ປັດຈຸບັນ ສປຈີນ ກຳລັງຍູ້ແຮງການຈັດຕັ້ງປະຕິບັດ ກໍ່ສ້າງພື້ນຖານໂຄງລ່າງດີຈີຕອນໃນເຂດຊົນນະບົດ. ເວົ້າສະເພາະການກໍ່ສ້າງໃນແຂວງຢູນນານ ໃນຮູບແບບດີຈີຕອນໄດ້ຮັບຜົນສຳເລັດຢ່າງເພິ່ງພໍໃຈ ຊຶ່ງພື້ນຖານໂຄງລ່າງດີຈີຕອນ ໄດ້ເຮັດໃຫ້ບັນດາບ້ານຕ່າງໆ ໄດ້ເຊື່ອມໂຍງເຂົ້າກັນ ແລະ ນຳເອົາໂອກາດການພັດທະນາອັນໃໝ່ເພື່ອຟື້ນຟູຊົນນະບົດ. ສະນັ້ນ, ເຕັກໂນໂລຊີດີຈີຕອນ ໄດ້ມີບົດບາດສຳຄັນໃນການຊຸກຍູ້ ຂະຫຍາຍໂຕຂອງເສດຖະກິດ.ອີງຕາມການຄົ້ນຄວ້າຂອງສະຫະພາບໂທລະຄົມມະນາຄົມສາກົນໃຫ້ຮູ້ວ່າ: ເມື່ອເຄືອຂ່າຍບຣອດແບນ ແບບເຄື່ອນທີ່ໄດ້ເພີ່ມຂຶ້ນທຸກ 10%, ຈະຊຸກຍູ້ໃຫ້ຍອດລວມຜະລິດຕະພັນພາຍໃນ ຫຼືGDP ແບບສະເລ່ຍໃສ່ຫົວຄົນເພີ່ມຂຶ້ນ 1,5%.
ທ່ານ ເຫຼີຍເຫຼີຍ (Lei Lei) ຫົວໜ້າພະແນກດຳເນີນການ ແລະ ທຸລະກິດຂອງບໍລິສັດຫົວເຫວີຍ ສາຂາຢຸນນານ ໄດ້ກ່າວໃນກອງປະຊຸມພົບປະກັບສື່ມວນຊົນ ໃນວັນທີ 21 ພະຈິກຜ່ານມາວ່າ:ບໍລິສັດ ຫົວເຫວີຍ ຮ່ວມກັບ ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມໃນທ້ອງຖິ່ນ ເພື່ອປະດິດສ້າງ ແລະ ນຳໃຊ້ເຕັກໂນໂລຊີອັນໃໝ່ ເປັນຕົ້ນແມ່ນເຕັກໂນໂລຊີການແຍກໂຊນສື່ສານ ແລະ ເຄື່ອງກະຈາຍ ແລະ ແຜນງານກໍ່ສ້າງເຄືອຂ່າຍໃນຊົນນະບົດແບບ RuralStar, ເຮັດໃຫ້ສັນຍານອິນເຕີເນັດໄດ້ປົກຄຸມບັນດາບ້ານ ເພີ່ມອັດຕາການປົກຄຸມອິນເຕີເນັດໃນຊົນນະບົດ ແລະ ເປັນການປະຕິບັດພັນທະໃນສັງຄົມ ນອກຈາກນີ້, ກໍເພື່ອຕັ້ງໜ້າຊຸກຍູ້ເຕັກໂນໂລຊີເຂົ້າໃນບັນດາຂົງເຂດທີ່ສຳຄັນ ເຊັ່ນ: ຂະແໜງກະສິກຳ ແລະ ການທ່ອງທ່ຽວ ຊຶ່ງເປັນສອງຂະແໜງການທີ່ພົ້ນເດັ່ນ ແລະ ມີທ່າແຮງຂອງແຂວງຢຸນນານ, ເຕັກໂນໂລຊີທີ່ທັນສະໄໝດັ່ງກ່າວ, ກໍໄດ້ເຮັດໃຫ້ການພັດທະນາໃນສອງຂະແໜງການດັ່ງກ່າວເກີດການປ່ຽນແປງອັນໃຫຍ່ຫຼວງ.
