ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ແລະ ປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ ນີ້ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາການນຳພັກ-ລັດ,  ພະເຖລາ ນຸເຖລະ, ທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາ ລາວ  ແລະ ມວນຊົນ ເຂົ້າຮ່ວມ.
    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ກ່າວວ່າ: ໃນຮີດ 12 ຄອງ 14 ຂອງລາວ ງານບຸນນະມັດສະການພະທາດຫຼວງ ແມ່ນກິດຈະກຳໜຶ່ງ ໃນຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາວລາວເຮົາ ຊຶ່ງໄດ້ສືບທອດປະຕິບັດກັນມາຄຽງຄູ່ກັບຄົນລາວ ແລະ  ຊາວ ນວ, ນັບແຕ່ມື້ພະທາດຫຼວງແຫ່ງນີ້ໄດ້ຮັບການສ້າງຂຶ້ນ ແລະ ຕິດພັນກັບນະຄອນຫຼວງ ໃນໄລຍະທີ່ພະເຈົ້າໄຊຍະເສດຖາທິລາດ ມານຳພາປະຕິສັງຂອນພະທາດຫຼວງແຫ່ງນີ້ ແລະ ໄດ້ສະເຫຼີມສະຫຼອງໃຫຍ່ ໃນປີ ຄ.ສ 1560 ໃນໂອກາດທີ່ໄດ້ມີການຍ້າຍນະຄອນຫຼວງ ຈາກຊຽງທອງ ມາຢູ່ນະຄອນວຽງຈັນ ເລົ່າຂານກັນວ່າເວ ລານັ້ນເພິ່ນໄດ້ນຳພາຈັດພິທີສະເຫຼີມສະຫຼອງ ພະມະຫາເຈດີເປັນການໃຫຍ່ຕະຫຼອດ 7 ມື້ 7 ຄືນ (ອັນໄດ້ກາຍມາເປັນງານປະເພນີ ບຸນພະທາດຫຼວງວຽງຈັນ ເມື່ອຮອດເດືອນ 12 ລາວ ນັບແຕ່ມື້ຂຶ້ນ 8 ຄໍ່າຂອງທຸກໆປີສືບຕໍ່ກັນມາ) ແລະ ມາຮອດປີນີ້ພໍດີ ຄົບຮອບ 463 ປີ ຂອງນະຄອນຫຼວງວຽງຈັນ.
  ຄຽງຄູ່ກັນນີ້, ໃນງານປະເພນີ ບຸນດັ່ງກ່າວປີນີ້ຈັດຂຶ້ນ ເພື່ອສືບຕໍ່ສົ່ງເສີມ, ອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດ, ຮັກສາມູນເຊື້ອຄວາມສາມັກຄີ ນ້ຳໃຈໂອບເອື້ອອາລີ ຮັກແຂກແພງຄົນຂອງຊົນຊາວລາວ. ອົງການປົກຄອງ ນວ ໂດຍໄດ້ຮັບການເຫັນດີຈາກສູນກາງພັກ ແລະ  ທັງເປັນການສືບສານປະເພນີ ແລະ ຄວາມເຊື່ອຖືຂອງຊຸມຊົນຊາວລາວໃນການໃຫ້ທານ, ການຮ່ວມກັນສ້າງສາວັດວາອາຮາມສ້າງຄວາມຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ບ້ານເມືອງ ພ້ອມນຳເອົາໝາກຜົນການເພີ່ມພູນຜະລິດຜົນເກັບກ່ຽວມາໄດ້ໃນຕະຫຼອດປີມາແລກປ່ຽນຊື້-ຂາຍນຳກັນ; ການຈັດງານປີ້ນີ້ ໄດ້ກຳນົດຂອບເວລາໃນການດຳເນີນພິທີທາງສາສະໜາ ແລະ ບັນດາກິດຈະກຳປິ່ນອ້ອມ ທາງການເປັນເວລາ 5 ວັນ, ໂດຍເລີ່ມແຕ່ວັນທີ 23 ພະຈິກ 2023 ຊຶ່ງຈະໄດ້ມີການຄົບງັນ ແລະ ມີບັນດາກິດຈະກຳທາງສາສະໜາ ຄື: ໃນຕອນແລງ ວັນທີ 25 ພະຈິກ ມີພິທີ ສູດປະລິຕະມຸງຄຸນ ຢູ່ດ້ານໃນກົມມະລຽນພະທາດ; ວັນທີ 26 ພະຈິກ ມີພິທີ ແຫ່ຜາສາດເຜິ້ງ ໃນພາກບ່າຍ ເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປ; ໃນມື້ສຸດທ້າຍຂອງງານບຸນ ຄືວັນທີ 27 ພະຈິກ ມີພິທີໃສ່ບາດໃນຕອນເຊົ້າ. ຈາກນັ້ນ, ຕອນບ່າຍ ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານ (ຕີຄີ), ຕອນຄ່ຳ ດຳເນີນພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟ ສັກກາລະບູຊາ ພະທາດຫຼວງ,  ຖືວ່າ ສິ້ນສຸດງານບຸນຢ່າງເປັນທາງການ. ພ້ອມນັ້ນ, ຕະຫຼອດໄລຍະຈັດງານບຸນ ຍັງມີກິດຈະກຳ ການສະແດງສິລະປະວັນນະຄະດີ (ຢູ່ເວທີກາງ) ພິເສດໃນຄໍ່າຄືນ ຂອງວັນທີ 25 ພະຈິກ ແລະ 27 ພະຈິກ ກໍຈະມີການປະກວດ ບົດເພງ ແລະ ນັກຮ້ອງສຽງດີ ນວ ແລະ ອື່ນໆ.  
   ໃນໂອກາດດຽວກັນນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍໄດ້ກ່າວເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການວ່າ: ພັກ ແລະ ລັດຖະບານລາວ ຍາມໃດ ກໍໄດ້ເອົາໃຈໃສ່ຖືເອົາການທ່ອງທ່ຽວເປັນຂະແໜງການເສດຖະກິດໜຶ່ງ, ເປັນກຳລັງເເຮງຍູ້ດັນຂັບເຄື່ອນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເປັນຂະແໜງການໜຶ່ງທີ່ພາໃຫ້ມີການສະສົມເງິນຕາ, ມີການໝູນວຽນເງິນຕາພາຍໃນປະເທດເປັນຢ່າງດີ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິການ, ການຜະລິດ, ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກຳ ໂດຍຖືເປັນການສົ່ງອອກກັບທີ່, ທັງເປັນການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄືເຂດຊົນນະບົດຫ່າງໄກສອກຫຼີກ ແລະ ຍັງຖືເອົາວຽກງານການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ເປັນການຂະຫຍາຍຕົວ ແລະ ເປີດກວ້າງການພົວພັນຮ່ວມມືກັບພາຍນອກອີກດ້ວຍ. 
    ສຳລັບ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ, ສໍາລັບປີ 2024  ແມ່ນເປັນຄັ້ງທີ 4 ຊຶ່ງໄດ້ກໍານົດຄໍາຂວັນຄື: ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ ໂດຍເອົາຊ້າງເຜືອກຖືແຄນເປັນສັນຍາລັກນຳໂຊກ.  ພ້ອມນັ້ນ, ເພື່ອເປັນການຕ້ອນຮັບການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ກະຊວງ ຖວທ ກໍໄດ້ເອົາໃຈໃສ່ເປັນເຈົ້າການ ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ພາກລັດ, ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ກຳນົດເອົາ 79 ກິດຈະກໍາ. ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດ ພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການ ທ່ອງທ່ຽວຂອງຕົນ. 
  ຄຽງຄູ່ກັນນີ້, ການເປີດປີທ່ອງທ່ຽວ 2024 ຍັງເປັນກິດຈະກໍາໜຶ່ງທີ່ສໍາຄັນທີ່ສຸດ ນອກຈາກຈະເປັນການສົ່ງເສີມການທ່ອງທ່ຽວແລ້ວ ຍັງແນໃສ່ເພື່ອເປັນການອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ການເຜີຍເເຜ່ປະຫວັດສາດອັນຍາວນານ, ການປົກປັກຮັກສາທຳມະຊາດໃຫ້ມີຄວາມຍືນຍົງ ຂອງ ສປປ ລາວ ແລະ ເປັນການສ້າງຄວາມຄຶກຄື້ນເພື່ອກະຕຸ້ນເສດຖະກິດທາງກົງ , ທາງອ້ອມ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນອີກດ້ວຍ.
  ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນມີຄຳເຫັນເພື່ອກ່າວເປີດງານປະເພນີບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023 ແລະ ເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ພ້ອມທັງຮ່ວມຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ພ້ອມນີ້ຍັງໄດ້ນຳພາແຂກເຂົ້າຮ່ວມຢ້ຽມຊົມຮ້ານວາງສະແດງສິນຄ້າເຄື່ອງຫັດຖະກຳຂອງປະຊາ
ຊົນບັນດາເຜົ່າທີ່ມາວາງສະແດງ ແລະ ຈຳໜ່າຍໃນງານດັ່ງກ່າວເພື່ອຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນຕື່ມອີກ.
(ຂ່າວ-ພາບ: ວັນເພັງ)