ໃນວັນທີ 24 ພະຈິກນີ້ທີ່ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຈັດພິທີເຊື່ອມຊຶມ ວັນສະຖາປານາ ສປປ ລາວ ຄົບຮອບ 48 ປີ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ທອງສະຫວັນ ພົມວິຫານກຳມະການສູນກາງພັກເລຂາຄະນະພັກຫົວໜ້າຄຕພ, ມີຄະນະບໍລິຫານງານພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມຈຸດໝາຍສັງຄົມນິຍົມ, ພັກມີຄວາມສະດຸ້ງໄວ ແລະ ຫັນປ່ຽນໃນການນຳພາຂອງຕົນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ສາມາດປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນອຸດສາຫະກຳ-ທັນສະໄໝ, ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງອອກໃນສັງຄົມ, ຄວາມສາມັກຄີເປັນ ເອກະພາບພາຍໃນຊາດ ນັບມື້ໄດ້ຮັບການປັບປຸງດີຂຶ້ນ ແລະ ທີ່ຕັ້ງບົດບາດອິດທິພົນ ຂອງປະເທດຊາດ ໄດ້ຮັບການເຊີດຊູສູງຂຶ້ນເປັນກ້າວໆມາ. ພວກເຮົາຕ້ອງໄດ້ສ້າງບາດລ້ຽວໃໝ່ ໃຫ້ແກ່ການສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ເຮັດໃຫ້ປະຊາຊົນຮັ່ງມີ, ມີຄວາມຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ເຜີຍແຜ່ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ແຜນການປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ; ຕີລາຄາວຽກງານ ປກຊ-ປກສ ແລະ ວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງ ປີ 2024; ການກະກຽມ ແລະ ດຳເນີນກອງປະຊຸມ 3 ຂັ້ນຂອງພັກ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ຫຼື ບ້ານໃຫຍ່ ແລະ ວາງຈຸດສຸມນໍາພາຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຮອດກອງປະຊຸມຄົບຄະນະຄັ້ງທີ 8 ສະໄໝທີ XI. ການເຜີຍແຜ່-ເຊື່ອມຊຶມດັ່ງກ່າວ ໄດ້ເຮັດໃຫ້ພະນັກງານ ແລະ ສະມາຊິກພັກ ກຳແໜ້ນຢ່າງເລິກເຊິ່ງແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃນຂອບເຂດຄວາມຮັບຜິດຊອບຕົນ.
(ຂ່າວ: ຄຕພ; ພາບ: ແສງຈັນ)