ແຂວງຫຼວງນ້ໍາທາ ສໍາເລັດການເປັນເຈົ້າພາບຈັດການແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາ ເຂດພາກເໜືອປະຈຳປີ 2023 ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ລາຍການ COPA COCA- COLA LAOS ຄັ້ງທີ VI ປະຈຳປີ 2023 ໃນວັນທີ 15 ພະຈິກ ຜ່ານມາ ທີ່ສະໜາມກິລາແຂວງ ໂດຍເປັນປະທານຂອງ ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນ້ຳທາ, ມີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຊື່ງມີຫົວໜ້າສາຍງານການຕະຫຼາດ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ຜ່ານບົດສະຫຼຸບການແຂ່ງຂັນກິລາເຕະບານຍິງ-ຊາຍລະດັບນັກຮຽນມັດທະຍົມສຶກສາ ເຂດພາກເໜືອ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2023 ແມ່ນໄດ້ເລີ່ມການແຂ່ງແຕ່ວັນທີ 13 ພະຈິກ 2023 ເປັນຕົ້ນມາ ໂດຍມີທັງໝົດ 4 ແຂວງ ຄື: ແຂວງຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ ແລະ ແຂວງຫຼວງນ້ໍາທາ ເປັນເຈົ້າພາບ.  ມາຮອດວັນທີ 15 ພະຈິກ ຜ່ານມາ ໄດ້ສຳເລັດການແຂ່ງຂັນຢ່າງເປັນທາງການ ຜົນການແຂງຂັນປະກົດວ່າ ແຂວງຫຼວງພະບາງສາມາດຍາດໄດ້ທີ1 ທັງຍິງ ແລະ ຊາຍ ໂດຍທັງສອງທີມແມ່ນຈະໄດ້ເປັນຕົວແທນເຂດພາກເໜືອ ເພື່ອເຂົ້າຮ່ວມແຂ່ງຂັນຮອບສຸດທ້າຍທີ່ນະຄອນຫຼວງວຽງຈັນ. 
ໂອກາດດັ່ງ, ທ່ານ ສີວິໄລ ປັນແກ້ວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ເພື່ອສົ່ງເສີມການຫຼິ້ນກິລາໃນໂຮງຮຽນ ພ້ອມທັງເປັນການສ້າງຂະບວນການກິລາ-ກາຍະກຳ ໃຫ້ມີການເຄື່ອນໄຫວຕາມພາລະບົດບາດ ເວົ້າລວມ, ເວົ້າສະເພາະແມ່ນຂະບວນການກິລາເຕະບານໃຫ້ເປັນລະບົບຕໍ່ເນືອງ ທັງເປັນການຊຸກຍູ້ສົງເສີມໃຫ້ຊາວໜຸ່ມເຍົາວະຊົນທັງຊາຍ-ຍິງ ຫັນມາຫຼິ້ນກິລາເພື່ອສຸຂະພາບ ເພື່ອມິດຕະພາບຫາງໄກຈາກຢາເສບຕິດຕ່າງໆ ພ້ອມທັງເປັນການຄັດເລືອກເອົານັກກິລາເປັນຕົວແທນເຂດພາກເໜືອ ເພື່ອຈະແຂ່ງຂັນຢູ່ນະຄອນຫຼວງວຽງຈັນ.
ຂ່າວ-ພາບ: ອໍລະໄພ ໄຊຍະສິງ