ສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ໄດ້ຮັບລາງວັນ ເອເຈເອ ອາວອດ 2023 (AJA Award 2023) ຂອງສະມາຄົມນັກຂ່າວອາຊີ ຈາກຜົນງານທີ່ໄດ້ເຮັດວຽກທີ່ໜັກ
ໜ່ວງ ດ້ວຍຄວາມພະຍາຍາມຢ່າງຂະຫຍັນຂັນແຂງ ສາມາດສ້າງນັກກິລາທີ່ເຂັ້ມແຂງ ແລະ ມີຜົນງານດີເດັ່ນ ດ້ວຍອັດທະຍາໄສໄມຕີຈິດ-ມິດຕະພາບ ໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ຮັບກຽດເປັນເຈົ້າພາບ ເມື່ອບໍ່ດົນມານີ້ ຕໍ່ຜົນງານດັ່ງກ່າວ ທີມນັກກິລາເບັດບອນທີມຊາດລາວ ປະເພດຊາຍ ໄດ້ຮັບການເລື່ອນອັນດັບຈາກອັນດັບ84 ໃນປີ 2022 ຂຶ້ນເປັນອັນດັບທີ 47 ຂອງໂລກໃນປັດຈຸບັນ.
ພິທີມອບ-ຮັບລາງວັນ ເອເຈເອ ອາວອດ 2023 ຂອງສະມາຄົມນັກຂ່າວອາຊີ ໃຫ້ແກ່ສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ໄດ້ມີຂຶ້ນໃນວັນທີ 21 ພະຈິກ ຜ່ານມາ ທີ່ຫ້ອງການປະສານງານຄະນະກຳມະການໂອແລັມປິກແຫ່ງຊາດລາວ ໃຫ້ກຽດມອບໂດຍ ທ່ານ ລີຊັງກິ (Lee Sang Ki) ປະທານຜູ້ສ້າງຕັ້ງຜູ້ອຳນວຍການ-ບໍລິຫານ ສະມາຄົມນັກຂ່າວອາຊີ ແລະ ກ່າວຮັບໂດຍ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ມີທ່ານ ສະຫວັນຄອນ ຣາຊມຸນຕີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ຄຳຜາຍ ສີສະຫວັນ ອະດີດຮອງລັດຖະມົນຕີ ສສກ ທັງເປັນປະທານສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຄຳຜາຍ ສີສະຫວັນ ກ່າວວ່າ: ພວກເຮົາຍິນດີທີ່ສັງເກດເຫັນວ່າ ສະມາຄົມນັກຂ່າວອາຊີ ໄດ້ຮັບຮູ້ຜົນງານການເຮັດວຽກອັນໜັກໜ່ວງຂອງພວກເຮົາ ແລະ ຄວາມພະຍາຍາມຢ່າງຂະຫຍັນຂັນແຂງ ໃນການສະແດງຕົນເອງເປັນນັກກິລາດີເດັ່ນທີ່ມີທັກສະ ແລະ ເຕັກນິກນັກກິລາ ຄ່ຽງຄູ່ກັບອັດທະຍະໄສ ໄມຕີຈິດ-ມິດຕະພາບ ໃນງານກິລາເອຊຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ປີທີ່ຜ່ານມານັບຕັ້ງແຕ່ ເບັດບອນ ໄດ້ກຳເນີດເກີດຂຶ້ນຢູ່ໃນ ສປປ ລາວ ຊຶ່ງກໍໄດ້ຕິດພັນນຳທ່ານ ລີ ແມນ ສຸກ ນັກກິລາເບັດບອນຈາກ ສເກົາຫຼີ ແຊັມເບັດບອນຜູ້ທີ່ມີຊື່ສຽງໂດ່ງດັງ ແລະ ທ່ານ ເຈ ຊັງ ອຸກ ຜູ້ບໍລິຫານກິລາເບັດບອນໃນລາວ ໂດຍທັງສອງທ່ານນີ້ ລ້ວນແຕ່ເປັນຮອງປະທານສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ກໍໄດ້ຕິດພັນຢ່າງສະໜິດແໜ້ນກັບການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກສະມາຄົມເບັດບອນແຫ່ງ ສເກົາຫຼີ, ທະນາຄານແດກູ (Daegu Bank) ຕະຫຼອດຮອດມູນນິທິ ຮັກ ຟູນເດເຊິນ ທີ່ທ່ານ ລີ ແມນ ສຸກ ເປັນປະທານນັ້ນເອງ ແລະ ພິເສດ ກໍແມ່ນການອຸ້ມຊູຊ່ວຍເຫຼືອ ແລະ ຊຸກຍູ້ຂອງສະຖານທູດ ສເກົາຫຼີ ປະຈຳ ສປປ ລາວ.
ທ່ານ ຄຳຜາຍ ສີສະຫວັນ ກ່າວຕື່ມວ່າ: ຕໍ່ຜົນງານດັ່ງກ່າວ ສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ໄດ້ທຸ້ມເທຈັດຕັ້ງປະຕິບັດທຸກການເຄື່ອນໄຫວ ທີ່ແຜນກຳນົດໄວ້ ໂດຍສະເພາະໄດ້ຈັດແຂ່ງຂັນມິດຕະພາບຕ່າງໆໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.ສະເພາະໃນຄັ້ງນີ້ ເຖິງແມ່ນວ່າພວກເຮົາບໍ່ສາມາດຊີງໄດ້ຫຼຽນໃດໜຶ່ງ ໃນ ເອຊຽນເກມ ມາຄ້ອງຄໍກໍຕາມແຕ່ພວກເຮົາກໍສາມາດເອົາຊະນະຈິດໃຈຂອງເພື່ອນມິດນັກກິລາດ້ວຍກັນໄດ້ນັ້ນ ກໍຄື ຮອຍຍິ້ມ, ໄມຕີຈິດ, ມິດຕະພາບ ແລະ ຄວາມເຫັນອົກເຫັນໃຈ ແລະ ເຂົ້າໃຈກັນ ເຮັດໃຫ້ພວກເຮົາສາມາດຄອງຖານະດີໃນການຈັດອັນດັບໂລກກິລາເບັດບອນ ຈາກອັນດັບທີ 84 ໃນປີ ຜ່ານມາ ມາເປັນອັນດັບທີ 47 ໃນບັນດາທີມເບັດບອນເດັ່ນລະດັບໂລກ ນັບຮ້ອຍກວ່າທີມໃນປີ 2023 ແລະ ໃນຕົ້ນເດືອນທັນວານີ້ ພວກເຮົາຈະສືບຕໍ່ຈັດແຂ່ງຂັນເບັດບອນລະດັບຊາດ ຊີງຂັນທ່ານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວ ອີກດ້ວຍ.
ຂ່າວ-ພາບ: ສົງການ ພັນແພງດີ