ວັນທີ 19 ພະຈິກນີ້, ໄດ້ມີພິທີວາງສິລາລືກໂຄງການກໍ່ສ້າງໂຮງງານປຸງແຕ່ງແປ້ງມັນຕົ້ນ ຂອງ ບໍລິສັດ ເອໄອດີຊີ - ອ່ຽມເຮັງ ຈໍາກັດ. ພິທີຈັດຂຶ້ນຢູ່ເດີນໂຮງງານດັ່ງກ່າວ ທີ່ບ້ານເພຍລາດ ແລະ ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ເພັດ ພົມພິພັກກຳມະການສູນກາງພັກລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເຈົ້າແຂວງຈໍາປາສັກ, ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ, ທ່ານ ພຶດສະພາ ພູມມະສັກ ປະທານກຸ່ມບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ, ທ່ານ ວິລະສັກ ຫວັງສຸພາສິດໂກສົນ ປະທານບໍລິສັດ ອ່ຽມເຮັງ ຈໍາກັດ. ມີການນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາເມືອງ, ການນໍາຫ້ອງການຕ່າງໆຂອງເມືອງບາຈຽງຈະເລີນສຸກ, ນັກທຸລະກິດ, ຜູ້ປະກອບການ, ຄະນະພັກ - ອົງການປົກຄອງບ້ານເພຍລາດ ແລະ ບ້ານຂັນລາຍ ເຂົ້າຮ່ວມ.
ໃນພິທີໄດ້ຮັບຊົມພາບວິດີໂອສັ້ນ ກ່ຽວກັບປະຫວັດຄວາມເປັນມາຂອງ ບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ ແລະ ບໍລິສັດ ອ່ຽມເຮັງ ຈໍາກັດ. ຕໍ່ມາ ທ່ານ ພຶດສະພາ ພູມມະສັກ ປະທານກຸ່ມບໍລິສັດ ເອໄອດີຊີ ການຄ້າ ຈໍາກັດຜູ້ດຽວ, ທ່ານ ວິລະສັກ ຫວັງສຸພາສິດໂກສົນ ປະທານບໍລິສັດ ອ່ຽມເຮັງ ຈໍາກັດ ໄດ້ມີຄຳເຫັນ ແລະ ກ່າວຄວາມເປັນມາຂອງ ໂຄງການ ພ້ອມທັງກ່າວຈຸດປະສົງໃນການຮ່ວມມືລົງທຶນໃນ ສປປ ລາວ. ບໍລິສັດ ແປ້ງມັນ ເອໄອດີຊີ - ອ່ຽມເຮັງ ຈຳກັດ ເປັນບໍລິສັດທີ່ມີຮູບແບບການລົງທຶນ ເປັນວິສາຫະກິດ ປະສົມ ລາວ - ໄທ, ເປັນການຮ່ວມມື ລະຫວ່າງ ບໍລິສັດ AIDC Trading ເເລະ ບໍລິສັດ ອ່ຽມເຮັງ ອິນເຕີ ໂຮດິ້ງ ຈຳກັດ. ບໍລິສັດ ອ່ຽມເຮັງ ເປັນບໍລິສັດ ອັນດັບຕົ້ນໆແຖວໜ້າຂອງປະເທດໄທ ທີ່ມີຊື່ສຽງ, ມີປະສົບການກ່ຽວກັບການຜະລິດປຸງແຕ່ງແປ້ງມັນຕົ້ນ ມາຍາວນານ ແລະ ມີທີມງານ ທີ່ຊ່ຽວຊານທຸກຂັ້ນຕອນການຜະລິດ. ຍ້ອນແນວນັ້ນ ທັງສອງບໍລິສັດ ຈຶ່ງຮ່ວມກັນສ້າງແຜນພັດທະນາ ເພື່ອຢາກຍົກລະດັບສິນຄ້າມັນຕົ້ນໃນ ສປປ ລາວ ໃຫ້ມີມູນຄ່າສູງຂຶ້ນຫຼາຍເທົ່າຕົວ ຊຶ່ງເປົ້າໝາຍແມ່ນຈະສ້າງໂຮງງານດັ່ງກ່າວ ໃຫ້ເປັນໂຮງງານຕົ້ນແບບ ຂອງ ສປປ ລາວ ທີ່ໃຊ້ເຕິກໂນໂລຊີການຜະລິດທີ່ທັນສະໄໝ ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີການຜະລິດທີ່ໄດ້ຄຸນນະພາບທຽບເທົ່າລະດັບສາກົນ ເພື່ອສາມາດສົ່ງອອກໄປຊື້  - ຂາຍໃນຕະຫຼາດຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດ ຊຶ່ງຈະນໍາໄປສູ່ການສ້າງລາຍຮັບເງິນເປັນເງິນຕາຕ່າງປະເທດມາໝູນວຽນໃນລະບົບເສດຖະກິດ ທັງສາມາດສ້າງອາຊີບໃຫ້ແກ່ແຮງງານພາຍໃນອີກດ້ວຍ.