ທ່ານ ສາງຈ້າຍເຟີຍ(Chang Zaifei) ຮອງຫົວໜ້າຫ້ອງການວັດທະນະທຳ ແລະ ທ່ອງທ່ຽວ ນະຄອນເຖິງຊົ່ງ ໃຫ້ຮູ້ວ່າ: ຂະແໜງການທ່ອງທ່ຽວຂອງນະຄອນເຖິງຊົ່ງ ເປັນຂະແໜງການທີ່ມີທ່າແຮງ. ໃນລະຫວ່າງເດືອນ 1-ເດືອນ 9 ປີ 2023, ທົ່ວນະຄອນເຖິງຊົ່ງ ມີນັກທ່ອງທ່ຽວທັງໝົດ 13.370.000 ເທື່ອຄົນ, ສ້າງລາຍຮັບຈາກການທ່ອງທ່ຽວ ໄດ້17.100 ລ້ານຢວນ(ສະກຸນເງິນຈີນ), ການພັດທະນາຂອງຂະແໜງການທ່ອງທ່ຽວ ໄດ້ນຳມາຊຶ່ງໂອກາດໃໝ່ໃນການພັດທະນາເສດຖະກິດ, ເຮັດໃຫ້ປະຊາຊົນທ້ອງຖິ່ນຈຳນວນ 4000 ກວ່າຄົນໄດ້ມີລາຍຮັບເພີ່ມຂຶ້ນ. ການພັດທະນາຂອງຂະແໜງການທ່ອງທ່ຽວແມ່ນໄດ້ຕິດພັນຢ່າງແໜ້ນແຟ້ນກັບການກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ. ພວກເຮົາເຊື່ອໝັ້ນວ່າ ເຕັກໂນໂລຊີດີຈີຕອນ ຈະຊ່ວຍໃຫ້ຂະແໜງການວັດທະນະທຳ ແລະ ທ່ອງທ່ຽວຂອງນະຄອນເຖິງຊົ່ງເຕີບໃຫຍ່ຂະຫຍາຍໂຕຢ່າງວ່ອງໄວ. ພວກເຮົາຈະສືບຕໍ່ຍົກລະດັບການທ່ອງທ່ຽວແບບອັດສະລິຍະ ເພື່ອມອບປະສົບການທີ່ດີດ້ານການທ່ອງທ່ຽວແບບເຊື່ອມຕໍ່ກັບດີຈີຕອນໃຫ້ແກ່ນັກທ່ອງທ່ຽວທັງຫຼາຍ ແລະ ສ້າງກຳລັງຂັບເຄືື່ອນອັນໃໝ່ເພື່ອຊຸກຍູ້ການພັດທະນາຂະແໜງການວັດທະນະທຳ ແລະ ທ່ອງທ່ຽວຂອງນະຄອນເຖິງຊົ່ງ.
ທ່ານ ນາງ ຊູຢຸ້ຍຜິງ(Su Ruiping) ຫົວໜ້າຂະແໜງພັດທະນາການສື່ສານ ແລະ ຂໍ້ມູນຂ່າວສານ ຫ້ອງການຄຸ້ມຄອງການສື່ສານ ແຂວງຢຸນນານໃຫ້ຮູ້ວ່າ:ກ່ຽວກັບຈຸດສຸມ ແລະ ວິໄສທັດໃນການພັດທະນາຊົນນະບົດແບບດີຈີຕອນ, ເຕັກໂນໂລຊີຕ່າງໆ ເປັນຕົ້ນແມ່ນ “5G, ຄລາວ, ປັນຍາປະດິດ ຫຼືAI ແມ່ນທິດທາງໃນການຍົກລະດັບຄຸນນະພາບຂອງພື້ນຖານໂຄງລ່າງດີຈີຕອນໃນຊົນນະບົດ ຊຶ່ງໃນອະນາຄົດແຂວງຢຸນນານ ຈະສຸມໃສ່ໃນການຍົກລະດັບພື້ນຖານໂຄງລ່າງດີຈີຕອນໃນຊົນນະບົດ ເຮັດໃຫ້ຄວາມແຕກໂຕນກັນດ້ານດີຈີຕອນລະຫວ່າງຕົວເມືອງ ແລະ ຊົນນະບົດໃຫ້ນ້ອຍລົງ, ສືບຕໍ່ຊຸກຍູ້ການກໍ່ສ້າງທົ່ວແຂວງໃຫ້ຫັນເປັນດີຈີຕອນ ອັນໄດ້ກວມເອົາບ້ານຊິນຈ້າຍ ແລະ ນະຄອນປາວຊານ. ນຳໃຊ້ດີຈີຕອນ ແລະ ເຕັກນິກອັດສະລິຍະເພື່ອໜູນຊ່ວຍໃຫ້ກະສິກຳ, ອຸດສາຫະກຳ ແລະ ການບໍລິການໃນຊົນນະບົດ ໄດ້ພັດທະນາແບບປະສົມປະສານກັນ, ປັບປຸງການບໍລິການສາທາລະນະ ໃນຂັ້ນພື້ນຖານຂອງຊົນນະບົດໃຫ້ສົມບູນຂຶ້ນ, ຍົກລະດັບການບໍລິຫານ ແລະ ປົວແປງຊົນນະບົດ ເພື່ອນຳເອົາບົດຮຽນຂອງແຂວງຢຸນນານປະກອບສ່ວນເຂົ້າໃນການກໍ່ສ້າງປະເທດຈີນໃຫ້ຫັນເປັນປະເທດດີຈີຕອນ,ລວມໄປເຖິງການຫັນເປັນດີຈີຕອນຂອງທົ່ວໂລກ.
(ຂ່າວ-ພາບ:ສຳນານ)