ທ່ານ  ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ໄດ້ເປັນປະທານການເປີດເວັບໄຊ ກອງປະຊຸມສຸດຍອດລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ I ໃນວັນທີ 20 ພະຈິກ ນີ້ ທີ່ສະພາແຫ່ງຊາດ, ມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານຄະນະປະຈໍາ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
    ໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີສະມາຊິກສະພາແຫ່ງຊາດ(ສສຊ) ປະຈໍາເຂດເລືອກຕັ້ງທີ 13 ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມ ແລະ ເປີດໜ້າເວັບໄຊ ກອງປະຊຸດສຸດຍອດ ລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ I ຢ່າງເປັນທາງການວ່າ: ອະນຸກໍາມະການກອງເລຂາ ໄດ້ສົມທົບກັບສູນບໍລິຫານດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄົ້ນຄວ້າ ແລະ ພັດທະນາ ສ້າງເວັບໄຊຂອງກອງປະຊຸມສຸດຍອດ ລັດຖະສະພາ (CLV) ຄັ້ງທີ I ດ້ວຍຈຸດປະສົງ ເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານ ຂອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ I ອອກສູ່ສາທາລະນະ ເວົ້າລວມ, ເວົ້າສະເພາະ ກໍຄືປະຊາຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ແລະພາກພື້ນ ຮັບຊາບ, ເປັນຂໍ້ມູນພື້ນຖານໃຫ້ແກ່ສະພາແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ ໃນການຕິດຕາມເອກະສານຂອງກອງປະຊຸມຄັ້ງນີ້. ພ້ອມນີ້, ໂຄງຮ່າງໜ້າເວັບໄຊ ປະກອບມີ 2 ພາສາ (ພາສາລາວ, ພາສາອັງກິດ) ໜ້າຫຼັກ (HOME): ສະແດງຮູບພາບ ແລະ ຂ່າວການເຄື່ອນໄຫວກິດຈະກໍາຕ່າງໆ ຂອງກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ I; ໜ້າກ່ຽວກັບ (ABOUT): ແມ່ນໜ້າສະແດງຂໍ້ມູນຄໍາຂວັນກອງປະຊຸມ, ສານສະແດງຄວາມຍິນດີຕ້ອນຮັບ, ຖະແຫຼງການຮ່ວມຂອງສາມປະທານສະພາແຫ່ງຊາດ, ປະຫວັດຄວາມເປັນມາຂອງກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ແລະລະບຽບການດໍາເນີນກອງປະຊຸມ; ໜ້າເອກະສານ (DOCUMENTS) ແມ່ນໜ້າສະແດງຂໍ້ມູນເນື້ອໃນໜັງສືເຊີນ, ຮ່າງວາລະກອງປະຊຸມ, ຕາຕະລາງການດຳເນີນກອງປະຊຸມ, ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ,ລາຍຊື່ຄະນະຜູ້ແທນເຂົ້າຮ່ວມ,ຂໍ້ມູນທົ່ວໄປ, ຟອມການລົງຖະບຽນ ແລະເອກະສານທີ່ກ່ຽວຂ້ອງອື່ນໆ;  ໜ້າກອງປະຊຸມກໍາມາທິການ (COMMITTEE MEETING) ແມ່ນໜ້າ ສະແດງຂໍ້ມູນເນື້ອໃນການປະຊຸມສາມກໍາມາທິການຄື: ກໍາມາທິການການຕ່າງປະເທດ, ກໍາມາທິການ ເສດຖະກິດ-ສັງຄົມ ແລະ ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໜ້າກິດຈະກໍາປິ່ນອ້ອມ (SIDE EVENT): ແມ່ນໜ້າສະແດງຂໍ້ມູນກິດຈະກໍາການເຄື່ອນໄຫວ ກິລາແຂ່ງລົດຖີບ;  ໜ້າຂ່າວສານ (MEDIA): ແມ່ນໜ້າ ສະແດງຂໍ້ມູນເນື້ອໃນຂ່າວຕ່າງໆ, ຮູບພາບ, ພາບເຄື່ອນໄຫວຂອງກອງປະຊຸມ; ໜ້າຕິດຕໍ່ພົວພັນ (CONTACT)ແມ່ນໜ້າສະແດງຂໍ້ມູນ ການຕິດຕໍ່ປະສານງານກອງເລຂາກອງປະຊຸມ ແລະ ພະນັກງານເຕັກນິກ.
ຂ່າວ-ພາບ: ຍຸພິນທອງ