ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ພາຍຫຼັງດໍາເນີນມາແຕ່ວັນທີ 31 ຕຸລາ-21 ພະຈິກນີ້ ທີ່ສະພາແຫ່ງຊາດ ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມພິທີ ໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ອະດີດພະນັກງານການນໍາຂັ້ນສູງພັກ-ລັດ ພ້ອມດ້ວຍບັນດາແຂກຖືກເຊີນ; ໃນກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາເອກະສານສໍາຄັນ ຄື: 1) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 ຂອງລັດຖະບານ ເຮັດໃຫ້ເສດຖະກິດສາມາດຂະຫຍາຍຕົວໃນປີ 2023 ລະດັບ 4,02%, ໄດ້ເອົາໃຈໃສ່ປຶກສາ ແລະ ຕົກລົງເປັນເອກະພາບໃນການສ້າງແຜນການລົງທຶນຂອງລັດ ປີ 2024 ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ໃນເດືອນມັງກອນ 2024;  ພ້ອມດຽວກັນນັ້ນ ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາທີ່ສັງຄົມເປັນຫ່ວງຫຼາຍ ເຊັ່ນ: ການແກ້ໄຂບັນຫາເງິນເຟີ້ທີ່ສູງ, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງ ຊຶ່ງຍັງສືບຕໍ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ກໍຄື ປະຊາຊົນບັນດາເຜົ່າ; ການ ແກ້ໄຂບັນຫາຂອງຄູ, ແພດອາສາສະໝັກ, ບັນຫາຄຸນນະພາບການສຶກສາ, ສາທາລະນະສຸກ, ບັນຫາສະຫວັດດີການ ສັງຄົມ, ບັນຫາແຮງງານ, ການເລັ່ງທວງເກັບກູ້ຄືນໜີ້ສິນຂອງລັດ, ການຊຸກຍູ້ສົ່ງເສີມການພັດທະນາການທ່ອງທ່ຽວ ໂດຍສະເພາະການກະກຽມເປີດປີທ່ອງທ່ຽວ, ບັນຫາການຂຸດຄົ້ນແຮ່ທາດແບບທົດລອງ ໃຫ້ຕິດພັນກັບການປຸງແຕ່ງ ຕາມແຜນຍຸດທະສາດການຄຸ້ມຄອງແຮ່ທາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ອື່ນໆ. 2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023) ກອງປະຊຸມ ຕີລາຄາ ເຫັນວ່າ ດ້ວຍຄວາມບຸກບືນ, ສູ້ຊົນຂອງລັດຖະບານ ເຮັດໃຫ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສຳເລັດຫຼາຍດ້ານ ແລະ ກໍເລີຍມີໜໍ່ແໜງຫັນປ່ຽນທີ່ດີຂຶ້ນຈຳນວນໜຶ່ງ. 3). ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົ ດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ ( 2021-2023), ທິດທາງແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2021; ບົດລາຍງານການຈັດຕັ້ງປະຕິບັດແຜນການການເຄື່ອນໄຫວ ວຽກງານ ກາງສະໄໝ (2021-2023), ແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການປະ ຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດ ສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ປະຈຳປີ 2022. 4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023) ແລະ ການແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດ ແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ ແລະ ຂອງອົງການໄອຍະການປະຊາຊົນສູງສຸດ ຊຶ່ງກອງປະຊຸມໄດ້ຕີລາຄາສູງຕໍ່ສອງອົງການ ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ນັບມື້ມີຄຸນນະພາບສູງຂຶ້ນ ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍຫຼາຍຂຶ້ນ. 5). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື: ກົດໝາຍວ່າດ້ວຍ ການປ້ອງກັນຊາດ, ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ; ໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ສະບັບ. 6). