ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງວຽກງານສະພາແຫ່ງຊາດ ໃນວັນທີ 14 ພະຈິກ ຜ່ານມາ ທີ່ຫໍສະພາແຫ່ງຊາດ ວ່າ: ຜົນສໍາເລັດການພິຈາລະນາຮັບຮອງເອົາ ວຽກງານຂອງສະພາແຫ່ງຊາດ. ຄືດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ແມ່ນຢູ່ໃນສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໄດ້ຜັນແປຢ່າງສະຫຼັບສັບຊ້ອນ, ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃນປະເທດເຮົາ. ແຕ່ດ້ວຍຄວາມເອົາໃຈໃສ່ ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈໍາ ສະພາແຫ່ງຊາດ, ຄວາມຮັບຜິດຊອບສູງ ຕໍ່ວຽກງານຂອງ ກໍາມາທິການສະພາແຫ່ງຊາດ ເຮັດໃຫ້ສະພາແຫ່ງຊາດ ຍາດໄດ້ຜົນສໍາເລັດຫຼາຍດ້ານ ດັ່ງນີ້:
ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025):
ດ້ານນິຕິບັນຍັດ ກໍຄືການສ້າງ ແລະ ປັບປຸງກົດໝາຍ ສາມາດບັນລຸໄດ້ 52 ສະບັບ ເທົ່າກັບ 54,16% ຂອງແຜນການ 5 ປີ; ປັບປຸງກົດໝາຍຂົງເຂດສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອຮັບໃຊ້ໃຫ້ແກ່ການປະຕິບັດ ສອງວາລະແຫ່ງຊາດ; ຄົ້ນຄວ້າປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ມີຈໍານວນ 40 ສະບັບ; ສຳເລັດການຈັດຕັ້ງປະເມີນການປະຕິບັດກົດໝາຍ ຂົງເຂດເສດຖະກິດ-ການເງິນ, ຂົງເຂດຍຸຕິທໍາ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດສະພາແຫ່ງຊາດ ຈໍານວນ 15 ສະບັບ;ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ, ຈໍານວນໜຶ່ງຕາມການສະເໜີຂອງລັດຖະບານ. 
ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແມ່ນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໂດຍໄດ້ພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ ການເລືອກຕັ້ງບຸກຄະລາກອນໃນຕໍາແໜ່ງສໍາຄັນຂອງລັດ, ຮັບຮອງເອົາ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຕາມກົດໝາຍກໍານົດ; ດໍາເນີນກອງປະຊຸມສະໄໝສາມັນ 5 ຄັ້ງ ເພື່ອພິຈາລະນາ 160 ເນື້ອໃນ, ອອກເປັນມະຕິ 122 ສະບັບ; ດໍາເນີີນກອງປະຊຸມສະໄໝວິສາມັນ 1 ເພື່ອພິຈາລະນາຮັບຮອງເອົາ 2 ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຈໍານວນ 33 ຄັ້ງ ເພື່ອພິຈາລະນາ 513 ເນື້ອໃນ ແລະ ອອກເປັນມະຕິ ຈໍານວນ 223 ສະບັບ;
ດ້ານການຕິດຕາມກວດກາ ໄດ້ຄົ້ນຄວ້າບັນຫາເຄັ່ງຮ້ອນຂອງສັງຄົມ ເພື່ອກໍານົດເປັນຫົວຂໍ້ຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ບັນດາກໍາມາທິການສະພາແຫ່ງຊາດ ຈໍານວນ 70 ຄັ້ງ; ດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຈຳນວນ 5 ຄັ້ງ ຊຶ່ງໄດ້ພິຈາລະນາ 39 ເນື້ອໃນ; ດໍາເນີນກອງປະຊຸມຮ່ວມ  ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງ ໃນແຕ່ລະປີ;ຕິດຕາມກວດກາ  ດ້ວຍການປະກອບຄໍາເຫັນ, ຕັ້ງຄໍາຊັກຖາມໃນກອງປະຊຸມສະພາແຫ່ງຊາດ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈໍານວນ 22 ພາກສ່ວນ ມາຊີ້ແຈງ, ກວມເອົາ 183 ຄໍາຖາມ ທີ່ພົວພັນກັບ ການພັດທະນາເສດຖະກິດ-ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ;ໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາ ຂອງພົນລະເມືອງ ຈໍານວນ 1.429 ເລື່ອງ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງ 919 ເລື່ອງ; ໄດ້ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ໄດ້ຈຳນວນ 834 ຄັ້ງ.
ດ້ານການສ້າງຄວາມເຂັ້ມແຂງ ໄດ້ຈັດຕັ້ງຝຶກອົບຮົມໃຫ້ແກ່ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈໍານວນ 98 ຄັ້ງ; ເອົາໃຈໃສ່ການສ້າງ ແລະ ປັບປຸງບັນດານິຕິກໍາໃຕ້ກົດໝາຍ ໃນຂົງເຂດວຽກງານຂອງສະພາແຫ່ງຊາດ ໄດ້ທັງໝົດຈຳນວນ 82 ສະບັບ.
