ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2023 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 23 ພະຈິກນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງເຂົ້າຮ່ວມແບບເຊິ່ງໜ້າ; ມີການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2023.
ກອງປະຊຸມລັດຖະບານຄັ້ງນີ້ ຈະດໍາເນີນໃນລະຫວ່າງວັນທີ 23-24 ພະຈິກ 2023 ຊຶ່ງເນື້ອໃນຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ຫົວຂໍ້ ດັ່ງນີ້:
1.    ລາຍງານວຽກງານພົ້ນເດັ່ນ ຂອງລັດຖະບານປະຈຳເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2023 ຊຶ່ງລວມມີ: ລາຍງານໂດຍຫຍໍ້ການເຄື່ອນໄຫວວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ຮັບຟັງການນຳສະເໜີໂຄງການທົດລອງອອກຫຼຽນ ໂທເຄັນດີຈີຕ໋ອນ (Token) ແຮ່ຫາຍາກຂອງ ສປປ ລາວ ແລະ ບັນດາໂຄງການສະໜັບສະໜູນໂຄງການດັ່ງກ່າວ ເພື່ອສ້າງແຫຼ່ງລາຍຮັບໃໝ່ ດຶງດູດເງິນຕາຕ່າງປະເທດເຂົ້າມາ ສປປ ລາວ.
2.    ຮ່າງດຳລັດ ວ່າດວ້ຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ແລະ ແຜນການແກ້ໄຂຜົນການກວດສອບ; ຜ່ານບັນຊີໂຄງການລະດັບຊາດ ທີ່ສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025.
3.    ຮ່າງມະຕິຂອງລັດຖະບານ ວ່າດ້ວຍການກຳນົດໜ້າວຽກ  ແລະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິ 05/ຄບສພ, ລົງວັນທີ 5 ກັນຍາ 2023 ກ່ຽວກັບການສືບຕໍ່ຍູ້ແຮງຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ. 
4.    ຮ່າງດຳລັດວ່າດ້ວຍປ່າຜະລິດ ແລະ ຮ່າງດຳລັດ ວ່າດ້ວຍປ່າປ້ອງກັນ.
5.    ຮ່າງດຳລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ.
6.    ລາຍງານກ່ຽວກັບວຽກງານຕ່າງປະເທດ ຊຶ່ງລວມມີ: ຮ່າງບຸລິມະສິດ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024; ແລະ ຮ່າງແຜນຍຸດທະສາດ ການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ (Lao PDR’s Smooth Transition Strategy For LDC graduation).
    ບັນດາຫົວຂໍ້ຂອງກອງປະຊຸມລັດຖະບານໃນເດືອນນີ້ ແມ່ນມີຄວາມສຳຄັນ ເພາະເປັນການຜັນຂະ ຫຍາຍມະຕິຂອງກອງປະຊຸມສູນກາງ ຄັ້ງທີ 7 ສະໄໝທີ XI ແລະ ມະຕິກອງປະຊຸມ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ກໍຄືການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ລວມທັງແຜນບຸລິມະສິດ ໃນການເປັນປະທານອາຊຽນ ປີ 2024. ກອງປະຊຸມຈະໄດ້ລົງເລິກປຶກສາຫາລືບັນດາໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃຫ້ບັນດາກະຊວງ ກໍຄື ທ້ອງຖິ່ນ ໂດຍຈະໄດ້ກຳນົດເປັນຕາຕະລາງ ແລະ ກຳນົດຄາດໝາຍເວລາໃນການຈັດຕັ້ງປະຕິບັດລະອຽດ ເພື່ອເປັນບ່ອນອີງໃນການຕິດຕາມ, ຊຸກຍູ້ຄວາມຄືບໜ້າ ແລະ ການສະຫຼຸບລາຍງານການຈັດຕັ້ງປະຕິບັດໃນທ້າຍປີ. 
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ. 
(ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ)