ສະຫະພັນນັກນັກຮົບເກົ່າແຫ່ງຊາດລາວ(ສນຫລ) ໄດ້ຈັດກອງປະຊຸມຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ XI  ແລະ ປາຖະກະຖາລະນຶກວັນເກີດຂອງປະທານຄຳໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸພາ 2024) ຂຶ້ນໃນວັນທີ 17 ພະຈິກນີ້ທີ່ ສນຫລ  ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານ ສນຫລ, ມີບັນດາຫົວໜ້າກົມ-ຮອງກົມ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ພົນໂທແສງນວນໄຊຍະລາດ ກ່າວວ່າ: ການເຜີຍແຜ່ເອກະສານດັ່ງກ່າວນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນຫຼາຍ ເພື່ອໃຫ້ຜູ້ເຂົ້າຮ່ວມກໍຄືພະນັກງານ-ລັດຖະກອນທົ່ວ ສຫນລ ກໍາແໜ້ນໄດ້ເນື້ອໃນ, ເຂົ້າໃຈຄວາມໝາຍ-ຄວາມສຳຄັນ ມະຕິຄໍາສັ່ງຂອງພັກເພື່ອນໍາໄປຈັດຕັ້ງປະເຂົ້າໃນວຽກງານວິຊາສະເພາະທີ່ຕົນຮັບຜິດຊອບຕົວຈິງ. ສຳລັບເນື້ອໃນເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີ 4 ເນື້ອໃນສຳຄັນຄື: ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຕິດພັນກັັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດປະຈຳປີ 2023 ແລະ ທິດທາງປີ 2024; ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ຫຼື ບ້ານໃຫຍ່; ເນື້ອໃນກອງປະຊຸມໄດ້ວາງຈຸດສຸມນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກແຕ່ນີ້ ຮອດກອງປະຊຸມຄົບຄະນະຄັ້ງທີ 8 ສະໄໝທີXI.
ຫຼັງຈາກນັ້ນ, ທ່ານ ພົວ ຄຳຫອມ ແສງບົວລົມ ຮອງປະທານ ສນຫລ ໄດ້ປາຖະກະຖາລະນຶກວັນເກີດປະທານຄຳໄຕ ສີພັນດອນຄົບຮອບ 100 ປີ ໂດຍໄດ້ຍົກໃຫ້ເຫັນຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນການເຄື່ອນໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນ, ພ້ອມຍົກໃຫ້ເຫັນການເຄື່ອນໄຫວປະຕິວັດ, ການເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານຝຣັ່ງຢູ່ພາກໃຕ້, ພາກກາງ, ການຊີ້ນໍາບັນຊາຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມແລະ ປະຕິບັດຄວາມຖືກຕ້ອງປອງດອງຄັ້ງທີ I ໃນປີ 1955. ພ້ອມນັ້ນ, ຍັງໄດ້ມອບໝາຍໃຫ້ເປັນຜູ້ຊີ້ນໍາຢູ່ 10 ແຂວງ ແລະ ເປັນພະນັກງານກວດກາການປະຕິບັດສັນຍາເຊີແນວຂອງຄະນະກຳມະການສາກົນຢູ່ໃນລາວ. ໃນນັ້ນ, ຍັງຍົກໃຫ້ເຫັນການນໍາພາຕໍ່ສູ້ປະຕິບັດສັນຍາວຽງຈັນ ປີ 1975 ແລະ ການຢຶດອໍານາດທົ່ວປະເທດ; ບົດບາດອັນສໍາຄັນໃນການຊີ້ນໍາ-ນໍາພາປະຕິບັດສອງໜ້າທີ່ຍຸດທະສາດ ແລະ ພາລະກິດປ່ຽນແປງໃໝ່ຂອງພັກ. ພ້ອມນັ້ນ, ຍັງຍົກໃຫ້ເຫັນການຄົ້ນຄວ້າຮຽນຮູ້ ແລະ ເສີມຂະຫຍາຍຄຸນງາມຄວາມດີຂອງປະທານຄຳໄຕ ສີພັນດອນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI.
ການປາຖະກະຖາຫວນຄືນວັນເກີດປະທານ ຄຳໄຕ ສີພັນດອນ ໃນຄັ້ງນີ້ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ລະນຶກເຖິງຄຸນງາມຄວາມດີ, ນໍ້າໃຈເສຍສະຫຼະອັນສູງສົ່ງຂອງການເປັນຜູ້ນຳ, ນໍ້າໃຈເສຍສະຫຼະທຸກສິ່ງຢ່າງເພື່ອປະເທດຊາດເພື່ອປະຊາຊົນຮ່ວມກັບຜູ້ນຳທ່ານອື່ນໆຕະຫຼອດໄລຍະຜ່ານມາ ແລະ ອື່ນໆ.
            (ຂ່າວ-ພາບ: ວັນເພັງ)