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກາງສະ ໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສະພາແຫ່ງຊາດ ກອງປະຊຸມ ຕີລາຄາວ່າ ໃນໄລຍະກາງສະໄໝ (2021-2023), ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກເສນາທິການຂອງສະພາແຫ່ງຊາດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ເຮັດໃຫ້ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ໄດ້ຮັບຜົນສຳເລັດຫຼາຍດ້ານ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍສາມາດບັນລຸໄດ້ 54,16% ຂອງແຜນການ 5 ປີ; ໄດ້ດຳເນີນກອງປະຊຸມວິສາມັນຂອງສະພາແຫ່ງຊາດ, ຕົກລົງບັນຫາສໍາຄັນຂອງປະເທດຊາດ, ຮັບຮອງເອົາ 2 ວາລະແຫ່ງຊາດ ແລະ ປະຕິບັດພາລະບົດບາດຕິດ ຕາມກວດກາຕາມຄວາມສາມາດດ້ານງົບປະມານ, ປະເມີນຜົນການປະຕິບັດກົດໝາຍຂົງເຂດຕ່າງໆ ຈຳນວນ 15ສະບັບ. 7). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 7 ສະບັບ, ໃນນີ້ມີກົດໝາຍ ສ້າງໃໝ່ 1 ສະບັບ ຄື: ກົດໝາຍວ່າດ້ວຍ ການຮັກສາສຸຂະພາບ ຂັ້ນຕົ້ນ ແລະ ກົດໝາຍສະບັບປັບປຸງຈຳນວນ 6 ສະບັບ ຄື: ກົດໝາຍວ່າດ້ວຍການປິ່ນປົວ, ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍລະບົບການຊຳລະ, ກົດໝາຍວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ອັນເປັນການສືບຕໍ່ປັບປຸງ ແລະ ເພີ່ມທະວີເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ຮັບປະກັນໃຫ້ແກ່ລັດປະຊາທິປະໄຕປະຊາຊົນຂອງພວກເຮົາ ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ. ສ່ວນກົດໝາຍວ່າດ້ວຍ ເຂດເສດຖະກິດພິເສດ ທີ່ເປັນກົດໝາຍໃໝ່ນັ້ນ ຜ່ານການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ກອງປະຊຸມໄດ້ສະເໜີໃຫ້ລັດຖະບານສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ເພື່ອໃຫ້ຮັດກຸມ, ຈະແຈ້ງ ແລະ ສະເໜີໃຫ້ນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ໃນເວລາຈະມີການປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ. 8). ກອງປະຊຸມ ໄດ້ດຳເນີນການປະເມີນຜົນຄວາມໄວ້ວາງໃຈ ຕໍ່ການປະຕິບັດໜ້າທີ່ວຽກງານຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຈຳນວນ 67 ທ່ານ ຕາມກົດໝາຍທີ່ໄດ້ກຳນົດໄວ້ ຊຶ່ງຜົນຂອງການປະເມີນດັ່ງກ່າວ ເຫັນວ່າບັນດາບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຍັງໄດ້ຮັບຄວາມໄວ້ວາງໃຈໃນລະດັບດີ ເປັນຈຳນວນສ່ວນໃຫຍ່ ແລະ ຫວັງວ່າບັນດາທ່ານຈະສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສົມກັບຄວາມໄວ້ວາງໃຈຂອງຕົວແທນສິດຜົນປະໂຫຍດຂອງປະຊາຊົນ.
ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ປີ 2024 ທີ່ຈະມາເຖິງນີ້ ເປັນປີໜຶ່ງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈະໄດ້ສືບຕໍ່ເພິ່ມທະວີຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ ຄັ້ງທີ IX ໃຫ້ບັນລຸຜົນຕາມທີ່ກຳນົດໄວ້, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ມີຜົນຫຼາຍຂຶ້ນ, ເດັດດ່ຽວປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ສ້າງເສດຖະກິດ-ສັງຄົມ ກ້າວເດີນໄປຕາມການປ່ຽນແປງໃໝ່ຢ່າງຮອບດ້ານ ມີ ຫຼັກການທີ່ພັກເຮົາວາງໄວ້. ຂ້າພະເຈົ້າ ຫວັງວ່າທຸກພາກສ່ວນໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ຈະເປັນກຳລັງແຮງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ, ຫວັງວ່າປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມຈະພ້ອມກັນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ເສີມຂະຫຍາຍນໍ້າໃຈເປັນເຈົ້າປະເທດຊາດສະຕິບຸກບືນສ້າງກໍາລັງແຮງໃຫ້ແກ່ປະເທດຊາດ ແລະ ຕົນເອງ, ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ສູງກວ່າເວລາໃດໝົດ ເພື່ອນຳເອົາຄວາມຮັ່ງມີ ຜາສຸກມາສູ່ປະຊາຊົນ, ສ້າງປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
(ຂ່າວ: ແສງຈັນ, ພາບ: ສຸກສະຫວັນ)