ໂດຍ: ສ.ບຸດປະຊາ
ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມດ້ານການຄ້າ ແລະ ການຕະຫຼາດສັດ, ຜະລິດຕະພັນສັດ ແລະ ສັດນໍ້າ ເພື່ອປັບປຸງລະບົບຂໍ້ມູນຂ່າວສານດ້ານການຕະຫຼາດ, ສິນຄ້າ ແລະ ລາຄາ ໃຫ້ຖືກຕ້ອງວ່ອງໄວ ທັງນີ້ກໍເພື່ອສ້າງແຜນດຸນສິນຄ້າ ແລະ ການຕະຫຼາດ ກໍຄື ພາກສະໜອງ ແລະ ພາກຄວາມຕ້ອງການໃຫ້ສົມດຸນ; ໃຊ້ມາດຕະການ ເພື່ອດັດສົມລາຄາ, ການຈໍລະຈອນສິນຄ້າ ແລະ ການສະໜອງໃຫ້ເໝາະສົມ; ເພີ່ມລາຍການສິນຄ້າປະເພດສັດ-ສັດນໍ້າ, ຜະລິດຕະພັນສັດ-ສັດນໍ້າ ເພື່ອການສົ່ງອອກໃຫ້ຫຼາຍຂຶ້ນ.
ຂ້າງເທິງນັ້ນ, ແມ່ນຈຸດປະສົງຂອງນະໂຍບາຍສົ່ງເສີມດ້ານການຄ້າ ແລະ ການຕະຫຼາດ ເປັນນະໂຍບາຍຂໍ້ 5 ໃນນະໂຍບາຍ 8 ຂໍ້ ຂອງນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ; ການວາງນະໂຍບາຍນີ້ ກໍເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ເປັນຕົ້ນຂໍ້ມູນຂ່າວສານດ້ານການຕະຫຼາດ ແລະ ການຄຸ້ມຄອງລາຄາສິນຄ້າປະເພດສັດ ແລະ ສັດນໍ້າ ຍັງບໍ່ທັນມີການຄຸ້ມຄອງຢ່າງເປັນລະບົບ; ການວາງແຜນດຸ່ນດ່ຽງສິນຄ້າ ແລະ ການຕະຫຼາດ ຍັງເຮັດບໍ່ທັນໄດ້ດີ ກໍຄືການດຸ່ນດ່ຽງ ລະຫວ່າງ ການສະໜອງ ແລະ ຄວາມຕ້ອງການ; ການເປີດຕະຫຼາດສັດ-ສັດນໍ້າ ແລະ ຜະລິດຕະພັນສັດ-ສັດນໍ້າ ກັບປະເທດເພື່ອນບ້ານຍັງຊັກຊ້າ ສະແດງອອກໃນຂໍ້ມູນຕົວຈິງ ຄືຕະຫຼາດສົ່ງອອກສັດໃຫຍ່ (ງົວ-ຄວາຍ) ທີ່ເປັນທາງການ ແລະ ຮັບຮູ້ກັນໂດຍທົ່ວໄປ ແມ່ນ ສປປ ລາວ ມີການເຈລະຈາເປີດຕະຫຼາດກັບ ສປ ຈີນ ພຽງປະເທດດຽວ; ພ້ອມນີ້, ມາດຕະການດັດສົມຜູ້ຄ້າຂາຍສັດ ແລະ ຕະຫຼາດຂາຍສັດ ຍັງບໍ່ເຂັ້ມງວດ ຊຶ່ງນັ້ນແມ່ນບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ.
ນອກນີ້, ໃນບົດກ່າວຕ້ອນຮັບ ແລະ ລາຍງານສະພາບການຜະລິດ ແລະ ການປຸງແຕ່ງກະສິກຳ ເປັນສິນຄ້າ ຕໍ່ກອງປະຊຸມພົບປະພາກທຸລະກິດ ໃນຂະແໜງກະສິກຳ ແລະ ປ່າໄມ້ ຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເມື່ອວັນທີ 15 ກັນຍາ ຜ່ານມານີ້ ກໍໄດ້ສະແດງອອກໃຫ້ເຫັນວ່າ: ການເຈລະຈາດ້ານສຸຂານາໄມພືດ-ສັດ ເພື່ອເປີດຕະຫຼາດ ກັບປະເທດຄູ່ຄ້າ ຊຶ່ງມີພຽງ ສປ ຈີນ ທີ່ ສປປ ລາວ ໄດ້ສຳເລັດການເປີດຕະຫຼາດສົ່ງອອກສັດໃຫຍ່. ເຖິງວ່າ ໄທ ແລະ ສສ ຫວຽດນາມ ຈະເປັນສອງປະເທດ ໃນ 3 ປະເທດອ້ອມຂ້າງ ທີ່ເປັນຄູ່ຄ້າຫຼັກຂອງ ສປປ ລາວ ກໍຕາມ. ນອກນີ້, ກໍຍັງເຜີຍຂໍ້ມູນວ່າ: 6 ເດືອນຕົ້ນປີ, ສິນຄ້າທີ່ສົ່ງອອກ ປະຕິບັດໄດ້ 901,72 ລ້ານກວ່າໂດລາ; ໃນນັ້ນ, ພືດ 736 ລ້ານໂດລາ, ສັດ 0,76 ລ້ານໂດລາ ແລະ ຜະລິດຕະພັນໄມ້ 164,96 ລ້ານໂດລາ ຊຶ່ງໃນນີ້ສະເພາະກ່ຽວກັບການສົ່ງອອກສັດໃນໄລຍະຜ່ານມາ ນອກຈາກທີ່ລາຍງານສົ່ງອອກສັດຢ່າງເປັນທາງການແລ້ວ ກໍຍັງມີການຄ້າຂາຍສັດ ກັບ ສປ ຈີນ ແລະ ສສ ຫວຽດນາມ ທີ່ບໍ່ເປັນທາງການ ຕາມຊາຍແດນເຂດພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ ປະມານ 70.000 ໂຕຕໍ່ປີ.
