ໃນວັນທີ 22 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ II ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການນຳພາລວມ ກາງສະໄໝ ແລະ ການປະເມີນບຸກຄົນໃນຄະນະບໍລິຫານງານສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ(ອອປສ) ສະໄໝທີ V (2021-2023 ) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ) ມີປະທານ, ຮອງປະທານ, ຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ໜ່ວຍແມ່ຍິງ ອອປສ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ພອນທິບ ສາວະລີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສໍາຫຼວດການນໍາພາລວມກາງສະ
ໄໝ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ອອປສ ສະໄໝທີ V (2021-2023) ຕະຫຼອດໄລຍະເຄິ່ງສະໄໝຜ່ານມາ ຄະນະບໍລິຫານສະຫະພັນແມ່ຍິງ ອອປສ ໄດ້ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດພາລະບົດບາດ ຕາມກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ VIII ແລະ ໄດ້ລາຍງານສະພາບການທີ່ພົ້ນເດັ່ນ, ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ພາຍໃນສະຫະພັນແມ່ຍິງອອປສ, ຈາກນັ້ນໄດ້ຜ່ານບົດສຳຫຼວດບຸກຄົນ ໃນຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ປະກອບຄຳຄິດຄຳເຫັນ ໃສ່ບົດສຳຫຼວດຢ່າງກົງໄປກົງມາ.
ສະຫາຍ ບຸນທັນ ບຸນທະວິໄລ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ອອປສ ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແນວທາງນະໂຍບາຍຂອງພັກ, ກົດໝາຍ, ກົດລະບຽບ, ນິຕິກໍາ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ສະໄໝທີ VIII ແລະ ມະຕິກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອອປສ ສະໄໝທີ V ໃຫ້ເລິກເຊິ່ງ ພ້ອມນີ້ໃຫ້ທຸກຄົນຮູ້ໄດ້ ສິດ ແລະ ພັນທະຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະຫະພັນແມ່ຍິງ. ເພື່ອພ້ອມກັນພັດທະນາຕົນເອງໃຫ້ມີທວງທ່າທີ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເອົາໃຈໃສ່ໃນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ແລະ ເປັນຕົວແບບໃນການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.
ຂ່າວ: ນ້ອຍມີນາ - ພາບ: ອານຸສັກ