ອົງການປົກຄອງແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື 4 ວຽກສຳຄັນ ເປັນຕົ້ນການສະໜອງແຮງງານໄປ ສເກົາຫຼີ, ການສົ່ງເສີມຜະລິດຕະພັນກະສິກຳ, ປັບປຸງຜະລິດຕະພັນປິ້ງໄກ່ນາປົ່ງ ແລະ ສົ່ງເສີມວຽກງານການທ່ອງທ່ຽວ ຢູ່ແຂວງສາລະວັນ ຊຶ່ງຈັດຂຶ້ນໃນວັນທີ 21 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມສະໂມສອນແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານບໍລິສັດໄອຈ໋ອບ ຈັດຫາງານ ພ້ອມດ້ວຍຄະນະຈາກ ສເກົາຫຼີ, ມີບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ 8 ຕົວເມືອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ຂະແໜງການທີ່ກ່ຽວຂ້ອງຂອງເມືອງ ພ້ອມດ້ວຍນັກທຸລະກິດ, ຜູ້ປະກອບການເຂົ້າຮ່ວມ.
    ທ່ານ ສົມໃຈ ອຸ່ນຈິດ ໄດ້ກ່າວຈຸດປະສົງໃນການປຶກສາຫາລືຄັ້ງນີ້ເພື່ອເສີມຂະຫຍາຍມູນເຊື້ອ, ທ່າແຮງ ແລະ ສ້າງເງື່ອນໄຂຫຼາຍດ້ານ ກໍຄືການຫັນເອົາຜະລິດຕະພັນຕ່າງໆຂອງຊາວແຂວງສາລະວັນ, ຂອງບັນດາເມືອງ ໃຫ້ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ທັງເປັນການຊຸກຍູ້ສົ່ງເສີມໃຫ້ມີການຫັນປ່ຽນ, ມີການປັບປຸງດີຂຶ້ນ ໃຫ້ກ້າວໄປສູ່ຄຸນນະພາບທີ່ດີ ສະໜອງຕະຫຼາດ ແລະ ເປັນທີ່ຍອມຮັບຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຜະລິດຕະພັນທີ່ມີແລ້ວ ເປັນຕົ້ນປີ້ງໄກ່ນາປົ່ງ, ຜະລິດຕະພັນກະສິກຳຕ່າງໆ ທີ່ເປັນທ່າແຮງຫຼັກ ແນໃສ່ສ້າງເງື່ອນໄຂ, ສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ, ຜູ້ຜະລິດ, ຜູ້ປະກອບການ ທັງຮັບປະກັນດ້ານລາຄາ, ຄວາມໝັ້ນຄົງ, ຍືນຍົງ. ໂອກາດນີ້, ທ່ານກໍໄດ້ຮຽກຮ້ອງເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລືຢ່າງເລິກເຊິ່ງ, ມີເນື້ອໃນ ແລະ ມີເຫດຜົນ ສາມາດຕອບສະໝອງໃຫ້ແກ່ວຽກງານດັ່ງກ່າວ ເພື່ອຄວາມເປັນເອກະພາບ ທີ່ຈະສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນໄວໆນີ້, ໂດຍແນໃສ່ຜັນຂະຫຍາຍເນື້ອໃນມະຕິ XI ຂອງພັກ ກໍຄືມະຕິ IX ຂອງອົງຄະນະພັກແຂວງສາລະວັນ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
    ໃນພິທີ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານບໍລິສັດ ໄອຈ໋ອບ ຈັດຫາງານ ກໍໄດ້ມີການສະເໜີແລກປ່ຽນດ້ານຄວາມຕ້ອງການແຮງງານລາວ ໄປ ສເກົາຫຼີ, ຄວາມຕ້ອງການສົ່ງເສີມປູກພືດເປັນສິນຄ້າ, ບົດສະເໜີວິໄຈປີ້ງໄກ່ນາປົ່ງ, ບັນຫາ ແລະ ຂໍ້ສະເໜີແນະນຳຕ່າງໆ ໂດຍໄດ້ຍົກໃຫ້ເຫັນເຖິງດ້ານຄວາມຕ້ອງການແຮງງານໄປ ສເກົາຫຼີ ໂດຍພາຍໃຕ້ການຮ່ວມມື ລະຫວ່າງກະຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສເກົາຫຼີ ຊຶ່ງໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສເກົາຫຼີ ຕາມລະບົບ ໂດຍຜ່ານ 2 ລະບົບຄື: 1. ລະບົບ EPS) ເປັນລະບົບໄລຍະຍາວ 3-5 ປີ ແມ່ນເຮັດວຽກໃນຂະແໜງອຸດສາຫະກຳ ຂະໜາດນ້ອຍ ແລະ ກາງ (ໂຮງງານຕ່າງໆ), 2. ລະບົບ SW ເປັນລະບົບໄລຍະສັ້ນ ເຮັດວຽກຕາມລະດູການ 3-6 ເດືອນ ສ່ວນໃຫຍ່ແລ້ວແມ່ນເຮັດວຽກດ້ານກະສິກຳ, ໂດຍແຮງງານດັ່ງກ່າວ ແມ່ນການສະໜອງຖືກຕ້ອງຕາມລະບຽບກົດໝາຍ, ມີການຄຸ້ມຄອງ, ປົກປ້ອງ ແລະ ຍຸຕິທຳ, ທັງຫຼີກລ່ຽງຈາກການຕົກເປັນເຫຍື່ອການຄ້າມະນຸດ, ມີຄ່າແຮງງານທີ່ສົມເຫດສົມຜົນ. ສຳລັບດ້ານຜະລິດຕະພັນກະສິກຳ ແມ່ນມີຕະຫຼາດຄ້ຳປະກັນ ຕອບສະໝອງຕາມເງື່ອນໄຂຄວາມຕ້ອງການຂອງຕະຫຼາດຢ່າງຕໍ່ເນື່ອງ, ດ້ານຈຳນວນ, ປະລິມານ ແລະ ຄຸນນະພາບ ເປັນຕົ້ນໝາກອຶ, ມັນດ້າງ ແລະ ອື່ນໆ, ການປັບປຸງ ປີ້ງໄກ່ນາປົ່ງ ກໍຕ້ອງໄດ້ຫັນເອົາຜະລິດທີ່ມີຄຸນນະພາບ, ການນໍາວັດຖຸດິບ, ການປຸ່ງແຕ່ງ, ການຫຸ້ມຫໍ່ ແລະ ອື່ນໆ ໃຫ້ກາຍເປັນທີ່ຍອມຮັບຂອງຜູ້ບໍລິໂພກ ເພື່ອຈະນຳສະເໜີໄປບໍລິການໃນເຂດຕ່າງໆພາຍໃນ ແລະ ຕ່າງປະເທດ ຕິດພັນກັບການທ່ອງທ່ຽວ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024 ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວ, ມາຊົມໃຫ້ຫຼາຍຂຶ້ນ ເປັນຕົ້ນດ້ານແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ, ທຳມະຊາດ ແລະ ປະຫວັດສາດ.
    ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດເຫັນ ຈາກບັນດາພາກສ່ວນທຸລະກິດ, ຜູ້ປະກອບການ, ອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ຊຶ່ງນອກຈາກນັ້ນ ແມ່ນຈະໄດ້ປະສານສົມທົບ ກັນຢ່າງລະອຽດຕື່ມ ເພື່ອຈັດຕັ້ງຜັນຂະຫຍາຍຕາມເນື້ອໃນຈິດໃຈກອງປະຊຸມຄັ້ງນີ້.
ຂ່າວ-ພາບ: ວິໄລວອນ ສິດທິໄຊ