ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກັນຍາ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດຂອງ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຈຳນວນທຸລະກິດຂອງ ສ ເກົາຫຼີ ໃນປີ 2022 ຜ່ານມາ, ລວມມີ 6 ລ້ານກວ່າຫົວໜ່ວຍ ເພີ່ມຂຶ້ນ 1% ຈາກປີກ່ອນໜ້າ ຊຶ່ງເປັນຜົນມາຈາກການຂະຫຍາຍຕົວຂອງບໍສັດຂົນສົ່ງ ແລະ ທຸລະກິດບໍລິການກ່ຽວກັບຄວາມງາມ.
ບົດລາຍງານລະບຸວ່າ: ຈຳນວນຜູ້ຂາຍສົ່ງ ແລະ ຜູ້ຂາຍຍ່ອຍຂອງ ສ ເກົາຫຼີ ໃນປີ 2022 ຫຼຸດລົງ 1,1% ແຕ່ບໍລິສັດຂົນສົ່ງ ແລະ ທຸລະກິດກ່ຽວກັບຄວາມງາມ ລວມເຖິງທຸລະກິດເບິ່ງແຍງຜິວໜັງ, ຜົມ ແລະ ເລັບ ຂະຫຍາຍຕົວ 4,4% ແລະ 2,1% ຕາມລຳດັບ ໂດຍຜ່ານການຜ່ອນຄາຍມາດຕະການປ້ອງກັນພະຍາດໂຄວິດ-19 ກະຕຸ້ນຄວາມຕ້ອງການບໍລິການກ່ຽວກັບຄວາມງາມໃນປີຜ່ານມາ. ອຸດສາຫະກຳການຜະລິດມີການຈ້າງງານສູງທີ່ສຸດ 4.279.063 ຄົນ ຮອງລົງມາແມ່ນພາກທຸລະກິດການຂາຍສົ່ງ ແລະ ຂາຍຍ່ອຍ 3.590.493 ຄົນ, ພາກທຸລະກິດເບິ່ງແຍງສຸຂະພາບ ແລະ ສະຫວັດດີການສັງຄົມ 2.451.737 ຄົນ.
ຈຳນວນພະນັກງານໃນພາກທຸລະກິດຂາຍສົ່ງ, ຂາຍຍ່ອຍ ແລະ ອຸດສາຫະກຳການກໍ່ສ້າງຫຼຸດລົງຫຼາຍກວ່າ 2% ສ່ວນຈຳນວນພະນັກງານໃນພາກທຸລະກິດຮ້ານອາຫານ ແລະ ບ່ອນພັກອາໄສ, ການເບິ່ງແຍງສຸຂະພາບ ແລະ ສະຫວັດດີການສັງຄົມ ເພີ່ມຂຶ້ນ 5,5% ແລະ 4%.