ໃນປັດຈຸບັນ, ບັນດາປະເທດໃນໂລກເວົ້າລວມ ແລະ ເວົ້າສະເພາະ ກໍມີປະເທດລາວ ຊຶ່ງມີຜູ້ໃຊ້ Smartphone ເປັນສ່ວນໃຫຍ່ ໂດຍມັກຈະຕິດຕັ້ງແອັບພລິເຄຊັັນໃນມືຖືຢ່າງໜ້ອຍ 1 ແອັບ (App) ເພື່ອໄວ້ເຮັດທຸລະກຳ ຊໍາລະຄ່າບິນຕ່າງໆ ຫຼື ນໍາໃຊ້ໃນຂົງເຂດການເງິນ, ການທະນາຄານ. ໜຶ່ງກຸ່ມຄຳທີ່ກຳລັງພົ້ນເດັ່ນຂຶ້ນໃໝ່ ນັ້ນແມ່ນ “Super Application”ຫຼື "Super App" ເຊິ່ງກຳລັງໄດ້ຂະຫຍາຍຕົວໃນທ້ອງຕະຫຼາດຢ່າງກວ້າງຂວາງ, ໂດຍສະເພາະແມ່ນໃນຂະບວນການຫັນເປັນດິຈິຕອນໃນປັດຈຸບັນ.
1. Super App ແມ່ນຫຍັງ?
ນິຍາມສຳລັບ “Super app” ຍັງບໍ່ທັນມີລະບຸຢ່າງຊັດເຈນເທື່ອ ຊຶ່ງກໍມີລະບຸວ່າ Super app ແມ່ນແອັບພລິເຄຊັນທີ່ປະກອບດ້ວຍແອັບພລິເຄຊັນຍ່ອຍຫຼາຍໆອັນ (Mini Apps)ໃນໂຕແລະ ແມ່ນລະບົບປະຕິບັດການທີ່ສັ່ງການແອັບພລິເຄຊັນຍ່ອຍເຫຼົ່ານີ້. ຜູ້ກໍ່ຕັ້ງ BlackBerry Mike Lazaridis ໄດ້ນິຍາມວ່າ: Super app  ແມ່ນລະບົບນິເວດແບບປິດຂອງແອັບພລິເຄຊັນທີ່ຄົນເຮົາໃຊ້ທຸກໆມື້ ເນື່ອງຈາກແອັບເຫຼົ່ານີ້ໃຫ້ປະສົບການທີ່ລຽບງ່າຍ, ປະສົມປະສານ, ປັບໄປຕາມບໍລິບົດ ແລະ  ມີປະສິດທິພາບ.
ມາດຕະຖານການພັດທະນາ Super App ແມ່ນຈໍານວນຜູ້ຊົມໃຊ້ ແລະ ຈຳນວນຟັງຊັ່ນ (ຄຸນນະສົມບັດ) ໃນແອັບພລິເຄຊັນຍ່ອຍໃນ Super Application ຊຶ່ງຕ້ອງມີແອັບຍ່ອຍຫຼາຍໆຢ່າງ. ບໍ່ມີຈໍານວນຜູ້ໃຊ້ສະເພາະທີ່ຈະເອົາມາຕັ້ງເປັນມາດຕະຖານ ແຕ່ຕ້ອງຂຶ້ນກັບອຸດສາຫະກໍາ, ບໍລິສັດ ແລະ ຕ້ອງການກຳນົດເປົ້າໝາຍຜູ້ທີ່ຈະໃຊ້ແອັບ. ສິ່ງສໍາຄັນໃນການສ້າງ Super App ຂຶ້ນມາແມ່ນຈະຕ້ອງສາມາດແກ້ໄຂບັນຫາ, ຕອບສະໜອງແກ່ຜູ້ໃຊ້ໄດ້ ແລະ ຜູ້ໃຊ້ເລືອກທີ່ຈະໃຊ້. 
ເພື່ອການສ້າງແອັບພລິເຄຊັນຮອງຮັບກຸ່ມຜູ້ໃຊ້ຈຳນວນໜ້ອຍໃນສັງຄົມຖືວ່າເປັນບັນຫາທີ່ຫຍຸ້ງຍາກທີ່ສຸດສໍາລັບນັກພັດທະນາ. ດັ່ງນັ້ນ, ເພື່ອພັດທະນາ Super app ບັນດາພາກສ່ວນທຸລະກິດຕ້ອງມີແຜນຍຸດທະສາດຮອງຮັບຕັ້ງແຕ່ 5 - 10 ປີຂຶ້ນໄປ, ຫຼື ຫຼາຍກວ່ານັ້ນ.
