ ລາວ.
ໃນໂອກາດນີ້, ບັນດາຕົວແທນຈາກຄູ່ຮ່ວມພັດທະນາຕ່າງໆ ໄດ້ລົງສັງເກດ ການໃຫ້ບໍລິການດ້ານໂພຊະນາການຕົວຈິງໃນໂຮງໝໍມະໂຫສົດ, ລວມທັງການໃຫ້ຄໍາປຶກສາການລ້ຽງລູກດ້ວຍນົມແມ່ໂດຍຜູ້ຊ່ຽວຊານ, ການວັດແທກຄວາມສູງ ແລະ ນ້ໍາໜັກຂອງເດັກນ້ອຍ, ການສະໜອງວິຕາມິນ A ເສີມແກ່ເດັກແລະ ຍັງໄດ້ຢ້ຽມຢາມຫ້ອງປິ່ນປົວເດັກນ້ອຍ ໃນກໍລະນີການຂາດສານອາຫານແບບຮ້າຍແຮງອີກດ້ວຍ.ໃນງານສະເຫຼີມສະຫຼອງດັ່ງກ່າວ,ອົງການອຸຍນີເຊັບ ຍັງໄດ້ມອບເຄື່ອງທີ່ລະນຶກໃຫ້ແກ່ ກະຊວງສາທາລະນະສຸກ, ແພດ, ໝໍ ຂອງໂຮງໝໍມະໂຫສົດ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອເປັນການສະແດງຄວາມຂອບໃຈ ສຳລັບການຮ່ວມມືໃນຂົງເຂດວຽກງານໂພຊະນາການຕະຫຼອດຫຼາຍໆປີທີ່ຜ່ານມາ.
ຂ່າວ-ພາບ:ອົງການ ຢູນິເຊັບ