ໃນວັນທີ 16 ພະຈິກ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຢ້ຽມຢາມເຮັດວຽກຢູ່ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ.
ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີພ້ອມຄະນະໄດ້ໄປຢ້ຽມຢາມຟາມລ້ຽງໝູແລະ ໂຮງງານອົບແຫ້ງສາລີ ຂອງບໍລິສັດ ຫົງໂຢກໍ່ສ້າງ ແລະ  ພັດທະນາກະສິກໍາ ຈຳກັດ ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ຈາກຕາງໜ້າຂອງບໍລິສັດດັ່ງກ່າວຄື: ຟາມລ້ຽງໝູມີຈຸດປະສົງ ແລະ ເປົ້າໝາຍຜະລິດໝູປ້ອນໂຮງງານຂ້າສັດພາຍໃນ ເມືອງໄຊຍະບູລີ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດພາຍໃນເມືອງໄຊຍະບູລີ, ຮອດປັດຈຸບັນມີມີໝູແມ່ພັນທີ່ໄດ້ປະສົມພັນຈໍານວນ 117 ໂຕ, ຈໍານວນພໍ່ພັນ 3 ໂຕ, ສ່ວນໂຮງງານສີ ແລະ ອົບແຫ້ງສາລີທາງບໍລິສັດແມ່ນໄດ້ສົ່ງເສີມຊາວກະສິກອນປູກໂດຍກົງ, ແບບມີສ່ວນຮ່ວມ, ບໍລິສັດເປັນຜູ້ຕອບສະໜອງທາງດ້ານແນວພັນ ແລະ ເຕັກນິກວິຊາການ, ຮອດປັດຈຸບັນບໍລິສັດເກັບຊື້ນໍາປະຊາຊົນໃນລາຄາ 2.900 ກີບ, ໂຮງງານສາມາດສີ ແລະ ອົບແຫ້ງສາລີ 100 ໂຕນ/ມື້, ສາລີດັ່ງກ່າວ 70% ແມ່ນປ້ອນເຂົ້າຟາມລ້ຽງໝູຂອງບໍລິສັດເອງ ແລະ 30%ແມ່ນສົ່ງອອກໄປ ສປຈີນ.
ຈາກນັ້ນ, ກໍໄດ້ເຂົ້າຢ້ຽມຢາມໂຮງງານແປ້ງມັນຕົ້ນຂອງບໍລິສັດກ້າວໜ້າລາວຈໍາກັດ,ໂຮງງານດັ່ງກ່າວເປັນໂຮງງານສ້າງຕັ້ງໃໝ່ຊຶ່ງຂະຫຍາຍຈາກໂຮງງານແປ້ງມັນຕົ້ນເມືອງປາກລາຍ, ຮອດປັດຈຸບັນສໍາເລັດເກືອບ 100% ແລະ ຈະໄດ້ທໍາການຜະລິດໃນທ້າຍເດືອນພະຈິກປີນີ້, ໂຮງງານດັ່ງກ່າວແມ່ນມີຄວາມສາມາດຜະລິດແປ້ງໄດ້ 50.000 ໂຕນຕໍ່ປີ, ມີຄວາມຕ້ອງການວັດຖຸດິບ 200.000 ໂຕນຕໍ່ປີ,ໂດຍສະເລ່ຍກໍາລັງການຜະລິດສູງສຸດ 300 ໂຕນຕໍ່ມື້, ດ້ານສິ່ງແວດລ້ອມ ປະຈຸບັນມີອ່າງບົ່ມ(ປິດ)ຈໍານວນ 3 ອ່າງ,ຂະຫນາດ 80x160 ແມັດ ເພື່ອຜະລິດແກັສຊີວະພາບ, ອ່າງເກັບຕະກອນ ແລະ ປອກມັນ ຈໍານວນ 1 ອ່າງ,ຂະໜາດ 50x160 ແມັດ, ອ່າງເກັບນໍ້າທີ່ຜ່ານການບໍາບັດເບື້ອງຕົ້ນ 1 ອ່າງ ມີຂະໜາດ 160x260 ແມັດ, ນອກນີ້ຍັງຈະໄດ້ຕິດຕັັ້ງໂຮງອົບແຫ້ງກາກມັນຕົ້ນ (ເສດເຫຼືອຈາກຂະບວນການຜະລິດ)ນໍາໄປອົບແຫ້ງ ເພື່ອເປັນຫົວອາຫານສັດ, ການຂະຫຍາຍໂຮງງານກໍເພື່ອແກ້ໄຂບັນຫາປະຊາຊົນຊາວສວນທີ່ປູກມັນຕົ້ນໄດ້ນໍາຜົນຜະລິດໄປຂາຍໃນໄລຍະທາງທີ່ໃກ້, ທັງແກ້ໄຂແຮງງານພາຍໃນທ້ອງໄດ້ເຖິງ 180 ຄົນ ສ້າງລາຍຮັບໃຫ້ແກ່ທ້ອງຖິ່ນ ແລະ ໃນວັນດຽວກັນທ່ານນາຍົກຍັງໄດ້ເຂົ້າຢ້ຽມຢາມໂຮງງານຜະລິດເສັ້ນໝີ່ຂອງ ບໍລິສັດຫົງໂຢກໍ່ສ້າງ ແລະ  ພັດທະນາກະສິກໍາ ຈຳກັດ ຕື່ມອີກ.
ຂ່າວ-ພາບ:ອຸ່ນເຮືອນ ໂພທິລັກ