ສຳລັບລາຍລະອຽດແຜນການຈັດຕັ້ງປະຕິບັດເບື້ອງຕົ້ນຂອງໂຄງການ, ພື້ນທີ່ກໍ່ສ້າງໂຄງການລວມທັງໝົດ 140 ເຮັກຕາ ຕັ້ງຢູ່ຂອບເຂດບ້ານຂັນລາຍ ແລະ ບ້ານເພຍລາດ ເມືອງບາຈຽງຈະເລີນສຸກ. ມູນຄ່າການລົງທຶນ ລວມທັງໝົດ 37 ລ້ານໂດລາ, ໃນນັ້ນມີການກໍ່ສ້າງໂຮງງານແປ້ງມັນຕົ້ນ ທີ່ມີກໍາລັງແຮງການຜະລິດ 450 ໂຕນຕໍ່ວັນ, ມີອາຄານ, ເຄື່ອງຈັກຕ່າງໆ ລວມມູນຄ່າ 22 ລ້ານໂດລາ. ນອກນີ້ ຍັງມີການກໍ່ສ້າງໂຮງງານຜະລິດແກັສຊີວະພາບ (Bio Gas) ມູນຄ່າ 15 ລ້ານໂດລາ ຊຶ່ງການຜະລິດແກັສດັ່ງກ່າວ ແມ່ນເກີດຈາກການບໍາບັດນໍ້າເສຍທີ່ໃຊ້ໃນໂຮງງານແປ້ງມັນຕົ້ນ ປ່ຽນມາເປັນ ພະລັງງານໝູນວຽນ ສໍາລັບການໃຊ້ພາຍໃນໂຮງງານ ຊຶ່ງສາມາດຫຼຸດຜ່ອນການໃຊ້ພະລັງງານຈາກແຫຼ່ງອື່ນໆໄດ້ ແລະ ຍັງເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ.ສ່ວນແຜນການຜະລິດ ແລະ ກໍ່ສ້າງໂຮງງານ, ໃນໄລຍະທີ 1,ກຳລັງການຜະລິດຂອງໂຮງງານ ແມ່ນ 450 ໂຕນ/ວັນ. ໃນໄລຍະທີ 2, ກຳລັງການຜະລິດ ແມ່ນເພີ່ມອີກ 450 ໂຕນ/ວັນ ລວມເປັນ 900 ໂຕນ/ວັນ ແລະ ໃນອະນາຄົດແມ່ນມີແຜນການທີ່ຈະຂະຫຍາຍການຜະລິດສະເພາະແປ້ງມັນຕົ້ນ ໃຫ້ເປັນໂຮງງານແປ້ງໂມດິຟາຍ ຫຼື ແປ້ງມັນດັດແປງຂະໜາດການຜະລິດ 150 ໂຕນ/ວັນ ຊຶ່ງເປັນການໃຊ້ເຕັກໂນໂລຊີ ຂັ້ນສູງ ໃນການປ່ຽນແປງໂຄງສ້າງທາງເຄມີຂອງແປ້ງ ໃຫ້ມີຄຸນສົມບັດ ແລະ ປະສິດທິພາບຕາມທີ່ຕ້ອງການ ຊຶ່ງແປ້ງໂມດີຟາຍ ສາມາດໃຊ້ໄດ້ໃນອຸດສາຫະກຳຫຼາຍປະເພດ ເຊັ່ນ: ໃນການຜະລິດຊີ້ນສັດບົດ ລະອຽດແປຮູບ, lce-cream, ໝາກໄມ້ອົບແຫ້ງ, ໝາກໄມ້ ຫຼື ພືດຜັກກະປ໋ອງ ແລະ ອື່ນໆ ຊຶ່ງຈະເພີ່ມມູນຄ່າແປ້ງມັນຕົ້ນໃຫ້ສູງຂຶ້ນ ລວມທັງເປັນໂຮງງານຜະລິດແປ້ງມັນຕົ້ນ ໂມດີຟາຍ ແຫ່ງທຳອິດ ໃນ ສປປ ລາວ. ໂຮງງານແມ່ນຈະເລີ່ມກໍ່ສ້າງຢ່າງເປັນທາງການ ນັບຈາກມື້ວາງສີລາລືກເປັນຕົ້ນໄປ ແລະ ຈະມີແຜນໃຫ້ໂຄງການກໍ່ສ້າງສໍາເລັດໃນທ້າຍປີ 2024. ສຳລັບດ້ານແຮງງານແມ່ນຈະສົ່ງເສີມໃຫ້ຄົນໃນທ້ອງຖິ່ນເຂົ້າມາເຮັດວຽກນຳ ມີຈຳນວນຫຼາຍກວ່າ 300 ຕໍາແໜ່ງ ໃນອະນາຄົດ. ດ້ານການຊົດເຊີຍ ບໍລິສັດ ໄດ້ເຊົ່າສຳປະທານທີ່ດິນ ຂອງ ກອງບັນຊາການທະຫານແຂວງຈຳປາສັກ ຈຳນວນ 60 ເຮັກຕາ ໄລຍະ 50 ປີ. ສ່ວນທີ່ເຫຼືອ 80 ເຮັກຕາ, ບໍລິສັດ ກໍໄດ້ຊົດເຊີຍໃຫ້ປະຊາຊົນໃນພື້ນທີ່ດັ່ງກ່າວ ສຳເລັດແລ້ວ 51ຄອບຄົວ,ຍັງ 2 ຄອບຄົວ, ລວມມູນຄ່າຊົດເຊີຍ ຫຼາຍກວ່າ 14,4 ຕື້ກີບ, ສະເລ່ຍເຮັກຕາ ລະ 180 ລ້ານກີບ. ນອກນີ້ບໍລິສັດ ຍັງໄດ້ຊຸກຍູ້ວຽກງານອື່ນໆໃນແຂວງອີກຫຼາຍຢ່າງ ເພື່ອປະກອບສ່ວນໃນການພັດທະນາແຂວງຈຳສັກ ອີກດ້ວຍ.
 (ຂ່າວ-ພາບ: ທູນທອງໃຈ)