ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 25 ກັນຍາ ຜ່ານມາ, ຮ້ານກາເຟ ຫວຽດນາມ ໄດ້ເປີດຢູ່ສູນວາງສະແດງ ແລະ ກອງປະຊຸມກາເຟໂລກ (WCC) ຢູ່ນະຄອນ ເບັງກາລູຣູ ລັດການາຕະກະ ພາກຕາເວັນຕົກສຽງໃຕ້ຂອງ ອິນເດຍ.
ຂ່າວລະບຸວ່າ: ເຂົ້າຮ່ວມພິທີເປີດມີ ທ່ານ ຫງວຽນຫາຍນາມ ປະທານສະມາຄົມກາເຟ ແລະ ໂກໂກ້ ຫວຽດນາມ (VICOFA); ທ່ານ ໄທ ນູຮີບ ຮອງປະທານ VICOFA; ທ່ານ ບຸຍ ຈຸງ ເທືອງ ທີ່ປຶກສາການຄ້າ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ; ທ່ານ ສີຣິນີວາຊາ ເມີທຣີ ກົງສູນກິດຕິມະສັກ ຫວຽດນາມ ປະຈຳ ລັດການາຕະກະ; ທ່ານນາງ ວານູເຊຍ ໂນເກຍຣາ ຜູ້ອໍານວຍການຂອງອົງການກາເຟສາກົນ.
ງານວາງສະແດງ ແລະ WCC ແມ່ນຈັດຂຶ້ນທຸກໆ 5 ປີ, ຄັ້ງທຳອິດຈັດຂຶ້ນໃນປີ 2001, ຄັ້ງທີ 5 ແມ່ນຈະຈັດຂຶ້ນໃນປີ 2020, ແຕ່ເນື່ອງຈາກພະຍາດໂຄວິດ-19 ແຜ່ລະບາດ ຈຶ່ງໄດ້ຍ້າຍມາເປັນປີ 2023. ເບັງກາລູຣູ ເປັນເມືອງທຳອິດໃນອາຊີ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມ ແຕ່ວັນທີ 25-28 ກັນຍາ ນີ້. ຫົວຂໍ້ຂອງ WCC ປີນີ້ແມ່ນ "ການພັດທະນາແບບຍືນຍົງຜ່ານເສດຖະກິດວົງຈອນ ແລະ ການກະສິກໍາທີ່ສະຫຼາດ."
ກອງປະຊຸມໄດ້ດຳເນີນເປັນເວລາ 4 ວັນ ຈະມີການເຂົ້າຮ່ວມຂອງຜູ້ແທນປະມານ 2.000 ຄົນ ທີ່ມາຈາກ 80 ກວ່າປະເທດ. WCC ແມ່ນເວທີປາໄສສຳຄັນສຳລັບການສົນທະນາ ແລະ ການຮ່ວມມືເພື່ອສ້າງອຸດສາຫະກຳກາເຟແບບຍືນຍົງ, ຈາກເມັດກາເຟຈົນເຖິງຜະລິດຕະພັນກາເຟ.