ໂດຍ: ບຸນຕອມ
ແຂວງຫຼວງພະບາງ ແມ່ນແຂວງໜຶ່ງທີ່ພວມດໍາເນີນການຈັດຕັ້ງປະຕິບັດວຽກງານການສົ່ງເສີມໂພຊະນາການຂອງແມ່-ເດັກ ເພື່ອແນໃສ່ໃຫ້ບັນລຸແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) (ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ) ແລະ ຈາກການເອົາໃຈໃສ່ປະຕິບັດຢ່າງແຂງແຮງໃນໄລຍະຜ່ານ ສາມາດເຮັດໃຫ້ວຽກງານໂພຊະນາການພາຍໃນແຂວງມີບາດກ້າວນັບມື້ດີຂຶ້ນ.
ທ່ານ ຫຸມພັນ ຈິລະສັກ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ໃຫ້ສໍາພາດໃນວັນທີ 26 ກັນຍາ ນີ້ ກ່ຽວກັບສະພາບພົ້ນເດັ່ນການປະຕິບັດວຽກງານໂພຊະນາການ ແລະ ສົ່ງເສີມສຸຂະພາບ, ໂດຍຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ, ພະແນກສາທາລະນະສຸກແຂວງ ກໍຄືພະນັກງານແພດໝໍທົ່ວແຂວງ ໄດ້ຖືເອົາວຽກອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ເພື່ອເຮັດໃຫ້ຊີວິດ ແລະ ສຸຂະພາບຂອງປະຊາຊົນດີຂຶ້ນ, ໂດຍຖືເປັນວຽກບຸລິມະສິດ ຊຶ່ງໄດ້ຈັດຕັ້ງປະຕິບັດໃນທຸກລະດັບ, ເປົ້າໝາຍຫຼຸດຜ່ອນອັດຕາການຕາຍຂອງເດັກອາຍຸລຸ່ມ 1 ປີ, ລຸ່ມ 5 ປີ ແລະ ແກ້ໄຂການຕາຍຂອງແມ່. ໄດ້ສຸມໃສ່ຈັດຕັ້ງປະຕິບັດບາງໂຄງການເຊັ່ນ: ໂຄງການສັກຢາກັນພະຍາດ ແລະ ວັກຊິນປ້ອງກັນພະຍາດໂຄວິດ-19. ໂຄງການສົ່ງເສີມສຸຂະພາບແມ່ຍິງໄວຈະເລີນພັນ ແລະ ໄວ ໜຸ່ມ. ໂຄງການນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ. ໂຄງການປ້ອງກັນການຕິດເຊື້ອຈາກແມ່ຫາລູກ. ໂຄງການຄຸ້ມຄອງເຊື່ອມສານພະຍາດເດັກ. ໂຄງການຈັດຫານໍ້າສະອາດ ແລະ ນໍ້າປອດໄພ. ໂຄງການສົ່ງເສີມຈູລະສານອາຫານ ແລະ ຢາຂ້າແມ່ທ້ອງ ແລະ ໃນປີ 2023 ນີ້ກໍມີຄວາມອາດສາມາດຈະບັນລຸໄດ້ຫຼາຍຄາດໝາຍ, ໂດຍສະເພາະທຽບໃສ່ 11 ຕົວຊີ້ບອກຂອງລັດຖະບານວາງອອກແມ່ນສາມາດບັນລຸໄດ້ທັງໝົດໃນປີ 2022. ໂດຍໃນປີ 2022 ອັດຕາເດັກລຸ່ມ 5 ປີ ທີ່ມີນ້ຳໜັກຫຼຸດມາດຕະຖານ ຢູ່ທີ່ 7,7% ຂອງເດັກເກີດມີຊີວິດ, ເດັກເຕ້ຍແມ່ນ 10,5 % ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກລຸ່ມ 1 ປີແມ່ນ 11,5/1.000 ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກລຸ່ມ 5 ປີ ແມ່ນ 13,2/1.000 ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງແມ່ແມ່ນ 72,8/100.000 ຂອງເດັກເກີດມີຊີວິດ, ການເກີດລູກຢູ່ສະຖານທີ່ບໍລິການ ແລະ ການເກີດຢູ່ບ້ານທີ່ມີແພດຊ່ວຍ ກໍສາມາດບັນລຸຕາມຄາດໝາຍເຊັ່ນດຽວກັນ. ຂະນະກຽວກັນອັດຕາການສັກຢາວັກຊິນກັນພະຍາດ ກໍກວມອັດສ່ວນສູງຂຶ້ນເປັນລໍາດັບ, ບັນດາຜົນສຳເລັດດັ່ງກ່າວຍ້ອນພື້ນຖານຕາໜ່າງສາທາລະນະສຸກແມ່ນທົ່ວເຖິງ, ໂດຍທົ່ວແຂວງ ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 12 ແຫ່ງ ແລະ ສຸກສາລາ 83 ແຫ່ງ, ບວກກັບເຮົາມີອາສາສະໝັກສາທາລະນະສຸກຂັ້ນບ້ານທີ່ໄດ້ຜ່ານການຝຶກອົບຮົມເປັນຈຳນວນຫຼາຍ, ປະຊາຊົນມີຄວາມຕື່ນຕົວ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານການຮັກສາສຸຂະພາບຫຼາຍຂຶ້ນ, ພະແນກກ່ຽວຂ້ອງຂອງແຂວງໄດ້ມີງົບປະມານສຳລັບການລົງເຄື່ອນທີ່ເຊື່ອມສານວຽກງານແມ່ ແລະ ເດັກ, ສັກຢາກັນພະຍາດ ແລະ ໂພຊະນາການບໍ່ໄດ້ຂາດ, ອັນສໍາຄັນແມ່ນໃນແຕ່ລະບ້ານເຂດຫ່າງໄກສອກຫຼີກແມ່ນໄດ້ຮັບການບໍລິການຈາກທີມແພດເຄື່ອນທີ່ບໍ່ຕໍ່າກ່ວາ 4-6 ຄັ້ງຕໍ່ປີ, ບາງບ້ານມີເຖິງ 8 ຄັ້ງ. ນອກຈາກນີ້ ພະນັກງານຢູ່ຂັ້ນພື້ນຖານໄດ້ມີຄວາມຫ້າວຫັນ ແລະ ໄດ້ຮັບການຍົກລະດັບຄວາມສາມາດຢ່າງເປັນ ປົກະຕິ. ໂຄງການນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມາຈາກອົງການອຸຍນີເຊັບ.