ຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ດ້ານວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຂຶ້ນໃນວັນທີ 22 ພະຈິກ ນີ້ ທີ່ພະແນກ ຖວທ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກ ຖວທ ແຂວງ, ມີທ່ານ ຈັນທະບູນ ທະລົງແສງຈັນ ຫົວໜ້າຂະແໜງທ່ອງທ່ຽວ, ທ່ານ ວົງເດືອນ ແກ້ວສຸລິວົງ ຫົວໜ້າພະແນກວິໄຈການຕະຫຼາດທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
   ທ່ານ ບຸນທົງ ຖິ່ນດອນໂຂງ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານ ວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ແກ່ພະນັກງານພາຍໃນພະແນກ ຖວທ ແຂວງເພື່ອສ້າງຄວາມເຂັ້ມແຂງພາຍໃນເທື່ອລະກ້າວ. ທັງເປັນການກະກຽມຄວາມພ້ອມທາງດ້ານບຸກຄະລາກອນໃຫ້ແກ່ພະແນກ ຖວທ ແຂວງສຸມໃສ່ເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງໃກ້ຈະມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ.
ທ່ານ ວົງເດືອນ ແກ້ວສຸລິວົງ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ສໍາມະນາກອນໄດ້ຮຽນຄວາມຮູ້ພື້ນຖານ ການວິໄຈຕະຫຼາດທ່ອງທ່ຽວ, ການສຶກສາວິໄຈຕະຫຼາດການທ່ອງທ່ຽວ ແລະ ໂຄງຮ່າງບົດວິໄຈການຕະຫຼາດທ່ອງທ່ຽວ, ການກຽມຄວາມພ້ອມກ່ອນການລົງເກັບກໍາຂໍ້ມູນສໍາພາດນັກທ່ຽວທ່ຽວ, ການສ້າງແບບຟອມສໍາພາດນັກທ່ອງທ່ຽວ, ການສ້າງຖານຂໍ້ມູນຢູ່ໃນໂປຣແກຣມ SPSS, ການປ້ອນຂໍ້ມູນທີ່ໄດ້ຮັບຈາກການລົງເກັບກໍາສໍາພາດກຸ່ມເປົ້າໝາຍລົງໃນໂປຣແກຣມ SPSS, ວິທີການກວດແກ້ ແລະ ປັບປຸງຂໍ້ມູນທີ່ບໍ່ຖືກຕ້ອງ, ຂໍ້ມູນເກີນ, ຂໍ້ມູນບໍ່ຄົບຖ້ວນຢູ່ໃນຖານຂໍ້ມູນໂປຣແກຣມ SPSS, ການວິເຄາະຂໍ້ມູນ ແລະ ອະທິບາຍຜົນຂອງການວິເຄາະຂໍ້ມູນ ໂດຍການນໍາໃຊ້ໂປຣແກຣມ SPSS, ການຕັ້ງຄ່າ ແລະ ການວິເຄາະຂໍ້ມູນທີ່ເປັນຄຳຄິດເຫັນ ແລະ ຂໍ້ສະເໜີອື່ນໆຂອງນັກທ່ອງທ່ຽວ, ການສ້າງຕາຕະລາງ ແລະ ບົດລາຍງານຜົນຂອງການສຶກສາ-ວິໄຈການຕະຫຼາດທ່ອງທ່ຽວ, ການນໍາໃຊ້ໂປຣແກຣມກູເກີລຟອມ (Google Form) ເຂົ້າໃນການເກັບກຳ ແລະ ວິເຄາະຂໍ້ມູນຜ່ານທາງອອນລາຍ, ການແບ່ງສ່ວນຕະຫຼາດ ແລະ ກຳນົດຕະຫຼາດເປົ້າໝາຍ, ການສົ່ງເສີມກິດຈະກຳການຕະຫຼາດສໍາລັບຈຸດໝາຍປາຍທາງການທ່ອງທ່ຽວ.
ຂ່າວ-ພາບ: ພຸດທະສອນ