ເມື່ອບໍ່ດົນມານີ້, ຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງທຸລະຄົມ ລົງໄປຝຶກອົບຮົມໃຫ້ອົງການປົກຄອງບ້ານຫຼິ່ງຊັນ. ໂດຍການເຂົ້າຮ່ວມຂອງທ່ານ ສໍາພັນ ມະນີຈັນ ຮອງຫົວໜ້າພະແນກ ຖວທ ແຂວງ, ມີທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການ ຖວທ ເມືອງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ຄໍາມີ ພຸດທະວົງ ຮອງຫົວໜ້າຂະແໜງທ່ອງທ່ຽວ ໄດ້ລາຍງນສະພາບລວມຂອງການຈັດຕັ້ງປະຕິບັດໂຄງການທ່ອງທ່ຽວຢູ່ບ້ານຫຼິ່ງຊັນໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ປັນຍາສິດ ບຸນສົງຄາມ ຫົວໜ້າຂະແໜງທ່ອງທ່ຽວ ໄດ້ນໍາສະເໜີເອກະສານຄວາມຮູ້ພື້ນຖານຂອງພະນັກງານນໍາທ່ຽວ ແລະ ການບໍລິການ, ຕໍ່ດ້ວຍການເຜີຍແຜ່ເອກະສານຄວາມສະເໝີພາບບົດບາດຍິງ-ຊາຍໃນຂົງເຂດວຽກງານທ່ອງທ່ຽວ ສະເໜີໂດຍທ່ານນາງ ຈັນດາວອນ ທໍາມະໂຄດ ຮອງປະທານສະຫະພັນແມ່ຍິງເມືອງ.
    ກອງປະຊຸມຍັງໄດ້ຮັບຟັງການຜ່ານເອກະສານກ່ຽວກັບການພົວພັນ, ການຮັບຕ້ອນ ແລະ ການບໍລິການ (ມະນຸດສໍາພັນ ແລະ ຈິດຕະວິທະຍາໃນການບໍລິການ), ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບໂຄງການຂັ້ນເມືອງ ແລະ ຂັ້ນບ້ານ, ສົນທະນາປະກອບຄໍາເຫັນຊຶ່ງກັນ ແລະ ກັນ.ຕອນທ້າຍຮັບຟັງການໂອ້ລົມຂອງທ່ານຮອງຫົວໜ້າພະແນກ ຖວທ ແຂວງ.
ຂ່າວ-ພາບ: ເມືອງທຸລະຄົມ