ໂດຍ: ວັນເພັງ
ຜະລິດຕະພັນທໍ່ໂຕໂຍລາວເປັນໜຶ່ງຜະລິດຕະພັນຂອງຄົນລາວທີ່ໄດ້ມາດຕະຖານສາກົນ ແລະ ເປັນໜຶ່ງຜະລິດຕະພັນທີ່ນຳມາວາງສະແດງແລະ ນຳສະເໜີສູ່ມວນຊົນໃນງານບຸນປະເພນີນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023 ນີ້.
ທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກຳໂຕໂຍລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 23 ພະຈິກຜ່ານມາ ທີ່ງານບຸນດັ່ງກ່າວວ່າ: ມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍ ທີ່ໄດ້ນໍາເອົາຜະລິດຕະພັນທໍ່ໂຕໂຍລາວ ມານຳສະເໜີໃນງານບຸນຄັ້ງນີ້ ໂດຍທາງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ (ນວ) ກໍຄືພະແນກການຄ້າ ແລະ ອຸດສາຫະກຳການຄ້າ ນວ ໄດ້ລະດົມບັນດາຫົວໜ່ວຍທຸລະກິດທີ່ມີທ່າແຮງໃນ ນວ ທີ່ມີຜະລິດຕະພັນຂອງຄົນລາວມາວາງສະແດງ, ຈໍາໜ່າຍ-ຂາຍ ຊຶ່ງໂຮງງານໂຕໂຍລາວ ເປັນຜູ້ສະໜັບສະໜູນຫຼັກການສ້າງຮ້ານ (ບູດ) ພະວິລ່ຽນຂອງ ນວ ທີ່ເປັນເອກະລັກຊົງລາວ, ຕົບແຕ່ງດ້ວຍຜະລິດຕະພັນທໍ່ໂຕໂຍ ແລະ ບັນດາຜະລິດຕະພັນຕົວແບບຂອງ ນວ. ໃນງານບຸນປີນີ້ ໂຮງງານທໍ່ໂຕໂຍລາວ ກໍໄດ້ເອົາຜະລິດຕະພັນໂຕໂຍລາວ ມານໍາວາງສະແດງເຊັ່ນ: ທໍ່ໂຕໂຍທີ່ເປັນທໍ່ SPE ນຳໃຊ້ໃນຂະແໜງນໍ້າປະປາ, ຊົນລະປະທານ, ປູກຝັງ, ລ້ຽງສັດ, ການຂຸດຄົ້ນບໍແຮ່, ໃສ່ໃນເຂື່ອນ. ນອກນັ້ນ, ຍັງມີທໍ່ທີ່ນຳໃຊ້ໃນຂະແໜງໄຟຟ້າ, ໂທລະຄົມ. ພ້ອມນັ້ນ, ໃນຕໍ່ໜ້າ, ບ້ານເມືອງເຮົາມີການພັດທະນາເອົາສາຍໄຟລົງດິນ ກໍຈະເພີ່ມຄວາມສວຍງາມໃຫ້ແກ່ທັດສະນີຍະພາບຂອງຕົວເມືອງ ຊຶ່ງມີທໍ່ຄຸ້ມສາຍໄຟ, ສາຍໂທລະຄົມ. ພ້ອມນັ້ນ, ໃນປີ 2023 ໂຮງງານຍັງໄດ້ພັດທະນາທໍ່ລະບາຍນໍ້າ ແລະ ທໍ່ບໍາບັດນໍ້າເປືອນ ໂດຍເປັນທໍ່ລະບາຍນໍ້າຖ້ວມຂັ່ງໃນຕົວເມືອງ, ລະບາຍນໍ້າເປື້ອນ ເພື່ອນໍາເອົາໄປບຳບັດຢູ່ໄກຕົວເມືອງ, ເພື່ອເພີ່ມຄຸນນະພາບຊີວິດໃຫ້ແກ່ຊຸມຊົນ, ຕົວເມືອງ ເຮັດໃຫ້ ນວ ກາຍເປັນຕົວເມືອງສີຂຽວດຶງດູດການລົງທຶນ, ສ້າງເສດຖະກິດສີຂຽວໃຫ້ແກ່ ນວ. ອັນນີ້ກໍເປັນນະວັດຕະກຳໃໝ່, ເປັນໂອກາດທີ່ໄດ້ນໍາສະເໜີຜະລິດຕະພັນໃໝ່ໆອອກສູ່ສາຍຕາຂອງຊາວ ນວ ກໍຄືປວງຊົນລາວທັງຊາດ ລວມທັງການຈັດຕັ້ງຂອງພັກ-ລັດ, ການນໍາຂັ້ນສູງທີ່ໄດ້ສົ່ງເສີມ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດພາຍໃນປະເທດ ໃຫ້ພັດທະນາຕົນເອງໄປສູ່ອຸດສາຫະກຳ ແລະ ທັນສະໄໝ. ນີ້ເປັນຕົວຢ່າງໜຶ່ງທີ່ປະສົບຜົນສຳເລັດຂອງໂຮງງານທໍ່ນໍ້າໂຕໂຍລາວ.
