ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກົມຊັບສິນທາງປັນຍາ ໄດ້ຈັດພິທີເປີດງານສະເຫຼີມສະຫຼອງການນຳໃຊ້ລະບົບIPAS ຄົບຮອບ 20 ປີ ແລະ ສັບປະດາຊັບສິນທາງປັນຍາ  ປະຈຳປີ 2023 ຂຶ້ນໃນວັນທີ 20 ພະຈິກ ນີ້ທີ່ໂຮງແຮມລາວພລາຊາ, ໂດຍການເປັນປະທານ ຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານເຄນິຈິໂຣ ນັດສູມິ (Kenichiro NATSUME)ຜູ້ຊ່ວຍອຳນວຍການອົງການຊັບສິນທາງປັນຍາໂລກ, ທ່ານນາງຈັນສຸກແສງພະຈັນຮອງລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
    ທ່ານ ໄຊສົມເພັດ ນໍລະສິງ ໄດ້ກ່າວນຳສະເໜີໂຄງການຊ່ວຍເຫຼືອ ເພື່ອຫຼຸດພົ້ນຈາກປະເທດດ້ອຍພັດທະນາ ຂອງອົງການຊັບສິນທາງປັນຍາໂລກ ສຳລັບ ສປປ ລາວ, ກິດຈະກຳທີ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອ ມີໄລຍະເວລາ 4 ປີ ນັບແຕ່ 2023-2026 ຊຶ່ງປະກອບມີ 10 ກິດຈະກຳຄື: ການພັດທະນາລະບົບເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ໃຫ້ກາຍເປັນທັນສະໄໝ; ການສ້າງສື່ສິ່ງພິມ ເພື່ອສົ່ງເສີມການຈົດທະບຽນຊັບສິນທາງປັນຍາ; ການສົ່ງເສີມການຕະຫຼາດສຳລັບສິນຄ້າທ້ອງຖິ່ນກຳເນີດ ຂອງ ສປປ ລາວ ເປັນຕົ້ນ ເຂົ້າໄກ່ນ້ອຍແຂວງຫົວພັນ ແລະ ແຂວງຊຽງຂວາງ; ພັດທະນາລະບົບການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ໂດຍການສ້າງລະບົບການໄກ່ເກ່ຍຂໍ້ຂັດແຍ່ງ; ການສ້າງຫຼັກສູດການຝຶກອົບຮົມວຽກງານຊັບສິນທາງປັນຍາ ສຳລັບພາກສ່ວນທີ່ກ່ຽວຂ້ອງໃນຂົງເຂດຊັບສິນທາງປັນຍາ; 5 ກິດຈະກຳ ທີ່ຕິດພັນກັບການພັດທະນາບຸກຄະລາກອນ ຜ່ານການຝຶກອົບຮົມໃນຂົງເຂດສະເພາະເປັນຕົ້ນການຝຶກອົບຮົມກ່ຽວກັບການກວດສອບ ເຄື່ອງໝາຍການຄ້າ, ສິດທິບັດ, ແບບອຸດສາຫະກຳ, ຝຶກອົບຮົມໃຫ້ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຊັບສິນທາງປັນຍາ  ແລະ ໃຫ້ພະນັກງານອົງການຕຸລາການຊຶ່ງກິດຈະກຳທີ່ກ່າວມານັ້ນແມ່ນລ້ວນແລ້ວແຕ່ເປັນກິດຈະກຳບຸລິມະສິດທີ່ນອນຢູ່ໃນແຜນພັດທະນາວຽກງານຊັບສິນທາງປັນຍາຂອງ ສປປ ລາວ ຮອດ ປີ 2025. ນອກຈາກນັ້ນ ທ່ານ Kenichiro NATSUME ກໍໄດ້ປະກອບຄຳເຫັນວ່າ: ການສະໜັບສະໜູນແກ່ປະເທດລາວ ມີ 10 ໂຄງການ ໂດຍຈະເນັ້ນໃສ່ 2 ໂຄງການຄື: ໂຄງການທຳອິດ ແມ່ນຈະຊ່ວຍເຫຼືອໃນການປັບປຸງພື້ນຖານໂຄງລ່າງຂອງຊັບສິນທາງປັນຍາ ເພື່ອກຽມພ້ອມໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ, ໂຄງການທີສອງແມ່ນຈະຊ່ວຍໃນການນຳໃຊ້ຊັບສິນທາງປັນຍາ ສ້າງຄວາມເຂັ້ມແຂງ ໃນການແຂ່ງຂັນທາງດ້ານເສດຖະກິດ ແລະ ການກະຈາຍຄວາມສ່ຽງ. ພາຍໃນງານດັ່ງກ່າວ ທ່ານ ນາງ ຈັນສຸກ ແສງພະຈັນ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ທ່ານຜູ້ຊ່ວຍອຳນວຍການອົງການຊັບສິນທາງປັນຍາໂລກ ແລະ ຊ່ຽວຊານຈາກອົງການຊັບສິນທາງປັນຍາໂລກ.  ທ່ານ ຫົວໜ້າກົມຊັບສິນທາງປັນຍາຍັງໄດ້ກ່າວນຳສະເໜີ ຮູບແບບການຈັດງານສັບປະດາຊັບສິນທາງປັນຍາ 2023 ແລະ ທ່ານKenichiro NATSUME ກໍໄດ້ປະກອບຄຳເຫັນຕື່ມຕໍ່ກັບຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ກັບທຸລະກິດ ແລະ ການພັດທະນາເສດຖະກິດ ແລະ ສັງຄົມ; ໃນງານຍັງໄດ້ເຊັນບົດບັນທຶກການຮ່ວມມື 3 ຝ່າຍ ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບມະຫາວິທະຍາໄລແຫ່ງຊາດ  ແລະ ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ. ນອກຈາກນັ້ນ, ພາຍໃນງານຍັງໄດ້ຮັບຊົມການສະແດງສິລະປະ ແລະ ຮັບຊົມການແຂ່ງຂັນວິດີໂອສັ້ນລົງໃນຕິກຕອກ ກ່ຽວກັບຊັບສິນທາງປັນຍາ ແລະ ການທ່ອງທ່ຽວອີກດ້ວຍ.
(ຂ່າວ-ພາບ: ພັດ ລໍວັນໄຊ)