ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກັນຍາ ຜ່ານມາ, ລັດຖະບານສີລັງກຽມສະເໜີມາດຕະການຫຼຸດຜ່ອນພາສີ ແລະ ສຳປະທານພິເສດໃນສົກປີງົບປະມານ 2024 ເພື່ອດຶງດູດນັກລົງທຶນໂດຍກົງຈາກຕ່າງປະເທດຈຳນວນຫຼາຍໃນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການປະກອບຍານພາຫະນະ.

ອີງຕາມຂໍ້ມູນຈາກ ທ່ານ ຄືລຸມ ອະນູບຸການະ ລັດຖະມົນຕີກະຊວງສົ່ງເສີມການລົງທຶນກ່າວວ່າ: ລັດຖະບານສະເໜີນະໂຍບາຍພາສີໃນຮູບແບບກົນລະຍຸດ ຊຶ່ງລວມເຖິງການຫຼຸດຜ່ອນພາສີສູງທີ່ສຸດ 2 ເຖິງ 5 ປີ ໃຫ້ກັບນັກລົງທຶນໄອທີ ໂດຍແນວທາງດັ່ງກ່າວຈະຢູ່ໃນລະຫວ່າງການກຽມງານໂດຍກະຊວງການເງິນ. ທ່ານ ອະນູບຸກາ ຊີ້ໃຫ້ເຫັນວ່າ: ດ້ວຍແຜນການດັ່ງກ່າວ ສີລັງກາວາງແຜນສະໜັບສະໜູນໃຫ້ກັບນັກລົງທຶນເປັນຈຳນວນເງິນຫຼາຍກວ່າ 50 ລ້ານໂດລາ. ທ່ານ ຄືລຸມ ອະນູບຸການະ ລະບຸວ່າ: ເຖິງແມ່ນວ່າຈະເກີດວິກິດເສດຖະກິດ ແຕ່ວ່າຄະນະກຳມະການສົ່ງເສີມການລົງທຶນສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ 1,75 ພັນລ້ານໂດລາ ຊຶ່ງສູງເກີນເປົ້າໝາຍທີ່ຕັ້ງໄວ້ 1 ພັນລ້ານໂດລາ ສຳລັບປີ 2022 ສ່ວນເປົ້າໝາຍຂອງປີ 2023 ຢູ່ທີ່ 1,5 ພັນລ້ານໂດລາ.