ປັດຈຸບັນຜະລິດຕະພັນຂອງໂຮງງານແມ່ນໄດ້ມາດຕະຖານສາກົນ ແລະ ມີລະບົບຄຸ້ມຄອງບໍລິຫານດ້ວຍມາດຕະຖານ ISO9001 ປີ 2015. ໃນນີ້, ຜະລິດໂຕໂຍລາວມີຫຼາຍມາດຕະຖານເປັນຕົ້ນ ມາດຕະຖານມ໋ອກຂອງໄທ, GB ຂອງຈີນ, ດີຊີແວເນີຂອງຫວຽດນາມ, ອົສຕຣາລີ, ນີວຊີແລນ, ດີນຂອງເຢຍລະມັນ ແລະ ມາດຕະຖານອື່ນໆ ທີ່ຕາມລູກຄ້າຕ້ອງການ. ນອກນັ້ນ, ຍັງມີການພັດທະນາຜະລິດຕະພັນ ທັງເຄື່ອງມືການຕະຫຼາດມີ 7 ພາສາເຊັ່ນ: ພາສາລາວ, ອັງກິດ, ຈີນ, ຫວຽດນາມ, ໄທແລະ ຢີ່ປຸ່ນ, ສ ເກົາຫຼີ. ໃນຕໍ່ໜ້າ, ຍັງຈະພັດທະນາໃຫ້ມີພາສາກຳປູເຈຍ ແລະ ມຽນມາ ເພື່ອເພີ່ມຄວາມອາດສາມາດໃນການກະຈາຍສິນຄ້າໄປສູ່ບັນດາປະເທດໃນຂົງເຂດພາກພື້ນ ແລະ ສາກົນ.
ທ່ານລັງກອນ ໄຊຍະວົງ ຍັງໄດ້ເຊີນຊວນປະຊາຊົນລາວ, ສະມາຄົມນັກທຸລະກິດ, ບັນດາບໍລິສັດອອກແບບກໍ່ສ້າງ, ນັກລົງທຶນລວມທັງການນໍາພັກ-ລັດ ຊ່ວຍສົ່ງເສີມຜະລິດຕະພັນພາຍໃນ, ສ້າງນະໂຍບາຍໃຫ້ຜະລິດຕະພັນລາວເຮົາ ສາມາດພັດທະນາຂຶ້ນມາໄດ້ ແລະ ສາມາດກະຈາຍໄປທົ່ວທຸກຂະແໜງການຂອງລາວ ເພື່ອຊ່ວຍໃຫ້ລັດຖະບານຫຼຸດຕົ້ນທຶນ, ຊ່ວຍນັກລົງທຶນຫຼຸດຕົ້ນທຶນ, ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມລາວ ແລະ ເຮັດໃຫ້ສັງຄົມມີສະຖຽນລະພາບທາງດ້ານເສດຖະກິດການເງິນເພີ່ມຂຶ້ນເທື່ອລະກ້າວ. ໂຮງງານອຸດສາຫະກຳໂຕໂຍລາວ ຕັ້ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.