ໃນຕອນເຊົ້າຂອງວັນທີ 24 ພະຈິກນີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຜີຍແຜ່ເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023.
ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກອົງການກວດສອບແຫ່ງລັດ, ເປັນປະທານໃນພິທີ ພ້ອມທັງເຜີຍແຜ່ເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 16 ສິງຫາ 2023;ໂດຍການເຂົ້າຮ່ວມຮັບຟັງມີ ບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ,ເລຂາ-ຮອງເລຂາໜ່ວຍພັກ,ສະມາຊິກພັກສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງ ພາຍໃນອົງການກວດສອບແຫ່ງລັດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ປະທານກອງປະຊຸມໄດ້ຍົກໃຫ້ເຫັນເຖິງໝາກຜົນ-ຜົນສໍາເລັດຂອງການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເປັນຕົ້ນ: ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ທັງໄດ້ຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ສະພາບຄວາມຫຍຸ້ງຍາກໃນໄລຍະຜ່ານມາ ແລະ ໄດ້ຮັບຮອງເອົາບັນຫາວຽກງານຈຸດສຸມໃນທ້າຍປີ 2023 ແລະ 2024 ເພື່ອເຮັດແນວໃດຈະແກ້ໄຂບັນຫາສະພາບຄວາມເຄັ່ງຮ້ອນຂອງປະເທດ, ການຟື້ນຟູທາງດ້ານໄພພິບັດທີ່ເກີດຈາກທໍາມະຊາດຕ່າງໆ, ຍູ້ແຮງບັນດາຫົວໜ່ວຍທຸລະກິດການຜະລິດ, ຍູ້ແຮງການຫັນເປັນທັນສະໄໝ, ເພີ່ມທະວີມາດຕະການປະຢັດ, ຕ້ານການຟຸມເຟືອຍ, ການຈັດສັນດຸ່ນດ່ຽງງົບປະມານ ແລະ ອື່ນໆ, ການຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈໍາປີ 2023 ແລະ ປີ 2024 ໃຫ້ມີສະຖຽນລະພາບດີຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ, ກໍຍັງໄດ້ເຜີຍແຜ່ຄໍາສັ່ງເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023, ຊຶ່ງສະຫາຍເລຂາຄະນະພັກ ຍັງໄດ້ເນັ້ນໜັກໃຫ້ມີການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ທັງໃຫ້ມີການກວດກາ, ຕີລາຄາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ ຄັ້ງທີ IX ທີ່ຕິດພັນກັບມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາວຽກງານກວດສອບຂອງຕົນ; ນອກນັ້ນ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຄັດເລືອກບຸກຄະລາກອນທີ່ມີມາດຕະຖານເງື່ອນໄຂຕາມທີ່ກໍານົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງ ເພືື່ອບຸກທະລຸສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ຮອບດ້ານ. ໂດຍໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ຕະຫຼອດຮອດພະນັກງານ ພາຍໃນອົງການກວດສອບແຫ່ງລັດ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຈາກນັ້ນ,ສະຫາຍ ເຄນ ລໍວັນໄຊ ຮອງເລຂາຄະນະພັກ ອົງການກວດສອບແຫ່ງລັດ ໄດ້ຂຶ້ນເຜີຍແຜ່ເອກະສານຄໍາແນະນໍາວ່າດ້ວຍການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ໂດຍໄດ້ຍົກໃຫ້ເຫັນຢ່າງລະອຽດເພື່ອໃຫ້ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ ກໍາໄດ້ເນື້ອໃນຈິດໃຈຢ່າງເລິກເຊິ່ງກ່ຽວກັບການກະກຽມແຕ່ລະດ້ານ ໃນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອໃຫ້ການຈັດຕັ້ງຜັນຂະຫຍາຍ ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມຄໍາແນະນໍາທີ່ອົງການກ່ຽວຂ້ອງກໍານົດໄວ້.
(ຂ່າວ: ອົງການກວດສອບແຫ່ງລັດ, ພາບ: ສຸກສະຫວັນ)