ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຄວາມເຂັ້ມຂຸ້ນຂອງແກັສເຮືອນແກ້ວໃນຊັ້ນບັນຍາກາດຂອງໂລກຢູ່ໃນລະດັບສູງທີ່ສຸດເປັນປະຫວັດສາດໃນປີ 2022 ຜ່ານມາ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງແບບບໍ່ມີມື້ສິ້ນສຸດ.
ອົງກອນອຸຕຸນິຍົມວິທະຍາໂລກ (WMO) ກ່າວວ່າ: ລະດັບຂອງແກັສເຮືອນແກ້ວ 3 ຊະນິດໄດ້ແກ່ ຄາບອນໄດອອກຊາຍ ທີ່ເຮັດໃຫ້ເກີດພາວະໂລກຮ້ອນ, ມີເທນ ແລະ ໄນຕຣັສອອກຊາຍ ລ້ວນແຕ່ທຳລາຍສະຖິຕິເດີມທັງໝົດເມື່ອປີຜ່ານມາ ສົ່ງຜົນໃຫ້ອຸນຫະພູມທົ່ວໂລກເພີ່ມຂຶ້ນ ເກີດສະພາບອາກາດສຸດຂົ້ວ ແລະ ເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ. ທ່ານ ເພັດເຕີຣີ ທາລາສ ເລຂາທິການ WMO ກ່າວວ່າ: ເຖິງແມ່ນວ່າມີຄຳກ່າວເຕືອນມາຫຼາຍສິບປີຈາກນັກວິທະຍາສາດ ແຕ່ບົດລາຍງານຫຼາຍພັນໜ້າ ແລະ ກອງປະຊຸມສະພາບອາກາດຫຼາຍສິບຄັ້ງຊີ້ໃຫ້ເຫັນວ່າ: ພວກເຮົາຍັງຄົງມຸ່ງໜ້າໄປໃນທາງທີ່ຜິດ. ຕາມຂໍ້ຕົກລົງປາຣີສະບັບປີ 2015 ປະເທດຕ່າງໆເຫັນດີຮ່ວມກັນວ່າ ຈະຈຳກັດການເພີ່ມຂຶ້ນຂອງອຸນຫະພູມບໍ່ໃຫ້ເກີນ 2 ອົງສາ ລະດັບສະເລ່ຍລະຫວ່າງປີ 1850-1900 ແລະ ຈຳກັດໄວ້ທີ່ 1,5 ອົງສາ ຖ້າຫາກເປັນໄປໄດ້. ອີກຢ່າງໜຶ່ງ, ອຸນຫະພູມສະເລ່ຍທົ່ວໂລກໃນປີ 2022 ຢູ່ທີ່ 1,15 ອົງສາ ຊຶ່ງສູງກວ່າຄ່າສະເລ່ຍຂອງປີ 1850-1900. ທ່ານ ທາລາສ ກ່າວຕື່ມວ່າ: ລະດັບຄວາມເຂັ້ມຂຸ້ນຂອງແກັສເຮືອນແກ້ວໃນປັດຈຸບັນເຮັດໃຫ້ພວກເຮົາຢູ່ໃນທ່າອ່ຽງທີ່ອຸນຫະພູມຈະສູງກວ່າເປົ້າໝາຍໃນຂໍ້ຕົກລົງປາຣີພາຍໃນທ້າຍສະຕະວັດນີ້ ຊຶ່ງມັນຈະມາພ້ອມກັບສະພາບອາກາດທີ່ຮຸນແຮງກວ່າເດີມບໍ່ວ່າຈະເປັນອາກາດຮ້ອນແຮງ, ຝົນຕົກໜັກ, ການລະລາຍຂອງນ້ຳກ້ອນ, ການເພີ່ມຂຶ້ນຂອງລະດັບນ້ຳທະເລ, ຕະຫຼອດຈົນຮອດຄວາມຮ້ອນ ແລະ ຄວາມເປັນກົດໃນມະຫາສະໝຸດ. ໃນປີ 2022 ຄວາມເຂັ້ມຂອງແກັສຄາບອນໄດອອກຊາຍຢູ່ທີ່ 418 ສ່ວນໃນລ້ານສ່ວນ, ຂະນະທີ່ມີເທນຢູ່ທີ່ 1.923 ສ່ວນໃນພັນລ້ານສ່ວນ ແລະ ໄນຕຣັສອອກຊາຍ ຢູ່ທີ່ 336 ສ່ວນໃນພັນລ້ານສ່ວນ ຫຼື ຄິດເປັນ 150%, 264% ແລະ 124% ຂອງລະດັບກ່ອນຍຸກອຸດສາຫະກຳຕາມລຳດັບ.
ເຖິງແມ່ນວ່ານັກວິທະຍາສາດມີຄວາມເຂົ້າໃຈໃນວົງກວ້າງກ່ຽວກັບການປ່ຽນແປງສະພາບອາກາດ ແລະ ຜົນກະທົບ ແຕ່ມັນກໍຍັງມີຄວາມບໍ່ແນ່ນອນບາງປະການກ່ຽວກັບວັດທະຈັກຂອງຄາບອນ ຊຶ່ງ WMO ຮຽກຮ້ອງໃຫ້ມີການຮວບຮວມຂໍ້ມູນເພີ່ມເຕີມໃນບາງບັນຫາເຊັ່ນ ການປ່ອຍແກັສຄາບອນຈາກດິນທີ່ເພີ່ມຂຶ້ນ ຫຼື ການດູດຊັບຄາບອນຂອງມະຫາສະໝຸດທີ່ຫຼຸດລົງ ເນື່ອງຈາກການປ່ຽນແປງສະພາບອາກາດ.