ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)  ລະຫວ່າງ ອົງການປົກຄອງແຂວງຄໍາມ່ວນ ກັບ ບໍລິສັດ ສະຕາໂທລະຄົມ ຈຳກັດ (ຢູນິເທວ) ສາຂາແຂວງຄໍາມ່ວນ ກ່ຽວກັບການຮ່ວມມືໃນການຈັດຕັ້ງປະຕິບັດຜັນຂະຫຍາຍນໍາໃຊ້ລະບົບເຕັກໂນໂລຊີ ຂໍ້ມູນຂ່າວສານ ເພື່ອຫັນເປັນດີຈີຕອນ ແລະ ທັນສະໄໝ ໃຫ້ບາງຂະແໜງການພາຍໃນແຂວງ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ ຜ່ານມາ ທີ່ຫ້ອງວ່າການແຂວງ,ເປັນກຽດເຂົ້າຮ່ວມໂດຍທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ, ມີບັນດາຕາງໜ້າພະແນກການອ້ອມຂ້າງແຂວງ, ອໍານາດການປົກຄອງເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
    ບົດບັນທຶກຄວາມເຂົ້າໃຈສະບັບນີ້ສ້າງຂື້ນເພື່ອເປັນບ່ອນອີງໃຫ້ແກ່ການຮ່ວມມືສອງຝ່າຍໃນການຈັດຕັ້ງຜັນຂະຫຍາຍການຫັນເປັນດີຈີຕອນຂອງແຂວງຄໍາມ່ວນໃນຍຸກປະຕິວັດ ອຸດສາຫະກໍາ 4.0 ຢູ່ ສປປ ລາວ  ເພື່ອຮ່ວມມືພັດທະນາບັນດາຂະແໜງການຈຳນວນໜຶ່ງຂອງແຂວງເປັນຕົ້ນຂະແໜງການສຶກສາທິການ ແລະ ກິລາ, ຂະແໜງສາທາລະນະສຸກ, ຂະແໜງການເງິນ ແລະ 
ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຫັນເປັນດີຈີຕອນ ແລະ ທັນສະໄໝ, ສອງຝ່າຍໄດ້ກໍຳນົດຂອບເຂດການຮ່ວມມືດັ່ງນີ້: ລັດຖະບານດີຈີຕອນ ລະບົບສູນປະຕິບັດການທີ່ທັນສະໄໝ (IOC), ລະບົບແພລັດຟອມບໍລິການສາທາລະນະອອນລາຍ (e-Portal), ລະບົບເອກະສານເອເລັກໂຕຣນິກ (e-Office), ລະບົບຮັກສາຄວາມປອດໄພທາງໄຊເບີ (SOC), ລະບົບຢັ້ງຢືນຕົນຕົວຂໍ້ມູນຂອງລູກຄ້າ (eKYC). ເສດຖະກິດດີຈີຕອນ ລະບົບຄຸ້ມຄອງບໍລິຫານເຂດອຸດສາຫະກໍາ, ລະບົບພື້ນຖານໂຄງລ່າງ IOT (Data Center) ແລະ ສັງຄົມດີຈີຕອນ ລະບົບສາທາລະນະສຸກດີຈີຕອນ (Lao Health), ລະບົບການສຶກສາດີຈີຕອນ (Laos Edu), ລະບົບບໍລິການກະເປົາເອເລັກໂຕຣນິກ (Umoney), ລະບົບການໂຄສະນາຂໍ້ມູນຂ່າວາສານ (Lao TV), ລະບົບແອັບນໍາໃຊ້ພົນລະເມືອງດີຈີຕອນ. ທັງສອງຝ່າຍໄດ້ຕົກລົງເຫັນດີ ກໍານົດເອົາບັນດາລະບົບ ແລະ ວັນເວລາໃນການສະໜອງໃຫ້ກັບບາງບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອທົດລອງໄດ້ເລີຍດັ່ງລຸ່ມນີ້: ສໍາລັບລະບົບສາທາລະນະສຸກດີຈີຕອນ (Lao Health) ທົດລອງຢູ່ 2 ໂຮງໝໍຄື: ໂຮງໝໍແຂວງ ແລະ ໂຮງໝໍທະຫານແຂວງ, ລະບົບການສຶກສາດີຈີຕອນ (Laos Edu) ທົດລອງຢູ່ 10 ໂຮງຮຽນທີ່ປະກອບມີປະຖົມ, ມັດທະຍົມຕອນຕົ້ນ ແລະ ຕອນປາຍໄລຍະເວລາ 1 ປີ, ລະບົບບໍລິການກະເປົາເອເລັກໂຕຣນິກ (Umoney) ສາມາດນໍາໃຊ້ໄດ້ໂດຍກົງໃນການຈ່າຍເງິນເດືອນໃຫ້ພະນັກງານລັດ, ບັນດານາຍບ້ານໃນທ້ອງຖິ່ນ ແລະ ໂດຍສະເພາະບັນດາຄູ-ອາຈານ ແລະ ແພດໝໍ ທີ່ເຮັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ລະບົບການໂຄສະນາຂໍ້ມູນຂ່າວສານ (Lao TV) ນໍາໃຊ້ເຂົ້າໃນການຮັບຂໍ້ມູນຂ່າວສານຕ່າງໆ ຜ່ານອຸປະກອນທີ່ທັນສະໄໝ ເທິງມືຖື, ສາມາດນໍາໃຊ້ໄດ້ໂດຍກົງ ແລະ ບັນດາລະບົບອື່ນແມ່ນຈະໄດ້ປຶກສາຫາລືລະອຽດ, ເບີ່ງຕາມຄວາມຕ້ອງການຕົວຈິງຂອງທ້ອງຖິ່ນໃນການສະໜອງ ຊຶ່ງບົດບັນທຶກສະບັບນີ້ປະກອບມີ 9 ມາດຕາ ແລະ ມີຜົນບັງຄັບໃຊ້ເປັນເວລາ 5 ປີ ນັບແຕ່ມື້ທີ່ສອງຝ່າຍໄດ້ລົງລາຍເຊັນເປັນຕົ້ນໄປ. 
    ໃຫ້ກຽດລົງນາມຕາງໜ້າອົງການປົກຄອງແຂວງໂດຍ ທ່ານ ໝັ້ນຍືນ ຄິນສະໜອນ ຫົວໜ້າຫ້ອງວ່າການແຂວງ ແລະ ທ່ານ ຫງວຽນ ງ໋ອກ ລອງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດສະຕາໂທລະຄົມ ຈຳກັດ.
ໂອກາດດັ່ງກ່າວນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີ ກ່ຽວກັບການຫັນເປັນດີຈີຕອນໃນວຽກງານການຄຸ້ມຄອງບໍລິຫານລັດ ແຜນຍຸດທະສາດເຖິງປີ 2030 ຂອງແຂວງຄໍາມ່ວນ ຈາກບໍລິສັດ ສະຕາໂທລະຄົມ ຈຳກັດ ແລະ ການແລກປ່ຽນປະກອບຄຳຄິດຄຳເຫັນ, ພ້ອມກັນຄົ້ນຄວ້າ ປຶກສາຫາລືກັນ ຕໍ່ກັບການຫັນເປັນດີຈີຕອນ ຢູ່ແຂວງຄຳມ່ວນ ຢ່າງເລິກເຊິ່ງ ແລະ ສ້າງຄວາມຮັບຮູ້ເປັນເອກະພາບກັນໃນການຈັດຕັ້ງປະຕິບັດເຂົ້າສູ່ຂະແໜງການຕົວຈິງ.
ຂ່າວ-ພາບ: ມະນີວັນ