ໃນວັນທີ 21 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກການເງິນແຂວງສະຫວັນນະເຂດ,ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນໄດ້ເຄື່ອນໄຫວຊຸກຍູ້ຊີ້ນໍາຕໍ່ພະນັກງານຫຼັກແຫຼ່ງພາຍໃນພະແນກການເງິນປະຈຳແຂວງສະຫວັນນະເຂດ ແລະພະນັກງານທີ່ເຮັດວຽກຂະແໜງການເງິນທີ່ມາຈາກພະແນກການ ແລະກົມກອງຕ່າງໆອ້ອມຂ້າງແຂວງ ກ່ຽວກັບການຂະຫຍາຍຖານອາກອນມູນຄ່າເພີ່ມ ແລະຕິດຕັ້ງໂປຣແກຣມໃບເກັບເງິນ AP TAX.
ທ່ານ ພູຄຳ ອານົນທະວົງ ຮອງຫົວໜ້າພະແນກການເງິນແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ດ້ານລາຍຮັບໃນ10 ເດືອນຕົ້ນປີຜ່ານມາທົ່ວແຂວງສາມາດປະຕິບັດໄດ້ 2.414,82 ຕື້ກີບ ເທົ່າກັບ 107,41% ຂອງແຜນການປີທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 64,33%(ເປັນເງິນ 945,38ຕື້ກີບ), ລາຍຮັບພູດສູນກາງປະຕິບັດໄດ້ 1.172,63 ຕື້ກີບ ເທົ່າກັບ 106,60% ຂອງແຜນການປີທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 43,47% ເປັນເງີິນ 355,33 ຕື້ກີບ, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 1.242,19 ຕື້ກີບ ເທົ່າກັບ 108,17%ຂອງແຜນການປີ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ90,25% ເປັນເງິນ 590,06 ຕື້ກີບ, ດ້້ານລາຍຈ່າຍໃນ 10 ເດືອນຕົ້ນປີສາມາດປະຕິບັດໄດ້ 788,98 ຕື້ກີບເທົ່າກັບ 73,12% ຂອງແຜນການປີ.
ໃນໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ໃຫ້ທິດຊີ້ນຳເນັ້ນໜັກໃຫ້ເອົາໃຈໃສ່ການເກັບລາຍຮັບໃນ 2 ເດືອນທ້າຍປີ 2023 ນີ້ ເປັນຕົ້ນເລັ່ງໃສ່ແກ້ໄຂບັນຫາການເກັບອາກອນມູນຄ່າເພີ່ມ, ມາດຕະການຕ່າງໆໃນການນຳເຂົ້າ-ສົ່ງອອກສິນຄ້າ, ການຜັນຂະຫຍາຍນິຕິກຳຂອງກະຊວງການເງິນໃນການຄຸ້ມຄອງດັດສົມບໍລິສັດທີ່ນຳເຂົ້າ-ສົ່ງອອກສິນຄ້າ, ການກວດກາສາງ, ການຄຸ້ມຄອງເງິນຕາຕ່າງໆປະເທດຜ່ານລະບົບທະນາຄານສຳລັບບໍລິສັດ ນຳເຂົ້າ-ສົ່ງອອກສິນຄ້າ, ການກະກຽມໃນການສ້າງເປັນທ່າບົກຢູ່ແຂວງສະຫວັນນະເຂດ, ການຂະຫຍາຍຖານອາກອນລາຍໄດ້ສ່ວນບຸກຄົນ ຊຶ່ງເປັນພື້ນຖານໃຫ້ແກ່ການເກັບລາຍຮັບເຂົ້າງົບປະມານແຫ່ງຊາດ ແລະບັນຫາອື່ນໆເພື່ອໃຫ້ບັນລຸຕາມແຜນການໃນທ້າຍປີນີ້.
ຂ່າວ-ພາບ: ສະຫວັນນະເຂດ