ໜ່ວຍພັກອົງການແນວລາວສ້າງຊາດແຂວງສາລະວັນ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນປະຈຳປີ 2023 ຂຶ້ນໃນວັນທີ 16 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍ ບຸນທົງ ເມືອງຈັນ ເລຂາໜ່ວຍພັກ ຮອງປະທານແນວລາວສ້າງຊາດແຂວງ, ມີສະຫາຍ ຄຳຕາ ໂຮ່ຊົງເລືອງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.
    ສະຫາຍ ບຸນທົງ ເມືອງຈັນ ເລຂາໜ່ວຍພັກ ຮອງປະທານແນວລາວສ້າງຊາດແຂວງ ກ່າວວ່າ: ການດຳເນີນຊີວິດການເມືອງຕິດພັນກັບການກວດກາປະເມີນໜ່ວຍພັກແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ຕ້ອງເຮັດເປັນປະຈຳຂອງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນເພື່ອພ້ອມກັນຕີລາຄາ ແລະ ທົບທວນຄືນການຈັດຕັ້ງປະຕິບັດ, ການເຄື່ອນໄຫວວຽກງານໃນໄລຍະຜ່ານມານັບທັງດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ວາງທິດທາງແຜນການໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ. 
    ການດຳເນີນຊີວິດການເມືອງໃນຄັ້ງນີ້ ແມ່ນຫຼັກການນຳພາຂອງພັກເພື່ອເປັນການກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນທັງເປັນການຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາຂອງພັກ, ຄວາມຮູ້ຄວາມສາມາດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະສິດທິຜົນຂອງວຽກງານໃນການປະຕິບັດໜ້າວຽກງານທີ່ຂັ້ນເທິງມອບໝາຍໃຫ້ ທັງຮັບປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ. ພ້ອມນັ້ນສະຫາຍໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກຈົ່ງຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄຳຄິດ-ຄຳເຫັນກໍສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນໃຫ້ເລິກເຊິ່ງ.
    ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນໃນໄລຍະຜ່ານມາ.ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ 5 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ ແລະວິທີເຮັດວຽກ, ດ້ານການນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຢ່າງເປັນປົກກະຕິເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ວຽກງານຫ້ອງການບໍລິຫານ-ຈັດຕັ້ງ, ວຽກກວດກາ, ວຽກງານສາສະໜາ, ເອົາໃຈໃສ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີຂອງສາສະໜາຕ່າງໆໃນທົ່ວແຂວງ, ນຳພາວຽກງານຊົນເຜົ່າ ແລະຊັ້ນຄົນ-ອົງການຈັດຕັ້ງສັງຄົມ ເຮັດໜ້າທີ່ໃນການຂົນຂວາຍສຶກສາເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະບັນດາໜ້າວຽກຕ່າງໆໄດ້ຮັບຜົນສຳເລັດ.  ພ້ອມນັ້ນກອງປະຊຸມໄດ້ຮັບຟັງຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນພ້ອມທັງໄດ້ມີການແບ່ງຈຸດຳເນີນຊີວິດການເມືອງເພື່ອຕຳນິກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະກັນຕື່ມອີກ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