ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ເປັນເຈົ້າພາບ ເປີດຂະບວນການແຂ່ງຂັນກິລາການທະຫານ, ກິລາມວນຊົນ ແລະກິລາຍິງປືນທະຫານຮາບ-ກໍາລັງໄຟແບກຫາບ ເຂດທີ II ພາກເໜືອ, ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ,ຂຶ້ນໃນວັນທີ 21 ພະຈິກ 2023,ໂດຍເປັນປະທານຮ່ວມຂອງທ່ານ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ແລະ ທ່ານ ພັນເອກ ແສງອໍາພອນ ພູມີເງິນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ ຜູ້ຊີ້ນໍາວຽກງານກິລາການທະຫານ ແລະກິລາມວນຊົນ 5 ເຂດ ທົ່ວກອງທັບ, ມີ ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງພະບາງ, ໄຊຍະບູລີ, ກອງພົນທະຫານຮາບທີ 2, ໂຮງຮຽນກໍ່ສ້າງນາຍສິບເລກ 1, ໂຮງໝໍບໍລິເວນ 107, ໂຮງງານປະສານເຫຼົ່າຫຼວງພະບາງ, ຄະນະຮັບຜິດຊອບ, ອານຸກໍາມະການ, ພະນັກງານ-ນັກຮົບ, ນັກກິລາ ພ້ອມດ້ວຍ ນັກກິລາເຂົ້າຮ່ວມ.
ທ່ານ ພັນໂທ ຊຽງຕີ ສະວະບຸດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຂຶ້ນຜ່ານແຜນການແຂ່ງຂັນວ່າ: ປະເພດກິລາທີ່ກຳນົດເຂົ້າແຂ່ງຂັນໃນຄັ້ງນີ້ປະກອບມີ: ເຕະບານຊາຍ, ບານສົ່ງຊາຍ, ເປຕັງປະສົມ ຊາຍ-ຍິງ, ກະຕໍ້ຊາຍ; ປະເພດກິລາການທະຫານ ແລະກິລາຍິງປືນທະຫານຮາບ- ກໍາລັງໄຟແບກຫາບປະກອບມີ: ກິລານັກຮົບແຂງແຮງ, ກິລາແລ່ນ-ມ້າງປະກອບອາວຸດ, 3 ປະເພດກິລາການທະຫານສົມທົບ, ຜ່ານສິງກິດຂວາງ 4 x 50 ແມັດ, ກິລາຍິງປືນ AK ບົດ 1, ຍິງປືນ AK ບົດ 2, ກິລາຍິງປືນ RPK, ກິລາຍິງປືນ SVD, ປືນຄົກ 82 ມມ ແລະ ປືນເດກາ 75 ມມ, ໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 567 ຄົນ, ທີ່ມາຈາກ 6 ກົມກອງຄື: ກອງບັນຊາການທະຫານແຂວງຫຼວງພະບາງ, ແຂວງໄຊຍະບູລີ, ກອງພົນທະຫານຮາບທີ 2, ໂຮງຮຽນກໍ່ສ້າງນາຍສິບເລກ 1, ໂຮງໝໍບໍລິເວນ 107, ໂຮງງານປະສານເຫຼົ່າຫຼວງພະບາງ, ນຳໃຊ້ກຳມະການຕັດສິນທັງໝົດ 39 ຄົນ. ການແຂ່ງຂັນແມ່ນຈະດໍາເນີນເປັນເວລາ 5 ວັນ, ເລີ່ມແຕ່ວັນທີ 21 - 25 ພະຈິກ 2023 ຈຶ່ງສໍາເລັດ.ຂ່າວ: ບຸນເພັງ ວົງແກ້ວມະນີ.