ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ພະຈິກ ຜ່ານມາ ຢູ່ລາຍເຈົາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງລາຍເຈົາ ກ່ຽວກັບສະພາບການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ວາງທິດທາງ ໜ້າທີ່ໃນໄລຍະຕໍ່ໄປ; ແກ້ໄຂບາງຂໍ້ສະເໜີແນະຂອງແຂວງ.
ຂ່າວລະບຸວ່າ: ໃນການເຮັດວຽກ, ທ່ານ ຟ້າມມິງຈິງ ໄດ້ຊີ້ແຈ້ງກຳລັງຄວາມສາມາດ, ທ່າແຮງບົ່ມຊ້ອນ ແລະ ຂໍ້ຈຳກັດ, ສິ່ງທ້າທາຍຂອງແຂວງ. ທ່ານສະເໜີວ່າ: ໄລຍະຈະມາເຖິງ, ແຂວງລາຍເຈົາ ຕ້ອງເອົາໃຈໃສ່ເຖິງການລົງທຶນພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນພື້ນຖານໂຄງລ່າງທາງຄົມມະນາຄົມ, ພື້ນຖານໂຄງລ່າງເຂດ, ກຸ່ມອຸດສາຫະກຳ, ການທ່ອງທ່ຽວ, ຮັບປະກັນການເຊື່ອມຈອດຢ່າງຕໍ່ເນື່ອງພາຍໃນແຂວງ, ກັບແຂວງຕ່າງໆໃນເຂດ ແລະ ລະຫວ່າງເຂດພາກອື່ນໆຂອງທົ່ວປະເທດ ກໍຄືສາກົນ; ພ້ອມທັງເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງກະສິກຳ, ຊົນນະບົດ, ພື້ນຖານໂຄງລ່າງການສຶກສາ, ສາທາລະນະສຸກ, ວັດທະນະທຳ ແລະ ກິລາ. ພ້ອມດຽວກັນນັ້ນ, ລາຍເຈົາ ຕ້ອງສຸມໃສ່ໃຫ້ບຸລິມະສິດພັດທະນາເສດຖະກິດກະສິກຳ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ ແລະ ເສດຖະກິດດ່ານຊາຍແດນຕາມທິດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ຕິດພັນກັບກຳລັງບົ່ມຊ້ອນ, ທ່າແຮງ, ລັກສະນະພົ້ນເດັ່ນ ແລະ ທ່າໄດ້ປຽບແກ່ງແຍ່ງຂອງຕົນ.