ທ່ານ ກິແກ້ວ ໄຂຄໍາພິທູນຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ ຈາການ ຈາປາແກນເລຂາທິການສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ພ້ອມຄະນະເຂົ້າຢ້ຽມຂ່ຳນັບໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຕ້ອນຮັບແລະຊົມເຊີຍໃນການຢ້ຽມຢາມລາວໃນຄັ້ງນີ້ ນອກນີ້ ທ່ານຮອງນາຍົກ ລັດຖະມົນຕີຍັງໄດ້ກ່າວວ່າ:ຂ້າພະເຈົ້າຮັບຊາບວ່າອົງການກາແດງແຫ່ງຊາດລາວ ໄດ້ເຂົ້າເປັນສະມາຊິກຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນສາກົນ ໃນປີ 1957 ແລະ ໄດ້ຮັບການຊ່ວຍເຫຼືອຕະຫຼອດມາ.ຂ້າພະເຈົ້າຮັບຮູ້ດີວ່າ ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນແມ່ນຄູ່ຮ່ວມງານທີ່ດີ ແລະ ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານໃຫ້ອົງການກາແດງແຫ່ງຊາດລາວ ໂດຍສະເພາະວຽກທີ່ພົ້ນເດັ່ນໃນໄລຍະໃກ້ນີ້ໃນປີ 2018 ໃນເວລາ ສັນເຂື່ອນແຕກທີ່ແຂວງອັດຕະປື ສະຫະພັນກາແດງ ແລະ ຊີກວົງເດືອນສາກົນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນຜູ້ປະສົບເຄາະຮ້າຍເຫຼົ່ານັ້ນເປັນຈໍານວນຫຼາຍຄອບຄົວ, ພ້ອມກັນນັ້ນໃນໄລຍະທີ່ ສປປ ລາວ ພວກເຮົາປະເຊີນໜ້າກັບ ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ທາງສະຫະພັນກໍໄດ້ໃຫ້ການຊ່ວຍເຫຼືອແກ່ອົງການກາແດງແຫ່ງຊາດລາວ, ນອກຈາກນັ້ນຍັງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ອົງການກາແດງແຫ່ງຊາດລາວຫຼາຍດ້ານນັບທັງວຽກງານ ສົ່ງເສີມສຸຂະພາບ, ວຽກງານປະຖົມພະຍາບານ, ວຽກງານພັດທະນາຊາວໜຸ່ມ, ວຽກງານສ້າງຄວາມເຂັ້ມແຂງໃຫ້ອົງການ ຊຶ່ງໃນໄລຍະມໍ່ໆຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດ ຕື່ມອີກທີ່ແຂວງໄຊຍະບູລີ, ອຸດົມໄຊ, ຜົ້ງສາລີ, ຫົວພັນ, ຈໍາປາສັກ ແລະ ສາລະວັນ.ປັດຈຸບັນນີ້ສະຫະພັນກາແດງແລະຊີກວົງເດືອນແດງສາກົນຮ່ວມກັບອົງການກາແດງແຫ່ງຊາດລາວກຳລັງຢູ່ໃນການຈັດຕັງປະຕິບັດໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດນ້ຳຖ້ວມຢູ່ແຂວງບໍລິຄຳໄຊແລະຄຳມ່ວນ, ຂ້າພະເຈົ້າຕີລາຄາສູງຕໍ່ໝາກຜົນການຮ່ວມມືດັ່ງກ່າວ, ໃນນາມຕາງໜ້າລັດຖະບານກໍຄືປະຊາຊົນລາວບັນດາເຜົ່າ ແລະ ຜູ້ທີ່ໄດ້ຮັບຜົນກະທົບຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫະພັນກາແດງ ແລະ ຊິກວົງເດືອນແດງສາກົນທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງສະເໝີມາ.
ທ່່ານຈາການ ຈາປາແກນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ແມ່ນໄດ້ຮ່ວມລົງນາມໃນບົດບັນທຶກຄວາມ ເຂົ້າໃຈລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ວ່າດ້ວຍ ການເຄື່ອນໄຫວວຽກງານໃນດິນແດນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ 
ຂ່າວ-ພາບ:ພູວຽງຄຳ