ກຳມະບານຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງສາລະວັນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂຶ້ນໃນວັນທີ 16 ພະຈິກຜ່ານມາໂດຍການເປັນປະທານຮ່ວມຂອງທ່ານ ສີທະນົນໄຊ ນິນສຸຣິຍະວົງ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຍທຂ ປະທານກຳມະບານຮາກຖານພະແນກ ຍທຂ, ມີທ່ານ ຈິດຕະກອນ ສາຍສະໝຸດ ຜູ້ປະຈຳການຄະນະບໍລິຫານງານສະຫະພັນກຳມະບານແຂວງ, ທ່ານນາງ ແວວມະນີ ຈັນທະວົງສາ ປະທານສະຫະພັນແມ່ຍິງພະແນກ ຍທຂ ແຂວງ, ມີຄະນະພະແນກ, ສະມາຊິກກຳມະບານເຂົ້າຮ່ວມ.
    ທ່ານນາງ ມະນີລາ ກົມຍະເດດ ຮອງປະທານກຳມະບານຮາກຖານ ພະແນກ ຍທຂ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ໄດ້ເອົາໃຈໃສ່ໂຄສະນາແນວທາງຂອງພັກ, ນະໂຍບາຍ ແລະກົດໝາຍ, ລະບຽບການຂອງລັດ, ໄດ້ເຊື່ອມຊຶມມູນເຊື້ອວັນສຳຄັນຂອງຊາດ-ຂອງພັກ, ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງກຳມະບານລາວ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ. ຜ່ານການຈັັດຕັ້ງປະຕິບັດເຮັດໃຫ້ການຈັດຕັ້ງກຳມະບານໄດ້ຮັບຮອງນາມມະຍົດ 5 ເປັນເຈົ້າ ແລະສະມາຊິກກຳມະບານໄດ້ຮັບການຮັບຮອງນາມມະຍົດ 5 ເປັນເຈົ້າກວມ 100%, ຮັບຮອງນາມມະຍົດ 5 ເປັນເຈົ້າ 3 ປີຕໍ່ເນື່ອງ (20217-2019) 4 ປີຕໍ່ເນື່ອງ (2020-2023), ໄດ້ຍ້ອງຍໍຂະບວນການແຂ່ງຂັນຮັກຊາດພັດທະນາ ແລະຜັນຂະຫຍາຍວຽກ 3 ສ້າງເຂົ້າສູ່ລວງເລິກ. ນອກນັ້ນວຽກງານທີ່ພົ້ນເດັ່ນໄດ້ເອົາໃຈໃສ່ຄຸ້ມຄອງວຽກງານຂົນສົ່ງໂດຍສານ ສາຍທາງແລ່ນລົດໂດຍສານທັງພາຍໃນ-ອອກສູ່ຕ່າງປະເທດ ແລະຂົນສົ່ງສິນຄ້າ, ທົ່ວແຂວງມີພາຫະນະທັງໝົດ 41.368 ຄັນ (ລົດທີ່ຂຶ້ນທະບຽນ), ພະແນກ ຍທຂ ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ສຸມໃສ່ວຽກກໍ່ສ້າງພື້ນຖານໂຄງລ່າງມີທັງໝົດ 425 ໂຄງການ, ອະນຸມັດຈ່າຍສຳເລັດ 71 ໂຄງການ, ທົ່ວແຂວງມີເສັ້ນທາງທັງໝົດ 568 ເສັ້ນ, ລວງຍາວ 3.725,83 ກິໂລແມັດ ໄດ້ຂະຫຍາຍເສັ້ນທາງເພີ່ມຂຶ້ນໄລຍະ 5 ປີມີ 86 ເສັ້ນ, ລວງຍາວ 71,52 ກິໂລແມັດ ທຽບໃສ່ແຜນປີປະຕິບັດໄດ້ 101% ແລະໄດ້ແກ້ໄຂລະບົບຕາໜ່າງເສັ້ນທາງໃນຊົນນະບົດ. ນອກນັ້ນສະມາຊິກກຳມະບານຍັງໄດ້ສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະກັນ ຊຶ່ງມີສະມາຊິກ ທັງໝົດ 55 ສະຫາຍ, ມີເງິນກອງທຶນທັງໝົດ 80 ລ້ານກວ່າກີບ. ໃນພິທີໄດ້ມອບໃບຍ້ອງຍໍໃຫ້ສະມາຊິກກຳມະບານ ແລະມອບໃບຢັ້ງຢືນ ແລະທຸງໄຊໃຫ້ກຳມະບານຮາກຖານພະແນກ ຍທຂ ຕື່ມອີກ.
    ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະກຳມະບານຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາທ່ານ ສີທະນົນໄຊ ນິນສຸຣິຍະວົງ ເປັນປະທານ,ທ່ານນາງ ມະນີລາ ກົມຍະເດດ ເປັນຮອງ ແລະທ່ານ ພອນສັກ ສີອຸດົມ ເປັນຄະນະ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