ເມື່ອບໍ່ດົນມານີ້, ທ່ານ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ເຄື່ອນໄຫວຊຸກຍູ້ວຽກງານສາທາລະນະສຸກເມືອງງອຍ, ມີທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງໆງອຍພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ໂອກາດນີ້, ທ່ານ ຈັນທີ ແກ້ວມະນີວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານການເຄື່ອນໄຫວວຽກງານສາທາລະນະສຸກໃນໄລຍະ 9 ເດືອນຕົ້ນປີຜ່ານມາ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023 ໂດຍສຸມໃສ່ຈັດຕັ້ງປະຕິບັດຄາດໜາຍ 11 ຕົວຊີ້ວັດ, ໄດ້ປະກາດບ້ານຢຸດຕິການຖ່າຍຊະຊາຍໄດ້61 ບ້ານ ເທົ່າກັບ 81,33% ແລະປະເມີນຜົນການປະເມີນ 5 ດີ 1 ພໍໃຈ 60 ຕົວຊີ້ວັດ,ເມືອງງອຍມີໂຮງໝໍນ້ອຍ 8 ແຫ່ງ, ໂຮງໝໍຊຸມຊົນ 1 ແຫ່ງຮັບໃຊ້ບໍລິການປະຊາຊົນຢ່າງທົ່ວເຖິງ.
ໂອກາດນີ້, ທ່ານ ຄຳສອນ ພົງສະຫວັດດີ ໄດ້ເນັ້ນໜັກໃຫ້ຄະນະນຳສາທາລະນະສຸກເມືອງເອົາໃຈໃສ່ຈັດຕັ້ງປະຕິບັດເປັນຕົ້ນ ວຽກງານສາທາລະນະສຸກ, ວຽກງານດ້ານສຸຂະອານະໄມ ແລະວຽກງານການຍົກສູງຄຸນນະພາບການບໍລິການໆປິ່ນປົວເພື່ອປັບປຸງການບໍລິການຮັບໃຊ້ສັງຄົມໃຫ້ມີຄຸນນະພາບ, ເອົາໃຈໃສ່ປະຕິບັດຕາມ 11 ຕົວຊີ້ວັດ, 8 ແຜນວຽກແລະກວດກາຄືນບັນດາຮ້ານຂາຍຢາໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອຮັບປະກັນໃຫ້ວຽກງານວິຊາສະເພາະມີຄຸນນະພາບສູງຂຶ້ນເປັນກ້າວໆ. ໂອກາດດຽວກັນນີ້ໄດ້ມີການມອບລົດໂຕໂຢຕ້າຈຳນວນ 1 ຄັນ ທີ່ໄດ້ຮັບຈາກການແບ່ງປັນຂອງກະຊວງສາທາລະນະສຸກ ມອບໃຫ້ຫ້ອງການສາທາລະນະສຸກເມືອງງອຍ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດປະໂຫຍດສຸງສູດ.
ຂ່າວ-ພາບ: ວືຢ່າງ ໄຊລີຈືເຢ