ເພື່ອໃຫ້ຊາວໜຸ່ມໄດ້ຝຶກອົບຮົມວິຊາຊີບແລະມີວຽກເຮັດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ມີມາດຕະການສ້າງວິຊາຊີບໃຫ້ພົນລະເມືອງ.
ການສ້າງວິຊາຊີບ ໝາຍເຖິງການສ້າງກຳລັງແຮງງານລາວໃຫ້ມີວຸດທິການສຶກສາ, ວຸດທິທາງວິຊາຊີບໃນສາຂາວິຊາໃດໜຶ່ງທີ່ແນ່ນອນ ທັງວິຊາຊ່າງ, ເສດຖະກິດ, ວິທະຍາສາດ-ສັງຄົມ, ການແພດ, ການປົກຄອງ ແລະ ສາຂາອື່ນໆ ເພື່ອກຽມເຂົ້າສູ່ຕະຫຼາດແຮງງານ. ໃນປັດຈຸບັນມີຫຼາຍພາກສ່ວນທີ່ຈັດຕັ້ງປະຕິບັດວຽກງານການສ້າງວິຊາຊີບດັ່ງກ່າວໃຫ້ແກ່ພົນລະເມືອງ ຫຼື ກຳລັງແຮງງານລາວ ລວມມີ ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກເອກະຊົນ  ທີ່ມີສະຖາບັນການສຶກສາຊັ້ນສູງ, ມະຫາວິທະຍາໄລ, ວິທະຍາໄລຕ່າງໆ ໃນຂອບເຂດທົ່ວປະເທດ. ໃນແຕ່ລະປີບັນດາສະຖາບັນຕ່າງໆເຫຼົ່ານັ້ນໄດ້ຜະລິດນັກສຶກສາທີ່ຮຽນຈົບໃນຊັ້ນຕ່າງໆ ໄດ້ຫຼາຍພັນຄົນໃນແຕ່ລະປີ ເພື່ອສະໜອງໃຫ້ຕະຫຼາດແຮງງານພາຍໃນປະເທດ. 
ນອກຈາກບັນດາສະຖາບັນສຶກສາ, ອາຊີວະສຶກສາແລ້ວ ໃນທົ່ວປະເທດຍັງປະກອບມີບັນດາສູນຝຶກວິຊາຊີບເປັນຈຳນວນຫຼາຍທີ່ຂຶ້ນກັບບັນດາກະຊວງ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງອື່ນໆມີຫຼາຍແຫ່ງ ບັນດາສູນເຫຼົ່ານີ້ກໍສາມາດຜະລິດແຮງງານທີ່ມີຄວາມຮູ້, ຄວາມຊຳນານດ້ານຕ່າງໆເພື່ອນຳໄປປະກອບອາຊີບທຳມາຫາກິນໃນລັກສະນະຕ່າງໆ ຫຼື ກາຍເປັນຜູ້ມີວຽກເຮັດງານທໍາໄດ້ເປັນຈຳນວນຫຼວງຫຼາຍໃນແຕ່ລະປີ. 
ຂ່າວ: ວັນໄຊ ຕະວິນຍານ