ໂດຍ: ຄໍາໃໝ່ ສັງທອງເພັດ
    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ(ວັນທີ 20 ມັງກອນ 1949 ຫາ ວັນທີ 20 ມັງກອນ 2024)ສະຫາຍ ພັນໂທ ພັນທະມິດ ແສງສະຫວ່າງ ນັກຮົບແຂ່ງຂັນແຫ່ງຊາດອະດີດຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ແມ່ນບຸກຄົນໜຶ່ງທີ່ມີຜົນງານ ແລະ ຊີວິດການເຄື່ອນໄຫວດີເດັ່ນ ທີ່ຕິດພັນກັບຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໃນຫຼາຍບັ້ນຮົບ, ບັ້ນຕີທີ່ສໍາຄັນດຸເດືອດຂ້ຽວຂາດທີ່ເຕັມໄປດ້ວຍນໍ້າໃຈເສຍສະຫຼະ ແລະ ນໍ້າໃຈຮັກຊາດອັນສູງສົ່ງຕໍ່ສູ້ບໍ່ຍອມຈໍານົນເດັດຂາດປະຕິບັດທຸກມະຕິ, ຄໍາສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ ສາມາດປະກອບສ່ວນເຂົ້າໃນໄຊຊະນະລວມຂອງປະເທດຊາດ ກໍຄືການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຢ່າງມີຜົນສໍາເລັດອັນຈົບງາມ ສະຫາຍໄດ້ສະແດງທັດສະນະຄວາມຮູ້ສຶກດັ່ງກ່າວຜ່ານສື່ມວນຊົນກອງທັບ.
    ສະຫາຍ ພັນໂທ ພັນທະມິດ ແສງສະຫວ່າງ ໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານຮຸ່ນສືບທອດໃນທົ່ວກອງທັບ ຈົ່ງພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວເຂົ້າສູ່ຊີວິດຕົວຈິງຂອງຕົນໃຫ້ເກີດດອກອອກຜົນຢ່າງຈົບງາມເພື່ອເປັນກໍາລງແຮງອັນແຂງແກ່ນຂອງພັກໃນການປົກປັກຮັກສາໝາກຜົນຂອງການປະຕິວັດທີ່ບັນພະບູລຸດ, ພະນັກງານປະຕິວັດ-ອາວຸໂສບໍານານຮຸ່ນກ່ອນໄດ້ສ້າງໄວ້ຊຶ່ງເຕັມໄປດ້ວຍນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົ່ງແລກມາດ້ວຍຊີວິດເລືອດເນື້ອ, ເຫື່ອໄຄຂອງນັກຮົບປະຕິວັດບໍ່ຈັກວ່າເທົ່າໃດຄົນ.ພ້ອມນີ້ຍັງໄດ້ອວຍພອນໄຊອັນປະເສີດຕໍ່ການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຂວັນຍືນ, ສືບຕໍ່ນໍາພາປະເທດຊາດ ແລະ ກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນນາຍ ແລະ ພົນທະຫານໃນທົ່ວກອງທັບ, ຮຸ່ນສືບທອດປ່ຽນແທນຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເຂົ້າປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ໂດຍຖືເອົາການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ເປັນຮູບປະທໍາຕົວຈິງ ແນໃສ່ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນທັນສະໄໝເປັນກ້າວໆ.