ໃນວັນທີ18ພະຈິກ ຜ່ານມາ, ທ່ານສອນໄຊສີພັນດອນນາຍົກລັດຖະມົນຕີພ້ອມດ້ວຍທ່ານເຈົ້າແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງວຽງຈັນ; ບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າກະຊວງ-ອົງການແລະພາກສ່ວນທີ່ກ່ຽວຂ້ອງໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດໂຮງງານຜະລິດແປ້ງມັນຕົ້ນແອລເອັສທີ່ເມືອງນານແຂວງຫຼວງພະບາງ.
    ໃນໂອກາດນີ້, ທ່ານສົມຊາຍດວງຈະເລີນປະທານບໍລິສັດແອລເອັສການຄ້າຂາອອກ-ຂາເຂົ້າຈຳກັດເຈົ້າຂອງໂຮງງານຜະລິດແປ້ງມັນຕົ້ນໄດ້ລາຍງານໃຫ້ຊາບວ່າ: ໄດ້ເລີ່ມຕົ້ນກໍ່ສ້າງໂຮງງານໃນເດືອນມິຖຸນາ2022, ໃຊ້ເວລາກໍ່ສ້າງສຳເລັດ14ເດືອນ, ມີເນື້ອທີ່ທັງໝົດ61ເຮັກຕາໂດຍແບ່ງອອກເປັນ3ເຂດຄື: ເຂດທຳການຜະລິດມີໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານຜະລິດອາຫານສັດແລະຝຸ່ນ; ເຂດບໍາບັດນໍ້າເສຍແລະຜະລິດໄບໂອແກັສ; ແລະເຂດຫ້ອງການ, ຫໍພັກພະນັກງານ-ກຳມະກອນ. ໂຮງງານມີເຄື່ອງຈັກທຳການຜະລິດທີ່ທັນສະໄໝຈຳນວນ2ເຄື່ອງ, ມີກຳລັງການຜະລິດ300ໂຕນ/ມື້/ເຄື່ອງ, ລວມສອງເຄື່ອງຜະລິດໄດ້600ໂຕນ/ມື້. ນອກນີ້ຍັງມີເຄື່ອງຈັກທໍາການຜະລິດສິ່ງເສດເຫຼືອຂອງມັນຕົ້ນດິບເປັນອາຫານສັດ, ຝຸ່ນແລະໃບໂອແກັສ; ໂຮງງານມີຄວາມຕ້ອງການມັນຕົ້ນດິບເພື່ອທຳການຜະລິດ2.400ໂຕນ/ມື້; ໂຮງງານມີພະນັກງານ-ກຳມະກອນທັງໝົດ450ຄົນ, ເຮັດວຽກເປັນເວລາ3ຜຽນ/ມື້, ຜຽນລະ8ຊົ່ວໂມງ; ມູນຄ່າການລົງທຶນກໍ່ສ້າງໂຮງງານທັງໝົດປະມານ500ຕື້ກີບ. ແຜນການການຜະລິດແລະສົ່ງອອກແປ້ງມັນຕົ້ນໃນປີ2023-2024ຈໍານວນ108.000ໂຕນ, ໂດຍມີຄວາມຕ້ອງການມັນຕົ້ນດິບ432.000ໂຕນຊຶ່ງມູນຄ່າການສົ່ງອອກແປ້ງມັນຕົ້ນຈໍານວນດັ່ງກ່າວປະມານ378ລ້ານຢວນ; ຕະຫຼາດທີ່ຈະສົ່ງອອກຫຼັກແມ່ນສປຈີນ; ມັນຕົ້ນດິບທີ່ຈະສະໜອງໃຫ້ແກ່ໂຮງງານຕົ້ນຕໍແມ່ນມາຈາກແຂວງຫຼວງພະບາງ, ແຂວງໄຊຍະບູລີແລະແຂວງວຽງຈັນໂດຍສະເພາະມັນຕົ້ນທີ່ບໍລິສັດໄດ້ສົ່ງເສີມປະຊາຊົນປູກດ້ວຍຮູບການເອົາແນວພັນແຈກຢາຍໃຫ້ປະຊາຊົນປູກແລ້ວຂາຍຜົນຜະລິດມັນຕົ້ນດິບໃຫ້ບໍລິສັດເກັບຊື້ຄືນໂດຍມີສັນຍາຜູກພັນຊື້-ຂາຍມັນຕົ້ນດິບຮ່ວມກັນເພື່ອຮັບປະກັນໃຫ້ໂຮງງານມີວັດຖຸດິບສະໜອງໃຫ້ແກ່ການຜະລິດພຽງພໍ. ນອກນັ້ນທາງໂຮງງານຈະໄດ້ເກັບຊື້ທົ່ວໄປກັບຊາວກະສິກອນທີ່ບໍ່ໄດ້ເຂົ້າຮ່ວມໃນໂຄງການຕື່ມອີກ. ສະເພາະປີ2023ເນື້ອທີ່ປູກມັນຕົ້ນຢູ່ພາຍໃນແຂວງຫຼວງພະບາງທີ່ບໍລິສັດໄດ້ມີຂໍ້ຜູກພັນສັນຍາທັງໝົດ5.479ເຮັກຕາ. ທ່ານສົມຊາຍດວງຈະເລີນຍັງໃຫ້ຮູ້ຕື່ມອີກວ່າ:ການສ້າງໂຮງງານຜະລິດແປ້ງມັນຕົ້ນດັ່ງກ່າວແມ່ນເພື່ອປະກອບສ່ວນເຂົ້າໃນການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນລາວ, ສ້າງມູນຄ່າເພີ່ມ, ສ້າງຜະລິດຕະພັນທີ່ມີຄຸນນະພາບ, ປອດໄພໄດ້ມາດຕະຖານແລະສ້າງວຽກເຮັດງານທຳໃຫ້ປະຊາຊົນເຮັດໃຫ້ເຂົາເຈົ້າມີລາຍຮັບ, ຫຼຸດພົ້ນຄວາມທຸກຍາກເປັນກ້າວໆ, ຊ່ວຍນຳເອົາເງິນຕາຕ່າງປະເທດເຂົ້າມາໝູນວຽນຢູ່ໃນລະບົບທະນາຄານແລະນໍາເອົາເງິນກີບມາຈໍລະຈອນໃນການເກັບຊື້ວັດຖຸດິບ, ເງິນເດືອນພະນັກງານແລະລາຍຈ່າຍອື່ນໆຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ; ໃນໂອກາດດຽວກັນ, ທ່ານເຈົ້າແຂວງຫຼວງພະບາງກໍໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີໂດຍໄດ້ກ່າວບາງຕອນວ່າ:ໂຮງງານຜະລິດແປ້ງມັນຕົ້ນແຫ່ງນີ້ເປັນໂຮງງານແຫ່ງທໍາອິດຢູ່ແຂວງຫຼວງພະບາງແລະເປັນຫົວໜ່ວຍການຜະລິດທີ່ທັນສະໄໝເພື່ອປຸງແຕ່ງຜະລິດຕະພັນກະສິກໍາເປັນສິນຄ້າສົ່ງອອກໄປຕ່າງປະເທດທີ່ໄດ້ມາດຕະຖານ, ເປັນການປະກອບສ່ວນເຮັດໃຫ້ການເຕີບໂຕເສດຖະກິດຂອງແຂວງເພີ່ມຂຶ້ນ, ເປັນການສ້າງລາຍຮັບແລະວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າຊຶ່ງເປັນການສ້າງລາຍຮັບຕົວຈິງໃຫ້ແກ່ສັງຄົມ, ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ແຂວງຫຼວງພະບາງຈະສືບຕໍ່ສົມທົບບໍລິສັດຊຸກຍູ້, ສົ່ງເສີມປະຊາຊົນບັນດາເຜົ່າ, ບ້ານ, ຄອບຄົວທີ່ມີເງື່ອນໄຂປູກມັນຕົ້ນຮູບແບບການມີສ່ວນຮ່ວມຂອງປະຊາຊົນເພື່ອສະໜອງວັດຖຸດິບໃຫ້ໂຮງງານພຽງພໍຕາມຄວາມຕ້ອງການຂອງໂຮງງານໂດຍຈະມີມາດຕະການປ້ອງກັນບໍ່ໃຫ້ບຸກລຸກຖາງປ່າຫຼືທຳລາຍປ່າໄມ້, ຈັດສັນທີ່ດິນປ່າເລົ່າໃຫ້ປະຊາຊົນປູກແບບບໍ່ເຄື່ອນຍ້າຍ, ບໍ່ທໍາລາຍປ່າຕາມທິດການພັດທະນາທີ່ເປັນມິດກັບສິ່ງແວດລ້ອມແລະຍືນຍົງ. ສະເໜີບໍລິສັດສືບຕໍ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນໃນການສ້າງເງື່ອນໄຂອໍານວຍຄວາມສະດວກ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນໃຫ້ນັບມື້ຫຼາຍຂຶ້ນ.
ໃນຕອນທ້າຍ, ທ່ານກິແກ້ວສິງນາວົງຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ກໍໄດ້ໃຫ້ກຽດມີຄຳເຫັນໂດຍໄດ້ຕີລາຄາວ່າການກໍ່ສ້າງໂຮງງານແຫ່ງນີ້ເປັນການຜັນຂະຫຍາຍນະໂຍບາຍການຜະລິດຕິດພັນກັບການປຸງແຕ່ງຂອງລັດຖະບານວາງອອກປະກົດຜົນເປັນຈິງຫຼາຍຂຶ້ນ, ພ້ອມນັ້ນກໍເປັນໂຄງການຂະໜາດໃຫຍ່ແລະທັນສະໄໝ. ກະຊວງກະສິກຳແລະປ່າໄມ້ຈະສືບຕໍ່ໃຫ້ການສະໜັບສະໜູນຂອດການຜະລິດວັດຖຸດິບເພື່ອສະໜອງເຂົ້າໂຮງງານໃຫ້ພຽງພໍ, ທັງອຳນວຍຄວາມສະດວກດ້ານຕ່າງໆໃຫ້ມີຄວາມໂລ່ງລ່ຽນບົນພື້ນຖານການເຄື່ອນໄຫວທີ່ຖືກຕ້ອງຕາມລະບຽບການ. 
ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີພ້ອມດ້ວຍການນໍາບັນດາແຂວງ, ກະຊວງ-ອົງການແລະເຈົ້າຂອງໂຮງງານກໍໄດ້ຂຶ້ນຕັດແຖບຜ້າເພື່ອເປີດໂຮງງານຜະລິດແປ້ງມັນຕົ້ນດັ່ງກ່າວຢ່າງເປັນທາງການ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍໄດ້ໃຫ້ກຽດລັ່ນຄ້ອງເພື່ອເປັນສິລິມຸງຄຸນແກ່ການດຳເນີນກິດຈະການໂຮງງານດັ່ງກ່າວແລະພ້ອມກັນຢ້ຽມຊົມໂຮງງານຕົວຈິງຕື່ມອີກ.
ຂ່າວ-ພາບ: ຫຼວງພະບາງ