ໃນວັນທີ 16 ພະຈິກ ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເປີດການແຂ່ງຂັນກິລາເຕະບານ ເພື່ອຂ່ຳນັບຮັບຕ້ອນວັນຊາດ 2 ທັນວາ ຄົບຮອບ 48 ປີ ຢູ່ທີ່ເດີນກິລາຂອງເມືອງ ຊຶ່ງໃນພິທີໄດ້ມີການເດີນຂະບວນກອງດຸລິຍາງຂອງເຍົາວະຊົນ, ກ້ອນກຳລັງຊາວ
ໜຸ່ມ-ເຍົາວະຊົນ, ກ້ອນກຳລັງສິລະປະ, ກ້ອນກຳລັງຄູ-ອາຈານ, ກ້ອນກຳລັງນັກຮຽນ, ກ້ອນກຳລັງຄະນະກຳມະການຜູ້ຕັດສິນ ແລະ ກ້ອນກໍາລັງນັກກິລາຈາກພາກສ່ວນຕ່າງໆ. ໂດຍມີທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ພ້ອມດ້ວຍຄະນະການນຳຂອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ທະຫານ-ຕຳຫຼວດ, ຄະນະກຳມະການ, ຄູ-ອາຈານ, ນັກກິລາຈາກພາກສ່ວນຕ່າງໆ ເຂົ້າຮ່ວມ. 
ທ່ານ ພົມມາ ພົມມະຫານ ກ່າວໃນພິທີວ່າ: ເພື່ອເປັນການສ້າງຂະບວນການ ຂ່ຳນັບຮັບຕ້ອນວັນຊາດ 2 ທັນວາ ຄົບຮອບ 48 ປີ ທີ່ຈະມາຮອດໃນມໍ່ໆ ນີ້ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ນັກກິລາດ້ວຍກັນໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ແລະ ທັງເປັນການແລກປ່ຽນບົດຮຽນທາງດ້ານເຕັກນິກ, ວິທີຂອງການຫຼິ້ນ ແລະ ຄວາມສາມາດຂອງນັກກິລາ. ທັງເປັນການຝຶກຝົນກໍາລັງກາຍໃຫ້ມີສຸຂະພາບແຂງແຮງ, ມີຈິດໃຈສົດຊື່ນເຂັ້ມແຂງ. ເພື່ອເຮັດໃຫ້ການຈັດຕັ້ງການແຂ່ງຂັນກິລາກາຍະກໍາໃນຄັ້ງນີ້, ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ທ່ານໄດ້ຮຽກຮ້ອງມາຍັງນັກກິລາທຸກພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມລະບຽບ, ຫຼິ້ນແບບຮູ້ເສຍຮູ້ຊະນະ ໃຫ້ອະໄພຊຶ່ງກັນ ແລະ ກັນ ແລະ ປະຕິບັດຕາມກົດລະບຽບການແຂ່ງຂັນຢ່າງເຂັ້ມງວດ.
ສໍາລັບການແຂ່ງຂັນກິລາໃນຄັ້ງນີ້, ມີ 1 ປະເພດກິລາຄື: ເຕະບານມີ 2 ຮຸ່ນຄື: ເຕະບານຮຸ່ນອາວຸໂສ ມີ 6 ທີມ,ເຕະບານຮຸ່ນຊາວໜຸ່ມຊາຍ ມີ 12 ທີມ, ເຕະບານຊາວໜຸ່ມຍິງ ມີ 3 ທີມ. ສຳລັບການແຂ່ງຂັນແມ່ນເລີ່ມແຕ່ວັນທີ 13 ເດືອນພະຈິກ ຫາ ວັນທີ 1 ເດືອນທັນວາ ຈຶ່ງຈະໃຫ້ສຳເລັດ.
ຂ່າວ ແລະ ພາບ: ກິດຕິສັກ ບົວໄລ