ຫວ່າງບໍ່ດົນມານີ້ ທີ່ສະໂມສອນເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດ ການຈັດຕັ້ງພະນັກງານການນຳຂັ້ນສູງຂອງເມືອງ ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີພາກສ່ວນການນຳທີ່ມາຈາກແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີຫົວໜ້າຫ້ອງການ ພ້ອມດ້ວຍບັນດານາຍບ້ານ ໃນທົ່ວເມືອງເຂົ້າຮ່ວມ. ນອກນັ້ນ, ຍັງມີການອະດີດການນຳຂອງເມືອງ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ດ້ວຍ.
ໃນພິທີ ສະຫາຍ ໄກ່ສອນ ອິນທິຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນສູງ ຂອງເມືອງຈຳພອນ, ໃນນັ້ນໄດ້ປະກາດຍົກຍ້າຍ ທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຈຳພອນ ໄປປະຈຳການຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ແລະ ໄດ້ແຕ່ງຕັ້ງ ທ່ານ ວົງສະຫວັນ ວຽງມະນີ ອະດີດເຈົ້າເມືອງເຊໂປນ ມາເປັນເຈົ້າເມືອງຈຳພອນຄົນໃໝ່, ໂອກາດນີ້ ກໍໄດ້ປະກາດບົ່ງຕົວແຕ່ງ ສະຫາຍ ບຸນຊູ ທຸນຊົມພູ ເປັນຮອງເລຂາພັກເມືອງ ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ, ແຕ່ງຕັ້ງ ສະຫາຍ ຄຳຕາ ສິນນະສອນ ເປັນກຳມະການປະຈຳພັກເມືອງ ແລະ ແຕ່ງຕັ້ງ ທ່ານ ນາງ ແວວຕາ ອິນສົມບັດ ກຳມະການພັກເມືອງ ເປັນຮອງເຈົ້າເມືອງຈຳພອນ.
ຈາກນັ້ນ, ສະຫາຍ ພູລຳພອນ ສີຫາວົງ ອະດີດເຈົ້າເມືອງຈຳພອນ ກໍໄດ້ຂຶ້ນຜ່ານບົດສະຫຼຸບການນຳພາ-ຊີ້ນຳ ວຽກງານທີ່ພົ້ນເດັ່ນຂອງເມືອງຈຳພອນ ໃນຕະຫຼອດໄລຍະຜ່ານມາ ຊຶ່ງ ເມືອງຈຳພອນ ປະກອບມີ 100 ບ້ານ, ມີເນື້ອທີ່ທັງໜົດ 1 ລ້ານກວ່າກິໂລຕາແມັດ, ມີພົນນລະເມືອງ 120.047 ຄົນ, ມີ 20.640 ຫຼັງຄາເຮືອນ, ມີ 16 ຄະນະພັກຮາກຖານ, ທາງດ້ານເສດຖະກິດ ລວມຍອດພະລິດຕະພັນພາຍໃນໄດ້ 2,712 ຕື້ກີບ, ອັດຕາການຂະຫຍາຍຕົວ 5,5%, ສະເລ່ຍໃສ່ຫົວຄົນໄດ້ປະມານ 21,8 ລ້ານກີບ, ເທົ່າກັບ 2.742 ໂດລາ/ຄົນ/ປີ, ໃນທົ່ວເມືອງຈຳພອນ ມີເນື້ອທີ່ທຳການຜະລິດເຂົ້ານາປີ 22.300 ເຮັກຕາ, ນາແຊງ 13.075 ເຮັກຕາ ແລະ ມີເນື້ອທີ່ປູກພືດລະດູແລ້ງ 1,512 ເຮັກຕາ, ຈຸດເດັ່ນ ແມ່ນໄດ້ສາມັກຄີກັນຈາກກຸ່ມບ້ານຕ່າງໆ ໃນການສ້ອມແປງສັນຝາຍຫ້ວຍບັກ ມີລວງຍາວ 350 ແມັດ, ກວ້າງ 10 ແມັດ, ມີມູນຄ່າ 180 ລ້ານກີບ ໂດຍທຶນສົມທົບຂອງປະຊາຊົນໃນ 4 ກຸ່ມບ້ານ ສາມາດປະຕິບັດໄດ້ 90%, ພ້ອມນັ້ນ ກໍ່ໄດ້ມີການປັບປຸງ, ສ້ອມແປງ ແລະ ກໍ່ສ້າງເສັ້ນທາງພາຍໃນເທດສະບານເມືອງໄດ້ຫຼາຍເສັ້ນ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມສະດວກຍິ່ງຂຶ້ນ.
ໃນໂອກາດດຽວກັນ ກໍໄດ້ມີການເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຜູ້ເກົ່າ ແລະ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງຜູ້ໃໜ່, ໂດຍຊ້ອງໜ້າຈາກການນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກທີ່ເຂົ້າຮ່ວມ. ໂອກາດນີ້ ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ທີ່ໄປຮັບໜ້າທີ່ໃໝ່ ແລະ ຜູ້ທີ່ຈະມາສືບຕໍ່ຈະມາຈັດຕັ້ງປະບັດໜ້າທີ່ໃໝ່ ຢູ່ເມືອງຈຳພອນ ໂດຍທ່ານໄດ້ໃຫ້ທຸກທ່ານຈົ່ງເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ສຳເລັດຕາມຄາດໜາຍ, ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ໆໄດ້ຮັບມອບໝາຍ.