ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນ, ທ່ານ ເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນໃຫ້ຮູ້ວ່າ: ອີງຕາມຂໍ້ມູນການລົງທຶນໃນທົ່ວໂລກທີ່ເຜີຍແຜ່ໂດຍສະພາການຄ້າ ແລະ ການພັດທະນາອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ ໃນຊຸມປີມໍ່ໆມານີ້, ຂະໜາດອັດຕາສ່ວນ ແລະ ຈັງຫວະເຕີບໂຕຂອງທຶນຕ່າງປະເທດຢູ່ຈີນລ້ວນແຕ່ຢູ່ໃນລະດັບສູງສົມຄວນ.
ທ່ານ ເຫີຢ້າຕົ່ງ ກ່າວຕື່ມວ່າ: ນັບແຕ່ຕົ້ນປີນີ້ມາ, ຈີນໄດ້ຜ່ານຮູບການຕ່າງໆເຊັ່ນ: ກອງປະຊຸມໂຕະມົນວິສາຫະກິດທຶນຕ່າງປະເທດ ແລະ ອື່ນໆ, ເພື່ອລົງເລິກການແລກປ່ຽນຢ່າງເປັນປົກກະຕິກັບວິສາຫະກິດທຶນຕ່າງປະເທດ ແລະ ສະມາຄົມນັກທຸລະກິດຕ່າງປະເທດ. ໃນການແລກປ່ຽນ, ບໍລິສັດຕ່າງປະເທດແມ່ນເຫັນໄປໃນທິດທາງທີ່ດີຕໍ່ອະນາຄົດແຫ່ງການພັດທະນາຂອງຈີນ, ຍິນດີພັດທະນາເປັນໄລຍະຍາວຢູ່ຈີນ. ຈີນຍິນດີຕ້ອນຮັບບໍລິສັດຕ່າງປະເທດເຂົ້າສູ່ຕະຫຼາດຈີນ, ຮ່ວມກັນຊົມໃຊ້ຜົນປະໂຫຍດຈາກການພັດທະນາຂອງຈີນ.