ການເຄື່ອນໄຫວວຽກງານການຕ່າງປະເທດ, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ບັນດາປະເທດເພື່ອນມິດຍຸດທະສາດ ແລະ ຕ່າງປະເທດ ຫຼາຍຄະນະ ເປັນຕົ້ນ ຢ້ຽມຢາມ ສສ ຫວຽດນາມ, ສປຈີນ, ກໍາປູເຈຍ, ມົງໂກລີ, ໄທ, ອິນໂດເນເຊຍ; ຣັດເຊຍ; ພົບປະທາງໄກກັບປະທານສະພາຫຼາຍປະເທດ; ຮັບຕ້ອນການເຂົ້າຢ້ຽມລາວ ຂອງຄະນະຜູ້ແທນຕ່າງປະເທດ 30 ຄະນະ; ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນພາກພື້ນ ແລະ ສາກົນ ຈໍານວນ 6 ຄັ້ງ;ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຄະນະຜູ້ແທນ ແລະ ຕ່າງປະເທດ ຈໍານວນ 106 ຄະນະ; ເປັນເຈົ້າພາບຈັດກອງປະຊຸມໃນລະດັບພາກພື້ນ ຈໍານວນ 4 ຄັ້ງ; ເຂົ້າຮ່ວມການສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງປະເທດ ລາວ-ຫວຽດນາມ ໃນປີ 2022;  ກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV) ໃນທ້າຍປີ 2023 ແລະ ກະກຽມດ້ານຕ່າງໆໃຫ້ແກ່ການເປັນເຈົ້າພາບກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຢູ່ ສປປ ລາວ ໃນປີ 2024.
ສຳລັບທິດທາງແຜນການທ້າຍສະໄໝ ຮອດປີ 2025, ກໍໄດ້ວາງຄາດໝາຍໃນບັນດາດ້ານຕ່າງໆ ຄື: ດ້ານນິຕິບັນຍັດ ແມ່ນຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ຊຶ່ງລວມມີຈໍານວນ 40 ສະບັບ; ຄົ້ນຄວ້າ ແລະ ກະກຽມໃຫ້ແກ່ການປັບປຸງລັດຖະທໍາມະນູນ; ຄົ້ນຄວ້າ, ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີ ຂອງລັດຖະບານ. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແມ່ນເອົາໃຈໃສ່ຊີ້ນໍາໃນການປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ເພື່ອປຶກສາຫາລື ແລະ ເອກະພາບກ່ຽວກັບເນື້ອໃນແຕ່ລະບັນຫາ ກ່ອນຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 7, ເທື່ອທີ 8 ແລະ ເທື່ອທີ 9 ແລະ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ດໍາເນີນກອງປະຊຸມຄະນະປະຈໍາສະພາ ແຫ່ງຊາດປະຈໍາເດືອນເປັນປົກກະຕິ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ. ດ້ານການຕິດຕາມກວດກາແມ່ນເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ການລົງທຶນໃນແຕ່ລະໄລຍະ; ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການສືບສວນ-ສອບສວນ ແລະ ອົງການປະຕິບັດຄຳຕັດສິນຂອງສານ; ຕິດຕາມກວດກາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ແກ້ໄຂຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ ໃຫ້ໄດ້ 85% ຂຶ້ນໄປ ຂອງຈໍານວນຄໍາຮ້ອງເຂົ້າມາຫາສະພາແຫ່ງຊາດ.
ນອກຈາກນີ້, ກໍຍັງມີທິດທາງແຜນການ ປະຕິບັດວຽກງານປິ່ນອ້ອມຕ່າງໆ ເປັນຕົ້ນແມ່ນການຍົກສູງຂີດຄວາມສາມາດໃຫ້ແກ່ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນວຽກງານວິຊາສະເພາະດ້ານຕ່າງໆ;  ຄົ້ນຄວ້າຫົວຂໍ້ຫຼັກສູດໃນການຝຶກອົບຮົມ ໃຫ້ມີເນື້ອໃນສອດຄ່ອງກັບຄວາມຕ້ອງການຂອງວຽກງານຕົວຈິງ; ສະຫຼຸບຕີລາຄາການເຄື່ອນໄຫວວຽກງານສະພາແຫ່ງຊາດ ຊຸດທີ IX ແລະ ການກະກຽມໃຫ້ແກ່ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ເອົາໃຈໃສ່ການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ສອດຄ່ອງຕາມແນວທາງການຕ່າງປະ ເທດຂອງພັກ ດ້ວຍຄວາມເປັນເຈົ້າການ ແລະ ໃຫ້ມີຜົນສຳເລັດເປັນຢ່າງດີ ໂດຍສະເພາະ ວຽກງານພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອັນພົ້ນເດັ່ນ, ແມ່ນກະກຽມເປັນເຈົ້າພາບກອງປະຊຸມສຸດຍອດຂອງສາມປະເທດລາວ-ຫວຽດນາມ-ກໍາປູເຈຍ ແລະ ກອງປະຊຸມລັດຖະສະພາອາຊຽນ ຄັ້ງທີ 45 ໃນປີ 2024. 
(ຂ່າວ-ພາບ: ສຸກສະຫວັນ)