ໃນລະຫວ່າງວັນທີ 15-16ພະຈິກຜ່ານມານີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນ ຈາກສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງແຂວງ, ເມືອງຕະຫຼອດຮອດສະມາຊິກພັກ-ພະນັກງານ,ອົງການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນຊາວແຂວງວຽງຈັນ.
ໃນໂອກາດດັ່ງກ່າວ, ສະຫາຍຄໍາພັນ ສິທິດຳພາ ໄດ້ລາຍງານສະພາບການລວມຂອງການຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະຜ່ານມາ ຊຶ່ງສະແດງໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ ໂດຍເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2ວາລະແຫ່ງຊາດ,ພ້ອມນີ້ຍັງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ວຽກພັກ-ພະນັກງານ ຊຶ່ງມີທັງດ້ານດີ-ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເປັນຕົ້ນ ວຽກງານຂະຫຍາຍພັກ, ການຄຸ້ມຄອງສະມາຊິກພັກ-ພະນັກງານ, ການສ້າງແຜນກໍານົດພະນັກງານແລະບັນຫາອື່ນໆ. ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ສາມາດແກ້ໄຂບັນຫາຫຍໍ້ທໍ້ ແລະ ປະກົດການທີ່ບໍ່ດີຕ່າງໆ ເຮັດໃຫ້ສັງຄົມມີຄວາມສະຫງົບ ພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນທົ່ວແຂວງວຽງຈັນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດໄດ້ເປັນຢ່າງດີ; ພ້ອມດຽວກັນນີ້ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນດ້ວຍການເຈາະຈີ້ມຖາມ-ຕອບ ເຮັດໃຫ້ການພົບປະຄັ້ງນີ້ເຕັມໄປດ້ວຍເນື້ອໃນເຫັນໄດ້ວິທີການ ເພື່ອແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະເສີມຂະຫຍາຍບົດຮຽນດ້ານດີທີ່ຕັ້ງໜ້າ. 
ໃນໂອກາດເຄື່ອນໄຫວຢູ່ແຂວງວຽງຈັນ, ສະຫາຍ ນາງສີໃສ ລືເດດມູນສອນ ພ້ອມດ້ວຍຄະນະຍັງໄດ້ລົງຢ້ຽມຢາມເມືອງແມດ ແລະ ໄດ້ຮັບຟັງລາຍງານສະພາບລວມຂອງເມືອງ ຈາກສະຫາຍ ຄໍາປ່ຽນ ແສງສະຫວັດ ເຈົ້າເມືອງໆແມດວ່າ:ເມືອງແມດເປັນເມືອງພູດອຍ ແຕ່ເປັນເມືອງວິລະຊົນ ມີທ່າແຮງທາງດ້ານທຳມະຊາດທີ່ອຸດົມສົມບູນ ຊຶ່ງເປັນເງື່ອນໄຂໃນການພັດທະນາເສດຖະກິດ-ສັງຄົມໃນຫຼາຍດ້ານ ໂດຍສະເພາະດ້ານກະສິກຳ ການປູກຝັງ-ລ້ຽງສັດ. ສະນັ້ນ, ການນຳພາຂອງຄະນະພັກກໍໄດ້ອີງໃສ່ພື້ນຖານທ່າແຮງທີ່ມີ ພ້ອມທັງປຸກລະດົມຊຸກຍູ້ສົ່ງເສີມປະຊາຊົນທຳການຜະລິດກະສິກຳຂາຍເປັນສິນຄ້າເປັນຕົ້ນ: ເຂົ້າ, ມັນຕົ້ນ, ຢ່າງພາລາ, ສັດລ້ຽງ ແລະ ອື່ນໆ.ມາຮອດປັດຈຸບັນສາມາດປະກາດລຶບລ້າງບ້ານທຸກຍາກໄດ້ 100%. ນອກນີ້ ກໍໄດ້ເອົາໃຈໃສ່ນໍາພາວຽກພັກ-ພະນັກງານ, ວຽກປັບປຸງກົງຈັກການຈັດຕັ້ງ, ວຽກຄຸ້ມຄອງພະນັກງານ, ການສ້າງແຜນກຳນົດ ແລະ ບໍາລຸງ-ກໍ່ສ້າງພະນັກງານ ເພື່ອຮັບປະກັນບຸກຄະລາກອນຜູ້ທີ່ຈະສືບທອດປ່ຽນແທນ ແລະ ສືບຕໍ່ນໍາພາ-ຊີ້ນຳການກະກຽມກອງປະຊຸມໃຫຍ່3 ຂັ້ນໃຫ້ມີຜົນສຳເລັດ.
ເພື່ອໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະນຳຂອງແຂວງ, ເມືອງ ກໍຄືຄະນະພັກແຕ່ລະຂັ້ນສະຫາຍນາງ ສີໃສ ລືເດດມູນສອນ ກໍໄດ້ມີຄຳເຫັນໂອ້ລົມ ໂດຍສະເພາະວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານສະຫາຍໄດ້ເນັ້ນວ່າ ໃນຖານະຄະນະຈັດຕັ້ງແຂວງ ເປັນເສນາທິການໃຫ້ຄະນະບໍລິຫານງານພັກແຂວງ,ຄະນະຈັດຕັ້ງເມືອງກໍເປັນເສນາທິການ ໃຫ້ຄະນະບໍລິຫານງານພັກເມືອງ ສະນັ້ນວຽກງານພັກ-ພະນັກງານ, ວຽກງານກົງຈັກການຈັດຕັ້ງ, ການສ້າງແຜນກຳນົດພະນັກງານ ແລະ ວຽກງານຄຸ້ມຄອງພະນັກງານ;ວຽກງານທັງໝົດນີ້ຈະດີຈະເຂັ້ມແຂງ ແຕ່ລະສະຫາຍທີ່ເຮັດວຽກນີ້ຕ້ອງກຳໄດ້ນິຕິກຳວຽກພັກ-ພະນັກງານແລະ ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ, ສິ່ງສຳຄັນພະນັກງານຈັດຕັ້ງຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກແໜ້ນ,ແກ້ໄຂບັນຫາຢ່າງພາວະວິໄສ ທັນເຫດການ, ປະຕິບັດຕາມຫຼັກການ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ຕ້ອງມີຄວາມເປັນເອກະພາບ ຮັກສາໄດ້ຄວາມສາມັກຄີພາຍໃນພັກ ມີການຕິຊົມກໍ່ສ້າງກັນ ບົນພື້ນຖານເພື່ອນສະຫາຍທີ່ຮັກແພງ, ເຮັດວຽກງານຢ່າງມີແບບແຜນ ມີການແບ່ງວຽກແບ່ງຄວາມຮັບຜິດຊອບ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ  ແລະ ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງຢູ່ສະເໝີ; ສາມາດເປັນເສນາທິການທາງດ້ານວຽກງານຈັດຕັ້ງໃຫ້ທ້ອງຖິ່ນຂອງຕົນນັບມື້ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບຈຶ່ງຈະຮັກສາໄດ້ບົດບາດການນຳພາຂອງພັກ ແລະສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ຂ່າວ-ພາບ: ບານ ມູນປະເສີດ