ສະນັ້ນ, ເພື່ອບັນລຸຈຸດປະສົງສົ່ງເສີ່ມດ້ານການຄ້າ ແລະ ການຕະຫຼາດ ນະໂຍບາຍນີ້ ແມ່ນຈະປັບປຸງລະບົບຂໍ້ມູນຂ່າວສານການຕະຫຼາດສັດ, ຜະລິດຕະພັນສັດ ແລະ ສັດນໍ້າ; ຫຼຸດຜ່ອນການນໍາເຂົ້າຜະ ລິດຕະພັນສັດ-ສັດນໍ້າ ຈາກພາຍນອກ ຫັນມາຊົມໃຊ້ຜະລິີດຕະພັນພາຍໃນ ຊຶ່ງປັດຈຸບັນກໍໄດ້ມີການສະເໜີເກືອດຫ້າມນໍາເຂົ້າສັດ ແລະ ຜະລິດຕະພັນສັດ ຊຶ່ງປະກອບມີ ປະເພດສັດເປັນ: ງົວ, ໝູ, ແບ້, ໄກ່ພັນຊີ້ນ, ໄກ່ສຸດໄຂ່, ໄກ່ລາດ, ໄກ່ສາມສາຍພັນ, ເປັດ, ຫ່ານ; ຜະລິດຕະພັນສັດ: ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນໄກ່, ຊີ້ນຫ່ານ, ປາແດກ, ຊິ້ນສ່ວນ ແລະ ເຄື່ອງໃນສັດທຸກປະເພດ; ປະເພດປານໍ້າຈືດ ແລະ ຜະລິດຕະພັນປານໍ້າຈືດ ທຸກຊະນິດ.
ພ້ອມດຽວກັນນີ້, ກໍໄດ້ລະບຸລາຍການສິນຄ້າທີ່ຕ້ອງການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ຊຶ່ງສັດ ແລະ ຜະລິດຕະພັນສັດ ທີ່ຖືກລະບຸປະກອບມີ ຊີ້ນຄຸນນະພາບສູງ (Premiun) ຂອງຊີ້ນງົວ, ຊີ້ນແກະ, ຊີ້ນນົກກະຈອກເທດ ເພື່ອມາຮັບໃຊ້ໃນພັດຕະຄານ ຫຼື ໂຮງແຮມໃຫຍ່ໆ; ຕ່ອນນໍ້າມັນໝູ, ໜັງໝູ, ຊີ້ນກ້ອນ ເພື່ອນໍາມາປຸງແຕ່ງຮັບໃຊ້ບໍລິສັດ ຫຼື ໂຄງການສະເພາະໃດໜຶ່ງ; ອາຫານທະເລ ແມ່ນອະນຸຍາດໃຫ້ນໍາເຂົ້າ ແຕ່ໃຫ້ມີມາດຕະການຄຸ້ມຄອງ ຮ່ວມກັບບັນດາແຂວງໃຫ້ຮັດກຸມ ໂດຍການພິຈາລະນາ ອະນຸຍາດ ກຳນົດເປັນໂຄຕ້າ ສະເພາະ ແລະ ເປັນແຕ່ລະໄລຍະ ຕາມແຜນ ແລະ ຄວາມຈໍາເປັນຕົວຈິງເທົ່ານັ້ນ.
ນອກຈາກນີ້, ລັດຖະບານ ຍັງສົ່ງເສີມໃຫ້ມີການສ້າງສະມາຄົມຜູ້ຄ້າຂາຍສັດ ແລະ ສັດນໍ້າ ພ້ອມທັງຊຸກຍູ້ຜູ້ປະກອບການໃນການສ້າງພື້ນຖານໂຄງລ່າງຕະຫຼາດສັດເປັນ ທີ່ໄດ້ມາດຕະຖານ ແລະ ຊຸກຍູ້ການເຮັດສັນຍາຜູກພັນ ລະຫວ່າງ ຜູ້ຜະລິດ ແລະ ຜູ້ຊື້ ທີ່ເປັນທໍາ ແລະ ພັດທະນາການຄຸ້ມຄອງການຊື້-ຂາຍສັດ ຜ່ານລະບົບເອເລັກໂຕຣນິກ.
ທັງໝົດທີ່ກ່າວມານັ້ນ, ກໍຄືບັນດາເນື້ອໃນສຳຄັນຂອງນະໂຍບາຍສົ່ງເສີມດ້ານການຄ້າ ແລະ ການຕະຫຼາດ ໂດຍໃນນີ້ກໍມີຫຼາຍອັນທີ່ສະແດງໃຫ້ເຫັນວ່າ ລັດຖະບານເຮົາ ໄດ້ດຳເນີນນະໂຍບາຍນີ້ ໃນໄລຍະຜ່ານມາ ຢ່າງມີຄວາມເອົາໃຈໃສ່ ເພື່ອໃຫ້ເກີດປະໂຫຍດແກ່ຊາວກະສິກອນ, ຜູ້ຜະລິດພາຍໃນ ແລະ ສ້າງສົມດຸນໃຫ້ການສະໜອງ ແລະ ຄວາມຕ້ອງການ ສັດ, ຜະລິດຕະພັນສັດ ແລະ ສັດນໍ້າ