ເມື່ອບໍ່ດົນມານີ້ທີ່ສະໂມສອນບ້ານມາງ ເມືອງແບງ ແຂວງອຸດົມໄຊໄດ້ຈັດພິທີປະກາດ ແລະ ຮັບຮອງເອົາບ້ານມາງເປັນບ້ານປ້ອງກັນຊາດເຂັ້ມແຂງອັນດັບທີ 5 ຂອງເມືອງ ແລະ ເປັນບ້ານທີ 24 ຂອງແຂວງອຸດົມໄຊພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ອາຫຼົງ ເພັດສຸລີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫົງບ (ປກສ) ເມືອງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ໄມ່ແພງ ພູມປະເສີດ ຫົວໜ້າການເມືອງກອງບັນຊາການທະຫານເມືອງກ່າວວ່າ: ບ້ານມາງປະກອບມີ 246 ຄົວເຮືອນ, 324 ຄອບຄົວ, ພົນລະເມືອງ1.388 ຄົນຍິງ 691 ຄົນ. ຜ່ານການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຕາມ 6 ມາດຖານຂອງການສ້າງຄອບຄົວ ແລະ 6 ມາດຖານໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 234 ຄອບຄົວ ເທົ່າກັບ 95%, ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການຢັ້ງຢືນ ແລະ ຮັບຮອງເອົາບ້ານມາງ ເມືອງແບງເປັນບ້ານປ້ອງກັນຊາດເຂັ້ມແຂງບ້ານທີ 5 ຂອງເມືອງ, ມີ234 ຄອບຄົວໄດ້ຮັບໃບຢັ້ງຢືນ ເປັນກຽດມອບໂດຍສະຫາຍ ພັນເອກ ຕຸ້ຍ ພົມມີໄຊ.
    ໂອກາດນີ້,ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງບ້ານ ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຊື່ອມຊຶມກໍາແໜ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເລິກເຊິ່ງປະກອບສ່ວນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງສາພັດທະນາບ້ານໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ວິລາວັນ