ໂດຍ: ສ.ບຸດປະຊາ
    ນະຄອນຫຼວງວຽງຈັນ (ນວ) ແມ່ນເມືອງເອກຂອງ ສປປ ລາວ ເປັນໃຈກາງດ້ານການເມືອງ, ເສດຖະກິດ... ຊຶ່ງ ນວ ກໍເປັນ 1 ໃນ 3 ທີ່ໄດ້ຮັບການຢັ້ງຢືນ ແລະ ຮັບຮອງເອົາເປັນຫົວໜ່ວຍຸດທະສາດ ຕາມທິດ 3 ສ້າງຂອງພັກ-ລັດຖະບານເຮົາ. ຢ່າງໃດກໍຕາມ, ປັດຈຸບັນ ນວ ກໍາລັງສຸມໃສ່ຈັດຕັ້ງປະຕິບັດວຽກງານໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໂດຍສະເພາະແມ່ນການສືບຕໍ່ເຮັດໃຫ້ບັນດາຕົວຊີ້ບອກ ໃນການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ ທີ່ຍັງບໍ່ທັນບັນລຸ 6 ຕົວຊີ້ບອກ ຈາກ 66 ຕົວຊີ້ບອກ. ໃນນີ້, ກໍມີ 1 ຕົວຊີ້ບອກຄື ເປັນຫົວໜ່ວຍຍຸດທະສາດ ໃນການຊຸກດັນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ທີ່ບໍ່ທັນບັນລຸ.
    ບົດສະຫຼຸບການປະເມີນຜົນວຽກງານ 3 ສ້າງຂອງ ນວ ໄລຍະ 2016-2020 ໄດ້ລະບຸແຈ້ງວ່າ:ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ໄດ້ຊຸກຍູ້ການຜະລິດເປັນສິນຄ້າໄດ້ຫັນໄປສູ່ການຜະລິດແບບເປັນກຸ່ມ, ເປັນສະຫະກອນ, ເປັນຟາມທີ່ນໍາໃຊ້ເຕັກນິກວິຊາການ, ເຂົ້າໃນການຜະລິດ, ການນໍາໃຊ້ກົນຈັກ, ແນວພັນພືດທີ່ມີຄຸນນະພາບສູງ, ຫຼາຍຜະລິດຕະພັນ ໄດ້ຮັບກາໝຍສິນຄ້າໂອດ໋ອບແຫ່ງຊາດ ມີ ຈໍານວນ 55 ຫົວໜ່ວຍ. ປັດຈຸບັນ, ມີສິນຄ້າທີ່ໄດ້ຮັບການຕິດກາໝາຍໂອດ໋ອບ ຈໍານວນ 62 ຫົວໜ່ວຍ, 15 ກຸ່ມການຜະລິດ, 47 ຫົວໜ່ວຍທຸລະກິດ, 277 ຜະລິດຕະພັນ, ການຜະລິດກະສິກໍາເພື່ອເປັນສິນຄ້າ ໄດ້ມີກຸ່ມການຜະລິດດ້ານກະສິກໍາເກີດຂຶ້ນ ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການສ້າງເປັນບ້ານພັດທະນາ ຕາມຈຸດປະສົງຄາດໝາຍທີ່ວາງໄວ້ ຊຶ່ງສະແດງອອກມີ 370 ບ້ານ ຖືກຮັບຮອງເປັນບ້ານພັດທະນາ ຂອງຈໍານວນ 481 ບ້ານທົ່ວ ນວ. ການກໍ່ສ້າງໂຄງລ່າງພື້ນຖານ, ເພື່ອຮັບຮອງການພັດທະນາໃນແຕ່ລະໄລຍະ, ໄດ້ປັບປຸງ ແລະ ສ້າງບັນດາພື້ນຖານໂຄງລ່າງ, ສົ່ງເສີມການຜະລິດ ເປັນສິນຄ້າໂດຍສະເພາະການສົ່ງເສີມການຜະລິດດ້ານກະສິກໍາເພື່ອສົ່ງອອກຕ່າງປະເທດ ຕິດພັນກັບການສົ່ງເສີມການລົງທຶນຂອງພາກລັດ ແລະ ເອກະຊົນ ດ້ວຍການສ້າງສິ່ງອໍານວຍຄວາມສະດວກຫຼາຍໆດ້ານ.
ສິ່ງທີ່ກ່າວມານັ້ນ, ໄດ້ເຮັດໃຫ້ການຊຸກດັນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ: ສາມາດບັນລຸ 8 ຕົວຊີ້ບອກ, ເທົ່າກັບ 88,88%, ບໍ່ບັນລຸ 1 ຕົວຊີ້ບອກຄື ການທີ່ສາມາດສ້າງເອກະສານ ແລະ ຈັດລຽງບຸລິມະສິດໂຄງການຊ່ວຍເຫຼືອ ເພື່ອການພັດທະນາ ແລະ ຂຶ້ນແຜນທຶນສົມທົບຂອງແຂວງ ເຂົ້າໃນໂຄງການຊ່ວຍເຫຼືອເພື່ອພັດທະນາ ຊຶ່ງສາເຫດບໍ່ບັນລຸ ບົດສະຫຼຸບດັ່ງກ່າວ ກໍໄດ້ໃຫ້ຮູ້ວ່າ ຍ້ອນການຕັດສິນໃຈມອບຄວາມຮັບຜິດຊອບຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນຍັງມີລັກສະນະບໍ່ຈະແຈ້ງ.
ສະນັ້ນແລ້ວ, ປັດຈຸບັນນີ້ ເມືອງເອກຂອງ ສປປ ລາວ ກໍຄື ນວ ກຳລັງສືບຕໍ່ຄຸ້ມຄອງ, ການນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ, ຊັບສິນຂອງລັດ, ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດໃຫ້ໄດ້ຮັບການພັດທະນາ, ຕິດພັນກັບການພັດທະນາການທ່ອງທ່ຽວທໍາມະຊາດ, ວັດທະນະທໍາ ແລະ ການບໍລິການ, ດຶງດູດເອົານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ເປັນເຈົ້າການ ໃນການຄຸ້ມຄອງ-ບໍລິການໃຫ້ສອດຄ່ອງກັບຍຸດທະສາດການພັດທະນາລວມຂອງປະເທດ, ກໍານົດເຂດທໍາການຜະລິດກະສິກໍາ, ອຸດສາຫະກໍາ, ການລົງທຶນຂອງລັດ ແລະ ເອກະຊົນໃຫ້ຖືກຕ້ອງ ແລະ ເໝາະສົມ; ສູ້ຊົນສ້າງໃຫ້ໄດ້ຫົວໜ່ວຍຍຸດທະສາດ ດ້ານເສດຖະກິດແຫ່ງຊາດ ຂອງຕົວຊີ້ບອກໃຫ້ບັນລຸຕາມແຜນການທີ່ວາງໄວ້.