2. ເປົ້າໝາຍການນຳໃຊ້
ສຳລັບ Super app ຕາມແນວທາງການເຂົ້າເຖິງ ທີ1 ຄື: ຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດກໍຄືຜູ້ໃຊ້ ຊຶ່ງຜູ້ໃຊ້ສາມາດເຂົ້າເຖິງບັນດາຟັງຊັນທີ່ຫຼາກຫຼາຍ, ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ໃນຊີວິດປະຈຳວັນຫຼາຍໆຢ່າງ (ການສຳລະ, ບໍລິການ, ຊື້ເຄື່ອງ... ) ໂດຍບໍ່ຈໍາເປັນຕ້ອງເຊື່ອມຕໍ່ ຫຼື ໃຊ້ແອັບຫຼາຍໆແອັບແຕກຕ່າງກັນ.
ສຳລັບ Super app ຕາມແນວທາງທີເຂົ້າດຖິງທີ່2 ຄື: ເປົ້າໝາຍຜູ້ໃຊ້ແມ່ນນັກພັດທະນາແອັບພລິເຄຊັນ (Developer). ໃນຂະນະທີ່ ຄວາມຕ້ອງການຂອງຕະຫຼາດ ໃນການພັດທະນາຊ໊ອບແວ ເພີ່ມສູງຂຶ້ນ, ໂດຍສະເພາະບໍລິສັດ Startup ທີ່ຕ້ອງການພັດທະນາຊ໊ອບແວ ແຕ່ຊັບພະຍາກອນທາງເຕັກໂນໂລຢີ, ຄ່າໃຊ້ຈ່າຍ, ເວລາ ແລະ ຖານຜູ້ໃຊ້ພັດຍັງຈໍາກັດ, ບັນດາແພັດຟອມຕາມແນວທາງເຂົ້າເຖິງ ທີ 2 ແມ່ນເໝາະສົມທີ່ສຸດ.
3. ທ່າອ່ຽງການພັດທະນາ Super app ໃນລາວ
ອີງຕາມການລາຍງານຂອງສູນອິນເຕີເນັດແຫ່ງຊາດລາວ, ຕົວເລກຜູ້ໃຊ້ໂຊຊຽວເນັດເວີກໃນຊ່ວງ 3 ປີ, ນັບແຕ່ປີ 2016 ອັດຕາສ່ວນຂອງຜູ້ໃຊ້ໂຊຊຽວເນັດເວີກເຊັ່ນ Facebook, Line, WhatsApp ແລະ Twitter ມີພຽງ 19% ເທົ່ານັ້ນ, ແຕ່ຕົວເລກດັ່ງກ່າວເພີ່ມຂຶ້ນຢ່າງຕໍ່ເນື່ອງເຖິງ 29% ໃນປີ 2017 ແລະ 35% ໃນປີ 2018. ໃນລາວ, ຄົນສ່ວນໃຫຍ່ເຂົ້າເຖິງໂຊຊຽວເນັດເວີກຜ່ານທາງSmartphone ເປັນຫຼັກ ຊຶ່ງຕົວເລກຕາມການລາຍງານແມ່ນມີເຖິງ 2.6 ລ້ານຄົນ.
ການນໍາໃຊ້ຄອມພິວເຕີ ແມ່ນບໍ່ແຜ່ຫຼາຍຢູ່ໃນລາວ, ຄຽງຄູ່ກັນນັ້ນ ຄວາມກ້າວໜ້າທາງເຕັກໂນໂລຊີໃໝ່ ໄດ້ຮັບການຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ແລະ ເຊື່ອມໂຍງເຂົ້າກັບSmartphoneອັນເປັນປັດໄຈເຕີບໂຕຂອງດັດຊະນີການນໍາໃຊ້ໂຊຊຽວຢູ່ປະເທດນີ້.
ຕາມການຄາດຄະເນຂອງສູນອິນເຕີເນັດແຫ່ງຊາດລາວ, ຈຳນວນຜູ້ໃຊ້ອິນເຕີເນັດໃນລາວໃນປີ 2019 ມີເຖິງ 3,2 ລ້ານຄົນ;ສ່ວນໃຫຍ່ແມ່ນຢູ່ໃນຕົວເມືອງໃຫຍ່. ນອກຈາກນີ້, ຈໍານວນໝາຍເລກຜູ້ນຳໃຊ້ຈະເພີ່ມຂຶ້ນເປັນ 8,4 ລ້ານຄົນ, ເທົ່າກັບ 120% ຂອງປະຊາກອນທົ່ວປະເທດ.
ຜູ້ໃຫ້ບໍລິການເຄືອຂ່າຍໄດ້ຈັດໂປຣໂມຊັນຢ່າງຕໍ່ເນື່ອງ ດ້ວຍການຈັດໂປຣໂມຊັນແພັກເກັດອິນເຕີເນັດໃນລາຄາທີ່ເໝາະສົມເພື່ອດຶງດູດລູກຄ້າ ຊຶ່ງປົກກະຕິແມ່ນລາຄາ 10,000 ກີບ ຈະໄດ້ຮັບ Data ປະມານ 3-5 GB ສາມາດໃຊ້ໄດ້ໃນ 1 ອາທິດ.ນອກຈາກນັ້ນ, ຍັງມີພາກສ່ວນທີ່ໃຫ້ບໍລິການ Data ແບບບໍ່ຈຳກັດພາຍໃນ 24 ຊົ່ວໂມງ ດ້ວຍລາຄາ 5,000 ກີບ ດ້ວຍຄ່າໃຊ້ຈ່າຍທີ່ບໍ່ແພງເກີນໄປ, ຜູ້ໃຊ້ໂທລະສັບມືຖືໃນລາວຈິ່ງພໍໃຈທີ່ຊື້ແພັກເກັດເພື່ອເຂົ້າເຖິງຂໍ້ມູນ, ນຳໃຊ້ອິນເຕີເນັດໃນໂຊຊຽວເນັດເວີກ ເພື່ອຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນ ທັງຄວາມບັນເທີງ ໄປຈົນເຖິງການນຳໃຊ້ເຂົ້າໃນດ້ານທຸລະກິດ ຫຼື ຄົ້ນຫາຂໍ້ມູນຕ່າງໆ…
4. LaoApp - Super App ແລະ ທ່າອ່ຽງຮວບຮ່ວມທຸກຢ່າງແບບall in one ໃນເສດຖະກິດດິຈິຕອນລາວ
“LaoApp” ສາມາດຕອບສະໜອງການນໍາໃຊ້ກັບຫຼາຍໆດ້ານ ໃນການດຳລົງຊີວິດປະຈໍາວັນຂອງທ່ານ ຄືດັ່ງກັບຊື່ຂອງແອັບ. ນອກຈາກບັນດາບໍລິການທົ່ວໄປ ເຊັ່ນ: ເອີ້ນລົດ, ສັ່ງອາຫານທາງອອນລາຍ, ໃຊ້ຈ່າຍທາງອອນລາຍ. LaoAppຍັງໃຫ້ຜູ້ໃຊ້ງານສາມາດເຮັດໄດ້ຫຼາຍຢ່າງເຊັ່ນ: ໂອນເງິນ, ຊື້ເຄື່ອງ, ຊື້ປີ້ຍົນ ແລະ ອື່ນໆ.ນີ້ແມ່ນຮູບແບບບໍລິການທີ່ສະດວກ ແລະ ທັນສະໄໝ ຊ່ວຍໃຫ້ຜູ້ໃຊ້ປະຫຍັດພື້ນທີ່ເກັບຂໍ້ມູນໂທລະສັບ ແລະ ບໍ່ເສຍເວລາເຂົ້າອອກຫຼາຍແອັບ.
Laoappເປັນເຕັກໂນໂລຊີ ທີ່ກຳລັງພັດທະນາຢ່າງແຂງແຮງຢູ່ລາວໃນໄລຍະຜ່ານມາ;ໃນອະນາຄົດອັນໃກ້ນີ້, ນີ້ກໍຖືວ່າເປັນກະແສການພັດທະນາເຕັກໂນໂລຊີຊັ້ນນໍາ. ໃນປະເທດລາວ, ມີ Super app ຫຼາຍແອັບ ທີ່ໄດ້ຮັບການພັດທະນາຢ່າງແຂງແຮງດ້ວຍບັນດາຟັງຊັນທີ່ນັບມື້ນັບເປີດກວ້າງ; ຢ່າງໃດກໍຕາມ, ບັນດາແອັບພລິເຄຊັນເຫຼົ່ານີ້ຍັງມີຂໍ້ຈໍາກັດຫຼາຍ. ມາຮອດປັດຈຸບັນ, ໃນລາວຍັງບໍ່ມີ Super app ທີ່ຖືກຕາມນິຍາມແທ້ໆ ຄືກັບ WeChat ຂອງຈີນ. ສິ່ງນີ້ພິສູດໃຫ້ເຫັນວ່າຍັງມີໂອກາດທີ່ຈະພັດທະນາຕໍ່ສຳລັບນັກພັດທະນາແອັບ ແລະ ນັກລົງທຶນ.
Unitelຢາກໃຫ້ຜູ້ໃຊ້ທຸກຄົນຮູ້ສຶກ “ມີຄວາມສຸກ” ແລະ ຢູ່ຄຽງຄູ່ກັບພວກເຮົາໄປດົນໆ, ດ້ວຍ Super App  ຂອງລາວທີ່ມີຄວາມສ້າງສັນ, ມີຫຼາກຫຼາຍຟັງຊັນຄື LAOAPP ຊຶ່ງຂໍໃຫ້ຄຳໝັ້ນສັນຍາວ່າຈະເປັນໜຶ່ງໃນແອັບພລິເຄຊັນທີ່ມີທ່າແຮງໃນການພັດທະນາໃຫຍ່ທີ່ສຸດໃນລາວ. 
Unitelມຸ້ງຫວັງວ່າ “Super App LAOAPP” ຈະໃຫ້ປະສົບການທີ່ດີທີ່ສຸກແກ່ຜູ້ໃຊ້.